ເກີດກິເລດ ແລະທຸກເພາະທິດຖິບວກ - ທິດຖິລົບ
ອະກຸສົນ
ພິກຂຸ ທ. ! ທິຕຖິສອງຢ່າງນີ້ມີຢູ່ ຄື ພະວະທິຕຖິ (ທິຕຖິຝ່າຍບວກ). ວິພະວະທິຕຖິ (ທິຕຖິຝ່າຍລົບ).
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ແອບອີງພະວະທິຕຖິ ເຂົ້າເຖິງພະວະທິຕຖິ ຢັ່ງລົງສູ່ພະວະທິຕຖິ; ສະມະນະຫຼືພຣາມເຫຼົ່ານັ້ນ ຍ່ອມຄັດຄ້ານຕໍ່ ວິພະວະທິຕຖິ.
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ແອບອີງວິພະວະທິຕຖິ ເຂົ້າເຖິງວິພະວະທິຕຖິ ຢັ່ງລົງສູ່ວິພະວະທິຕຖິ; ສະມະນະຫຼືພຣາເຫຼົ່ານັ້ນ ຍ່ອມຄັດຄ້ານຕໍ່ ພະວະທິຕຖິ.
ພິກຂຸ ທ. ! ສະມະນະຫຼືພຣາມ ເຫຼົ່າໃດ ບໍ່ຮູ້ແຈ່ມແຈ້ງ ຕາມຄວາມເປັນຈິງ ຊຶ່ງຄວາມເກີດຂຶ້ນ ຄວາມຕັ້ງຢູ່ບໍ່ໄດ້ ສະເໜ່ ໂທດຕໍ່າຊາມ ແລະອຸບາຍເຄື່ອງອອກແຫ່ງທິຕຖິທັງສອງນີ້; ສະມະນະຫຼືພຣາມ ເຫຼົ່ານັ້ນຊື່ວ່າ ຜູ້ມີຣາຄະ ມີໂທສະ ມີໂມຫະ ມີຕັນຫາ ມີອຸປາທານ ເປັນຜູ້ບໍ່ຮູ້ແຈ້ງ ບຶດດຽວຍອມຮັບຈັກໜ່ອຍຄັດຄ້ານ ມີຄວາມຊັກຊ້າເປັນທີ່ມາຍິນດີ ມັກຍິນດີໃນຄວາມຊັກຊ້າ. ເຂົາເຫຼົ່ານັ້ນ ຍ່ອມບໍ່ພົ້ນຈາກຊາດ ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັດສະອຸປາຍາສະ, ເຮົາກ່າວວ່າ ເຂົາເຫຼົ່ານັ້ນ ບໍ່ພົ້ນຈາກທຸກຂ໌.
(ຕໍ່ຈາກນີ້ ໄດ້ຕຣັດສະມະນະພຣາມ ພວກກົງກັນຂ້າມ ບໍ່ມີທິຕຖິບວກ - ທິຕຖິລົບ ພົ້ນຈາກທຸກຂ໌ໄດ້ ໂດຍນັຍກົງກັນຂ້າມ).
- ມູ. ມ. ໑໒/໑໓໑/໑໕໕.