ຜູ້ວ່າຍາກ
ອະກຸສົນ
ທ່ານຜູ້ມີອາຍຸທັງຫຼາຍ, ຖ້າແມ່ນພິກຂຸປະວໍລະນາໄວ້ວ່າ: ຂໍທ່ານຈົ່ງວ່າກ່າວຂະນ້ອຍ, ຂະນ້ອຍເປັນຜູ້ຄວນທີ່ທ່ານຈະວ່າກ່າວໄດ້, ແຕ່ພິກຂຸນັ້ນເປັນຄົນວ່າຍາກ, ປະກອບດ້ວຍທັມທີ່ເຮັດໃຫ້ເປັນຄົນວ່າຍາກ, ເປັນຜູ້ບໍ່ອົດທົນ ບໍ່ຮັບຟັງຄຳສອນດ້ວຍຄວາມເຄົາຣົບ, ເມື່ອເປັນເຊັ່ນນີ້ ເພື່ອພຣົມມະຈັນຕ່າງບໍ່ສຳຄັນພິກຂຸນີ້ວ່າ, ຄວນວ່າກ່າວ ຄວນສັ່ງສອນ, ທັງບໍ່ສຳຄັນວ່າ ຄວນເຖິງຄວາມໄວ້ວ່າງໃຈໃນບຸກຄົນນັ້ນໄດ້.
ຜູ້ມີອາຍຸທັງຫຼາຍ ! ກໍທັມທີ່ເຮັດໃຫ້ເປັນຄົນວ່າຍາກເປັນແນວໃດໜໍ ?
ຜູ້ມີອາຍຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້:
ເປັນຜູ້ມີຄວາມປາຖະນາລາມົກ, ລຸອຳນາດແຫ່ງຄວາມປາຖະນາລາມົກ, ແມ່ນຂໍ້ທີ່ພິກຂຸເປັນຜູ້ມີຄວາມປາຖະນາລາມົກ, ລຸອຳນາດແຫ່ງຄວາມປາຖະນາລາມົກ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ ພິກຂຸເປັນຜູ້ຍົກຕົນຂົ່ມທ່ານ, ແມ່ນຂໍ້ທີ່ພິກຂຸເປັນຜູ້ຍົກຕົນຂົ່ມທ່ານ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ, ພິກຂຸເປັນຄົນມັກໂກທ ອັນຄວາມໂກທຄອບງຳແລ້ວ, ແມ່ນຂໍ້ທີ່ພິກຂຸເປັນຜູ້ມັກໂກທ ອັນຄວາມໂກທຄອບງຳແລ້ວ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ, ພິກຂຸເປັນຄົນມັກໂກທ ຜູກໂກທ ເພາະຄວາມໂກທເປັນເຫດ, ແມ່ນຂໍ້ທີ່ພິກຂຸເປັນຜູ້ ມັກໂກທ ຜູກໂກທ ເພາະຄວາມໂກທເປັນເຫຕ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ, ພິກຂຸເປັນຄົນມັກໂກທ ມັກລະແວງ ເພາະຄວາມໂກທເປັນເຫຕ, ແມ່ນຂໍ້ທີ່ພິກຂຸເປັນຜູ້ມັກໂກທ ມັກລະແວງ ເພາະຄວາມໂກທເປັນເຫຕ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ, ພິກຂຸເປັນຄົນມັກໂກທ ກ່າວວາຈາໃກ້ຕໍ່ຄວາມໂກທ, ແມ່ນຂໍ້ທີ່ພິກຂຸເປັນຜູ້ມັກໂກທ ກ່າວວາຈາໃກ້ຕໍ່ຄວາມໂກທ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ, ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ກັບໂຕ້ຖຽງໂຈດ, ແມ່ນຂໍ້ທີ່ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ກັບໂຕ້ຖຽງໂຈດ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ, ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ກັບຮຸກຮານໂຈດ, ແມ່ນຂໍ້ທີ່ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ກັບຮຸກຮານໂຈດ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ, ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ກັບກ່າວຫາໂຈດ, ແມ່ນຂໍ້ທີ່ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ກັບກ່າວຫາໂຈດ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ, ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ, ກໍນຳເອົາເລື່ອງອື່ນມາທັບຖົມ ເວົ້ານອກເລື່ອງ, ສະແດງຄວາມໂກທ ຄວາມມຸ້ງຮ້າຍ, ແລະ ຄວາມບໍ່ເຊື່ອງຟັງໃຫ້ປາກົຕ, ແມ່ນຂໍ້ທີ່ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ, ກໍນຳເອົາເລື່ອງອື່ນມາທັບຖົມ ເວົ້ານອກເລື່ອງ, ສະແດງຄວາມໂກທ ຄວາມມຸ້ງຮ້າຍ, ແລະ ຄວາມບໍ່ເຊື່ອງຟັງໃຫ້ປາກົຕ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ, ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ບໍ່ພໍໃຈຕອບໃນຄວາມປະພຶດ, ແມ່ນຂໍ້ທີ່ພິກຂຸຖຶກພິກຂຸຜູ້ເປັນໂຈດຟ້ອງ ບໍ່ພໍໃຈຕອບໃນຄວາມປະພຶດ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ, ພິກຂຸເປັນຄົນລົບລູ່ ຕີຕົນສະເໝີທ່ານ, ແມ່ນຂໍ້ທີ່ພິກຂຸເປັນຜູ້ລົບລູ່ ຕີຕົນສະເໝີທ່ານ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ, ພິກຂຸເປັນຄົນຣິສະຍາ ເປັນຄົນຂີ້ຖີ່, ແມ່ນຂໍ້ທີ່ພິກຂຸເປັນຜູ້ຣິສະຍາ ເປັນຄົນຂີ້ຖີ່, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ, ພິກຂຸເປັນຄົນໂອ້ອວດ ເຈົ້າມາຣຍາ, ແມ່ນຂໍ້ທີ່ພິກຂຸເປັນຜູ້ໂອ້ອວດ ເຈົ້າມາຣຍາ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ, ພິກຂຸເປັນຄົນກະດ້າງ ດູໝິ່ນຜູ້ອື່ນ, ແມ່ນຂໍ້ທີ່ພິກຂຸເປັນຜູ້ກະດ້າງ ດູໝິ່ນຜູ້ອື່ນ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ອີກປະການນຶ່ງ, ພິກຂຸເປັນຄົນຖືເອົາແຕ່ຄວາມເຫັນຂອງຕົນ ຫົວແຂງ ຖອນໄດ້ຍາກ, ແມ່ນຂໍ້ທີ່ພິກຂຸເປັນຜູ້ຖືເອົາແຕ່ຄວາມເຫັນຂອງຕົນ ຫົວແຂງ ຖອນໄດ້ຍາກ, ນີ້ກໍເປັນທັມທີ່ເຮັດໃຫ້ເປັນຄົນວ່າຍາກ.
ຜູ້ມີອາຍຸທັງຫຼາຍ ! ທັມເຫຼົ່ານີ້ແລ ເອີ້ນວ່າ ທັມທີ່ເຮັດໃຫ້ເປັນຄົນວ່າຍາກ