ພຣະເສຂະ ຄື ຜູ້ທີ່ກໍາລັງຈະຮູ້ຈັກນິບພານ
ທໍາໃນເບື້ອງຕົ້ນ
ພິກຂຸ ທ. ! ພິກຂຸໃດ ເຖິງແມ່ນວ່າຍັງເປັນພຣະເສຂະ ຍັງບໍ່ບັນລຸເຖິງອະຣະຫັຕຕະມັຄຄະ ຍັງປາຖນາພຣະນິພພານ ອັນເປັນທີ່ກະເສມຈາກໂຢຄະ ບໍ່ມີອື່ນຍິ່ງກວ່າຢູ່, ພິກຂຸເຖິງແມ່ນດັ່ງນັ້ນ ຍ່ອມຮູ້ແຈ່ມແຈ້ງ ຊຶ່ງນິພພານໂດຍຄວາມເປັນນິພພານ; ເມື່ອຮູ້ແຈ່ມແຈ້ງຊຶ່ງນິພພານ ໂດຍສັກແຕ່ວ່າເປັນນິພພານແລ້ວ, ຍ່ອມເປັນຜູ້ຈະບໍ່ໝາຍໝັ້ນຊຶ່ງນິພພານ; ຈະບໍ່ໝາຍໝັ້ນໃນນິພພານ; ຈະບໍ່ໝາຍໝັ້ນ ໂດຍຄວາມເປັນນິພພານ; ຈະບໍ່ໝາຍໝັ້ນວ່າ ນິພພານເປັນຂອງເຮົາ ດັ່ງນີ້; ຈຶ່ງເປັນຜູ້ຈະບໍ່ມີປົກກະຕິເພີດເພີນຍິ່ງຊຶ່ງນິພພານ. ຂໍ້ນັ້ນເພາະເຫຕໃດໜໍ ? ເຮົາຂໍຕອບວ່າ “ເພາະວ່ານິພພານ ເປັນສິ່ງທີ່ພິກຂຸຜູ້ເສຂະນັ້ນຈະຕ້ອງໄດ້ຮູ້ຮອບ.” ດັ່ງນີ້ ແລ.
- ມູ. ມ. ໑໒/໖/໓.
ພຣະອະເສຂະຄືຜູ້ທີ່ໝົດຄວາມຢຶດຖືທຸກສິ່ງ
ພິກຂຸ ທ. ! ພິກຂຸໃດ ເປັນພຣະອໍຣະຫັນຕ໌ ຜູ້ສິ້ນອາສະວະແລ້ວ ຢູ່ຈົບພຣົມມະຈັນຣຍ໌ ເຮັດກິດທີ່ຕ້ອງເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ຂອງຕົນ ອັນຕາມບັນລຸເຖິງແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນໄປໝົດແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະຮູ້ໂດຍຊອບ, ພິກຂຸເແມ່ນດັ່ງນັ້ນ ກໍຍ່ອມຮູ້ແຈ່ມແຈ້ງ ຊຶ່ງດິນ ນໍ້າ ໄຟ ລົມ ໂດຍຄວາມເປັນ ດິນ ນໍ້າ ໄຟ ລົມ; ເມື່ອຮູ້ແຈ່ມແຈ້ງຊຶ່ງດິນ ນໍ້າ ໄຟ ລົມ ໂດຍສັກແຕ່ວ່າເປັນດິນ ນໍ້າ ໄຟ ລົມ ແລ້ວ, ຍ່ອມບໍ່ເປັນຜູ້ໝາຍໝັ້ນ ຊຶ່ງ ດິນ ນໍ້າ ໄຟ ລົມ; ບໍ່ໝາຍໝັ້ນໃນ ດິນ ນໍ້າ ໄຟ ລົມ; ບໍ່ໝາຍໝັ້ນ ໂດຍຄວາມເປັນ ດິນ ນໍ້າ ໄຟ ລົມ; ບໍ່ໝາຍໝັ້ນວ່າ ‘ດິນ ນໍ້າ ໄຟ ລົມ ເປັນຂອງເຮົາ’ ດັ່ງນີ້; ຈຶ່ງບໍ່ເປັນຜູ້ເພີດເພີນຍິ່ງ ຊຶ່ງດິນ ນໍ້າ ໄຟ ລົມ. ຂໍ້ນັ້ນເພາະເຫຕໃດໜໍ ? ເຮົາຂໍຕອບວ່າ “ເພາະວ່າ ດິນ ນໍ້າ ໄຟ ລົມ ເປັນສິ່ງທີ່ພິກຂຸ ຜູ້ອໍຣະຫັນຕ໌ຂີນາສົບນັ້ນ ໄດ້ຮູ້ຮອບແລ້ວ” ດັ່ງນີ້ແລ.
- ມູ. ມ. ໑໒/໖/໔.
(ໃນສູຕນີ້ ໄດ້ຕຣັດສິ່ງເປັນທີ່ຕັ້ງ ແຫ່ງຄວາມຢຶດຖື ນອກໄປຈາກດິນ ນໍ້າ ໄຟ ລົມ ອີກຄື ພູຕະສັຕ ເທບ ປະຊາບໍດີ ພຣົມ ອາພັດສະຣະພຣົມ ສຸພະກິນຫະພຣົມ ເວຫັບຜະລະພຣົມ ອະພິພູ ອາກາສານັນຈາຢະຕະນະ ຯລຯ ເນວະສັນຍານາສັນຍາຢະຕະນະ ສິ່ງທີ່ເຫັນແລ້ວ - ຟັງແລ້ວ-ຮູ້ສຶກ-ຮູ້ແຈ້ງແລ້ວ ເອກະພາວະ ນານາພາວະ ສິ່ງທັງປວງ ແລະນິພພານ).