9. ຊົງບອກວິທີແກ້ໄຂຄວາມຜິດພ້ຽນໃນຄໍາສອນ

ພຣະສູດທີ່ຕ້ອງຮູ້

0:00/0:00
໑. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວຢ່າງນີ້ວ່າ ຜູ້ມີອາຍຸ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະພຣະພັກພຣະຜູ້ມີພຣະພາຄວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...
໒. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວຢ່າງນີ້ວ່າ ໃນອາວາສຊື່ນັ້ນມີສົງຄ໌ຢູ່ພ້ອມດ້ວຍພຣະເຖຣະ ພ້ອມດ້ວຍປາໂມກຂ໌ ຂ້າພະເຈົ້າໄດ້ສະດັບຮັບຟັງມາສະເພາະໜ້າສົງຄ໌ນັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...
໓. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວຢ່າງນີ້ວ່າ ໃນອາວາສຊື່ນັ້ນມີພຣະຜູ້ເປັນເຖຣະຢູ່ຈໍານວນຫຼາຍ ເປັນພະຫຸສູຕ ຮຽນຄັມພີ ຊົງທັມ ຊົງວິນັຍ ຊົງມາຕິກາ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະໜ້າພຣະເຖຣະເຫຼົ່ານັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...
໔. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວຢ່າງນີ້ວ່າ ໃນອາວາສຊື່ນັ້ນມີພຣະຜູ້ເປັນເຖຣະຢູ່ອົງຄ໌ໜຶ່ງ ເປັນພະຫຸສູຕ ຮຽນຄັມພີ ຊົງທັມ ຊົງວິນັຍ ຊົງມາຕິກາ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະໜ້າພຣະເຖຣະອົງຄ໌ນັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...
ພວກເຈົ້າຢ່າຟ້າວຮັບຮອງ, ຢ່າຟ້າວຂັດຄ້ານຄໍາກ່າວຂອງຜູ້ນັ້ນ ຈົ່ງຮຽນບົດແລະພະຍັນຊະນະເຫຼົ່ານັ້ນໃຫ້ດີ ຈົ່ງກຳນົດເນື້ອຄວາມນັ້ນໃຫ້ດີ ແລ້ວນຳໄປສອບສວນໃນສູຕ ນຳໄປທຽບຄຽງເບິ່ງໃນວິນັຍ.
ຖ້າບົດແລະພະຍັນຊະນະເຫຼົ່ານັ້ນ ສອບສວນລົງໃນສູຕກໍບໍ່ໄດ້ ທຽບຄຽງເຂົ້າໃນວິນັຍກໍບໍ່ໄດ້ ຈົ່ງແນ່ໃຈວ່າ “ນີ້ບໍ່ແມ່ນຄຳສອນຂອງພຣະຜູ້ມີພຣະພາຄເຈົ້າພຣະອົງຄ໌ນັ້ນແນ່ນອນ. ພິກຂຸຕົນນັ້ນຈື່ຈຳມາຜິດ” ພວກເຈົ້າທັງຫຼາຍຈົ່ງປະຖິ້ມຄຳເຫຼົ່ານັ້ນເສຍ.
ຖ້າບົດແລະພະຍັນຊະນະເຫຼົ່ານັ້ນ ສອບສວນລົງໃນສູຕກໍໄດ້ ທຽບຄຽງເຂົ້າໃນວິນັຍກໍໄດ້ ຈົ່ງແນ່ໃຈວ່າ “ນີ້ເປັນຄຳສອນຂອງພຣະຜູ້ມີພຣະພາຄເຈົ້າພຣະອົງຄ໌ນັ້ນແທ້ແນ່ນອນ. ແລະພິກຂຸອົງຄ໌ນັ້ນຈື່ຈຳມາຢ່າງດີແລ້ວ” ພວກເຈົ້າຈົ່ງຈໍາມະຫາປະເທສ....ນີ້ໄວ້...


- ບາລີ ມຫາ. ທີ. ໑໐/໑໔໔/໑໑໓ - ໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ