ອາຊີບທີ່ບໍ່ຄວນເຮັດ

ຄາຣະວາດຊັ້ນເລີດ

0:00/0:00
ພິກຂຸທັງຫຼາຍ ! ກໍມິຈສາອາຊີວະ ເປັນແນວໃດໜໍ ?
ຄື ການໂກງ ການລໍ້ລວງ ການຂີ້ສໍ້ປີ້ນປ່າຍ ການຍອມມອບຕົນໃນທາງຜິດ ການເອົາລາບຕໍ່ລາບ ນີ້ຄືມິຈສາອາຊີວະ.

ອຸປຣິ. ມ. ໑໔/໑໘໖/໑໔໙.

ພິກຂຸທັງຫຼາຍ ! ການຄ້າຂາຍ ໕ ປະການນີ້ ອັນອຸປາສົກບໍ່ຄວນເຮັດ ໕ ປະການແນວໃດໜໍ ? ຄື :-

໑. ການຄ້າຂາຍສັດຕຣາ (ສັຕຖະວະນິຊຊາ)
໒. ການຄ້າຂາຍສັຕ (ສັຕຕະວະນິຊຊາ)
໓. ການຄ້າຂາຍຊີ້ນສັຕ (ມັງສະວະນິຊຊາ)
໔. ການຄ້າຂາຍນ້ຳເມົາ (ມັຊຊະວະນິຊຊາ)
໕. ການຄ້າຂາຍຢາພິດ (ວິສະວະນິຊຊາ)

ພິກຂຸທັງຫຼາຍ ! ນີ້ແລການຄ້າຂາຍ ໕ ປະການອັນອຸປາສົກບໍ່ຄວນເຮັດ.

ປັນຈກ. ອັງ. ໒໒/໒໓໒/໑໗໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ