ຊົງສະແດງດ້ວຍອາຍະຕະນະຫົກ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ອະຣິຍະສັຈຈ໌ມີສີ່ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ອະຣິຍະສັຈຈ໌ ຄືທຸກຂ໌ ອະຣິຍະສັຈຈ໌ ຄືທຸກຂະສະມຸທັຍ ອະຣິຍະສັຈຈ໌ ຄືທຸກຂະນິໂຣທະ ອະຣິຍະສັຈຈ໌ ຄືທຸກຂະນິໂຣທະຄາມິນີປະຕິປະທາ.

ພິກຂຸ ທ. ! ອະຣິຍະສັຈຈ໌ຄືທຸກຂ໌ ເປັນແນວໃດໜໍ ? ຄວນຈະກ່າວວ່າໄດ້ແກ່ອາຍະຕະນະພາຍໃນຫົກ. ອາຍະຕະນະພາຍໃນຫົກ ເຫຼົ່າໃດໜໍ ? ຄື ຈັກຂຸອາຍະ ຕະນະ ໂສຕະອາຍະຕະນະ ຄານະອາຍະຕະນະ ຊິວຫາອາຍະຕະນະ ກາຍະອາ ຍະຕະນະ ມະນະອາຍະຕະນະ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄື ທຸກຂ໌.

ພິກຂຸ ທ. ! ອະຣິຍະສັຈຈ໌ຄື ທຸກຂະສະມຸທັຍ ເປັນແນວໃດໜໍ ? ຄື ຕັນຫາ ອັນໃດນີ້ ທີ່ເປັນເຄື່ອງນໍາພາໃຫ້ມີການເກີດອີກ ອັນປະກອບດ້ວຍຄວາມກໍາໜັດ ເພາະອໍານາດຄວາມເພີນ ເຮັດໃຫ້ເພີດເພີນຢ່າງຍິ່ງໃນອາຣົມນັ້ນໆ; ໄດ້ແກ່ກາມະຕັນຫາ ພະວະຕັນຫາ ວິພະວະຕັນຫາ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄື ທຸກຂະສະສະມຸທັຍ.

ພິກຂຸ ທ. ! ອະຣິຍະສັຈຈ໌ຄື ທຸກຂະນິໂຣດະ ເປັນແນວໃດໜໍ ? ຄືຄວາມດັບສະນິດ ເພາະຄວາມຈາງຄາຍໄປໂດຍບໍ່ເຫຼືອຂອງຕັນຫານັ້ນ ຄວາມສະລະຖິ້ມຄວາມສະລັດຄືນ ຄວາມປ່ອຍວາງ ຄວາມບໍ່ອາໄລເຖິງຊຶ່ງຕັນຫານັ້ນເອງ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄື ທຸກຂະນິໂຣດະ.

ພິກຂຸ ທ. ! ອະຣິຍະສັຈຈ໌ຄື ທຸກຂະນິໂຣທະຄາມິນີປະຕິປະທາ ເປັນແນວໃດໜໍ ? ຄືຫົນທາງອັນປະເສີດ ປະກອບດ້ວຍອົງຄ໌ແປດປະການນີ້ ນັ້ນເອງ; ໄດ້ແກ່ສິ່ງເຫຼົ່ານີ້ຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄື ທຸກຂະນິໂຣທະຄາມິນີປະຕິປະທາ.

ພິກຂຸ ທ. ! ເຫຼົ່ານີ້ແລ ອະຣິຍະສັຈຈ໌ ໔ ຢ່າງ.

ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ທຸກຂະສະມຸທັຍເປັນເຊັ່ນນີ້, ທຸກຂະນິໂຣດະເປັນເຊັ່ນນີ້, ທຸກຂະນິໂຣທະຄາມິນີປະຕິປະທາເປັນເຊັ່ນນີ້” ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໓໕/໑໖໘໔-໑໖໘໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ