ການຮູ້ຈັກອັນຕະຄາຫິກະທິດຖິບໍ່ກ່ຽວກັບ ການຮູ້ອະຣິຍະສັດ ແລະການປະພຶດພຣົມມະຈັນ
ອະຣິຍະສັດ 4
ມາລຸງກະຢະບຸຕ ! ອັນໃດໜໍເປັນສິ່ງທີ່ເຮົາບໍ່ພະຍາກອນ ?
ມາລຸງກະຢະບຸຕ ! ທິຕຖິວ່າ “ໂລກທ່ຽງ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ໂລກບໍ່ທ່ຽງ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ໂລກມີທີ່ສິ້ນສຸດ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ໂລກບໍ່ມີທີ່ສິ້ນສຸດ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖະວ່າ “ຊີວະກໍອັນນັ້ນ ສຣີຣະກໍອັນນັ້ນ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ຊີວະກໍອັນອື່ນ ສຣີຣະກໍອັນອື່ນ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມບໍ່ມີອີກ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍມີບໍ່ມີອີກກໍມີ” ດັ່ງນີ້ ເປັນສິ່ງເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍຫາບໍ່ໄດ້ ບໍ່ມີອີກກໍຫາບໍ່ໄດ້” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ເພາະເຫຕໃດນັ້ນ ຈຶ່ງເປັນສິ່ງທີ່ເຮົາບໍ່ພະຍາກອນ ?ເພາະເຫຕວ່າ ນັ້ນບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ບໍ່ເປັນໄປພ້ອມເພື່ອຄວາມໜ່າຍ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ, ເຫຕນັ້ນນັ້ນ ຈຶ່ງເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ອັນໃດໜໍ ເປັນສິ່ງທີ່ເຮົາພະຍາກອນ ?
ມາລຸງກະຍະບຸຕ ! ສັຈຈະວ່າ “ນີ້ຄວາມທຸກຂ໌” ດັ່ງນີ້ ເປັນສິ່ງທີ່ເຮົາພະຍາກອນ.
ມາລຸງກະຢະບຸຕ ! ສັຈຈະວ່າ “ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌” ດັ່ງນີ້ ເປັນສິ່ງທີ່ເຮົາພະຍາກອນ.
ມາລຸງກະຢະບຸຕ ! ສັຈຈະວ່າ “ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ເປັນສິ່ງທີ່ເຮົາພະຍາກອນ.
ມາລຸງກະຢະບຸຕ ! ສັຈຈະວ່າ “ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ເປັນສິ່ງທີ່ເຮົາພະຍາກອນ.
ມາລຸງກະຢະບຸຕ ! ເພາະເຫຕໃດ ນັ້ນຈຶ່ງເປັນສິ່ງທີ່ເຮົາພະຍາກອນ ? ເພາະເຫຕວ່າ ນັ້ນປະກອບດ້ວຍປະໂຍຊນ໌ ນັ້ນເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ນັ້ນເປັນໄປພ້ອມເພື່ອຄວາມໜ່າຍ ຄວາມຄາຍກໍາໜັດ ຄວາມດັບບໍ່ເຫຼືອ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ, ເຫຕນັ້ນນັ້ນ ເຮົາຈຶ່ງພະຍາກອນ.
ມາລຸງກະຢະບຸຕ ! ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າຈົ່ງຖືເອົາສິ່ງທີ່ເຮົາບໍ່ພະຍາກອນ ໂດຍຄວາມເປັນສິ່ງທີ່ເຮົາບໍ່ພະຍາກອນ ແລະສິ່ງທີ່ເຮົາພະຍາກອນໂດຍຄວາມເປັນສິ່ງທີ່ເຮົາພະຍາກອນ ດັ່ງນີ້ເຖີ້ນ.
ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ “ໂລກທ່ຽງ” ດັ່ງນີ້ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນ; ເມື່ອທິຕຖິວ່າ “ໂລກບໍ່ທ່ຽງ” ດັ່ງນີ້ ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນອີກນັ້ນເອງ. ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ ໂລກທ່ຽງຫຼືວ່າໂລກບໍ່ທ່ຽງ ກໍຕາມ ມີຢູ່; ຊາດກໍຍັງມີ ຊະຣາກໍຍັງມີ ມະຣະນະກໍຍັງມີ, ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍກໍຍັງມີ, ອັນເປັນສິ່ງທີ່ເຮົາບັນຍັຕການກໍາຈັດມັນເສຍໃນທິຕຖະທັມນີ້.
ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ “ໂລກມີທີ່ສິ້ນສຸດ” ດັ່ງນີ້ ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນ; ເມື່ອທິຕຖິວ່າ “ໂລກບໍ່ມີທີ່ສິ້ນສຸດ”ດັ່ງນີ້ ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນອີກນັ້ນເອງ. ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ ໂລກມີທີ່ສິ້ນສຸດຫຼືວ່າໂລກບໍ່ມີທີ່ສິ້ນສຸດ ກໍຕາມ ມີຢູ່; ຊາດກໍຍັງມີ ຊະຣາກໍຍັງມີ ມະຣະນະກໍຍັງມີ, ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍກໍຍັງມີ, ອັນເປັນສິ່ງທີ່ເຮົາບັນຍັຕການກໍາຈັດມັນເສຍໃນທິຕຖະທັມນີ້.
ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ “ຊີວະກໍອັນນັ້ນ ສຣີຣະກໍອັນນັ້ນ” ດັ່ງນີ້ ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນ; ເມື່ອທິຕຖິວ່າ “ຊີວະກໍອັນອື່ນ ສຣີຣະກໍອັນອື່ນ” ດັ່ງນີ້ ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນອີກນັ້ນເອງ. ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ ຊີວະກໍອັນນັ້ນ ສຣີຣະກໍອັນນັ້ນ ຫຼືວ່າຊີວະກໍອັນອື່ນ ສຣີຣະກໍອັນອື່ນ ກໍຕາມ ມີຢູ່, ຊາດກໍຍັງມີ ຊະຣາກໍຍັງມີ ມະຣະນະກໍຍັງມີ,ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ກໍຍັງມີ, ອັນເປັນສິ່ງທີ່ເຮົາບັນຍັຕການກໍາຈັດມັນເສຍ ໃນ ທິຕຖະທັມນີ້.
ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກ” ດັ່ງນີ້ ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນ; ເມື່ອທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມບໍ່ມີອີກ” ດັ່ງນີ້ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນອີກນັ້ນເອງ.
ມາລຸງກະຢະບຸຕ ! ເມື່ອ ທິຕຖິວ່າ ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມມີອີກ ຫຼືວ່າຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມບໍ່ມີອີກ ກໍຕາມ ມີຢູ່; ຊາດກໍຍັງມີ ຊະຣາກໍຍັງມີ ມະຣະນະກໍຍັງມີ, ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍກໍຍັງມີ, ອັນເປັນສິ່ງທີ່ເຮົາບັນຍັຕການກໍາຈັດມັນເສຍ ໃນທິຕຖະທັມນີ້.
ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍມີບໍ່ມີອີກກໍມີ” ດັ່ງນີ້ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນ; ເມື່ອທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍຫາກບໍ່ແມ່ນບໍ່ມີອີກກໍບໍ່ຖືກ” ດັ່ງນີ້ ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນຢູ່ນັ້ນເອງ.
ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍມີບໍ່ມີອີກກໍມີ ຫຼືວ່າຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍຫາກບໍ່ແມ່ນບໍ່ມີອີກກໍບໍ່ຖືກ ກໍຕາມ ມີຢູ່; ຊາດກໍຍັງມີ ຊະຣາກໍຍັງມີ ມະຣະນະກໍຍັງມີ, ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍກໍຍັງມີ, ອັນເປັນສິ່ງທີ່ເຮົາບັນຍັຕການກໍາຈັດມັນເສຍໃນທິຕຖະທັມນີ້.
- ມ. ມ. ໑໓/໑໕໑,໑໕໐/໑໕໒,໑໕໑.