ບຸກຄົນທີ່ມີເຊື້ອເຫຼືອ 9 ຈຳພວກ

ໂສດາບັນ

0:00/0:00
ເຊົ້າວັນໜຶ່ງ ທ່ານພຣະສາຣີບຸຕ ຄອງຈີວອນ ຖືບາຕເຂົ້າໄປບິນທະບາຕ ໃນນະຄອນສາວັຕຖີ ທ່ານເຫັນວ່າເວລາຍັງເຊົ້າເກີນໄປ ສໍາລັບການບິນທະບາຕ ຈຶ່ງແວະເຂົ້າໄປໃນອາຣາມຂອງພວກປະຣິບພາຊົກລັດທິອື່ນ ໄດ້ທັກທາຍປາໄສກັນຕາມທັມນຽມແລ້ວ ນັ່ງລົງທີ່ສ່ວນຂ້າງໜຶ່ງ. ກໍໃນເວລານັ້ນແລ ພວກປະຣິບພາຊົກທັງຫຼາຍນັ້ນ ກຳລັງຍົກຂໍ້ຄວາມຂຶ້ນກ່າວໂຕ້ຖຽງກັນຢູ່ ເຖິງເລື່ອງບຸຄຄົລໃດ ໃຜກໍຕາມທີ່ຍັງມີເຊື້ອເຫຼືອ ຖ້າຕາຍແລ້ວຍ່ອມບໍ່ພົ້ນເສຍຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິສັຍແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕໄປໄດ້ເລີຍຈັກຄົນດຽວ ດັ່ງນີ້. ທ່ານພຣະສາຣີບຸຕ ບໍ່ສະແດງວ່າເຫັນດ້ວຍ ແລະບໍ່ຄັດຄ້ານ ຂໍ້ຄວາມຂອງປະຣິບພາຊົກເຫຼົ່ານັ້ນ, ລຸກຈາກບ່ອນນັ່ງໄປ ໂດຍຄິດວ່າ ທູນຖວາຍພຣະຜູ້ມີພຣະພາຄເຈົ້າແລ້ວ ຈະໄດ້ຮູ້ຄວາມຂໍ້ນີ້. ຄັນກັບຈາກບິນທະບາຕ ພາຍຫຼັງອາຫາຣແລ້ວ ຈຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຈົ້າ ຂາບທູນເຖິງເລື່ອງລາວ ທີ່ເກີດຂຶ້ນໃນຕອນເຊົ້າທຸກປະການ. ພຣະຜູ້ມີພຣະພາຄເຈົ້າ ຈຶ່ງຕຣັດວ່າ :-

ສາຣີບຸຕ ! ພວກປະຣິບພາຊົກລັດທິອື່ນ ຍັງອ່ອນຄວາມຮູ້ ບໍ່ສະຫຼາດ ຈະຮູ້ໄດ້ແນວໃດກັນວ່າ ໃຜມີເຊື້ອເຫຼືອ ໃຜບໍ່ມີເຊື້ອເຫຼືອ.

ສາຣີບຸຕ ! ບຸຄຄົລທີ່ມີເຊື້ອ (ອຸປະທິ) ເຫຼືອ ໙ ຈໍາພວກ ດັ່ງທີ່ຈະກ່າວຕໍ່ໄປນີ້ ເຖິງແມ່ນຕາຍໄປ ກໍພົ້ນແລ້ວຈາກນະຣົກ ພົ້ນແລ້ວຈາກກໍາເນີດເດຣັດສານ ພົ້ນແລ້ວຈາກວິໄສແຫ່ງເປຕ ພົ້ນແລ້ວຈາກອະບາຍ ທຸຄະຕິ ວິນິບາຕ. ບຸຄຄົລເກົ້າຈໍາພວກເຫຼົ່ານັ້ນ ເປັນແນວໃດໜໍ ? ເກົ້າຈໍາພວກຄື :-
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໕໖໓, ໕໖໕; ໃນຂຸມ. ໂອ. ໜ້າ ໔໕໔/ ຄໍາວ່າ “ບຸຄຄົລ”, ເຖິງແມ່ນຕາຍໄປ” ສະແດງເຖິງວ່າ ເປັນຜູ້ຍັງມີຊີວິຕຢູ່ເທິງໂລກ ຊຶ່ງມີຄຸນນະທັມຕ່າງໆ ຕາມທີ່ຕຣັດໄວ້)

(໑) ສາຣີບຸຕ ! ບຸຄຄົລບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ເຮັດໄດ້ເຕັມທີ່ໃນສ່ວນສະມາທິ ແຕ່ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັນໂຍຊນ໌ ໕ ຢ່າງໃນເບື້ອງຕົ້ນໃຫ້ດັບສິ້ນໄປ, ບຸຄຄົລນັ້ນເປັນ ອະນາຄາມີ ຜູ້ຈະປະຣິນິພພານ ໃນລະຫວ່າງອາຍຸຍັງບໍ່ທັນເຖິງເຄິ່ງ. ສາຣີບຸຕ ! ນີ້ເປັນບຸຄຄົລ ຜູ້ມີເຊື້ອເຫຼືອພວກທີ ໑ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

(໒) ສາຣີບຸຕ ! ບຸຄຄົລບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ເຮັດໄດ້ເຕັມທີ່ໃນສ່ວນສະມາທິ ແຕ່ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັນໂຍຊນ໌ ໕ ຢ່າງໃນເບື້ອງຕົ້ນໃຫ້ດັບສິ້ນໄປ, ບຸຄຄົລນັ້ນເປັນ ອະນາຄາມີ ຜູ້ຈະປະຣິນິພພານ ເມື່ອອາຍຸພົ້ນເຄິ່ງແລ້ວ ໃກ້ຈະເຖິງທີ່ສຸດ. ສາຣີບຸຕ ! ນີ້ເປັນບຸຄຄົລຜູ້ມີເຊື້ອເຫຼືອພວກທີ ໒ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

(໓) ສາຣີບຸຕ ! ບຸຄຄົລບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ເຮັດໄດ້ເຕັມທີ່ໃນສ່ວນສະມາທິ ແຕ່ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັນໂຍຊນ໌ ໕ ຢ່າງໃນເບື້ອງຕົ້ນໃຫ້ດັບສິ້ນໄປ, ບຸຄຄົລນັ້ນເປັນ ອະນາຄາມີ ຜູ້ຈະປະຣິນິພພານໂດຍບໍ່ຕ້ອງໃຊ້ຄວາມພຽນເຫື່ອແຮງ. ສາຣີບຸຕ ! ນີ້ເປັນບຸຄຄົລຜູ້ມີເຊື້ອເຫຼືອພວກທີ ໓ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

(໔) ສາຣີບຸຕ ! ບຸຄຄົລບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ເຮັດໄດ້ເຕັມທີ່ໃນສ່ວນສະມາທິ ແຕ່ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັນໂຍຊນ໌ ໕ ຢ່າງໃນເບື້ອງຕົ້ນໃຫ້ດັບສິ້ນໄປ, ບຸຄຄົລນັ້ນເປັນ ອະນາຄາມີ ຜູ້ຈະປະຣິນິພພານໂດຍຕ້ອງໃຊ້ຄວາມພຽນເຫື່ອແຮງ. ສາຣີບຸຕ ! ນີ້ເປັນບຸຄຄົລຜູ້ມີເຊື້ອເຫຼືອ ພວກທີ ໔ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

(໕) ສາຣີບຸຕ ! ບຸຄຄົລບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ເຮັດໄດ້ເຕັມທີ່ໃນສ່ວນສະມາທິ ແຕ່ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັນໂຍຊນ໌ ໕ ຢ່າງໃນເບື້ອງຕົ້ນໃຫ້ດັບສິ້ນໄປ, ບຸຄຄົລນັ້ນເປັນ ອະນາຄາມີ ຜູ້ມີກະແສໃນເບື້ອງເທິງໄປເຖິງອະກະນິຕຖະພົບ. ສາຣີບຸຕ ! ນີ້ເປັນບຸຄຄົລຜູ້ມີເຊື້ອເຫຼືອພວກທີ ໕ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

(໖) ສາຣີບຸຕ ! ບຸຄຄົລບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ແຕ່ເຮັດໄດ້ພໍປະມານໃນສ່ວນສະມາທິ ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັນໂຍຊນ໌ ໓ ຢ່າງໃຫ້ດັບສິ້ນໄປ, ແລະເພາະມີຣາຄະ ໂທສະ ໂມຫະ ເບົາບາງໜ້ອຍລົງ, ເປັນ ສະກະທາຄາມີ ຍັງຈະມາສູ່ໂລກນີ້ອີກຄັ້ງດຽວເທົ່ານັ້ນ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້. ສາຣີບຸຕ ! ນີ້ເປັນບຸຄຄົລ ຜູ້ມີເຊື້ອເຫຼືອພວກທີ ໖ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

(໗) ສາຣີບຸຕ ! ບຸຄຄົລບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ແຕ່ເຮັດໄດ້ພໍປະມານໃນສ່ວນສະມາທິ ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັນໂຍຊນ໌ ໓ ຢ່າງໃຫ້ດັບສິ້ນໄປ, ບຸຄຄົລນັ້ນເປັນໂສດາບັນຜູ້ມີພືດຄັ້ງດຽວ ຄືຈະເກີດໃນພົບແຫ່ງມະນຸສສ໌ຄັ້ງດຽວເທົ່ານັ້ນ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້. ສາຣີບຸຕ ! ນີ້ເປັນບຸຄຄົລຜູ້ມີເຊື້ອເຫຼືອ ພວກທີ ໗ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິວິນິບາຕ.

(໘) ສາຣີບຸຕ ! ບຸຄຄົລບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ແຕ່ເຮັດໄດ້ພໍປະມານໃນສ່ວນສະມາທິ ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັນໂຍຊນ໌ ໓ ຢ່າງໃຫ້ດັບສິ້ນໄປ, ບຸຄຄົລຜູ້ນັ້ນເປັນ ໂສດາບັນ ຜູ້ຕ້ອງທ່ອງທ່ຽວໄປສູ່ສະກຸນ ໒ ຫຼື ໓ ຄັ້ງ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້. ສາຣີບຸຕ ! ນີ້ເປັນບຸຄຄົລ ຜູ້ມີເຊື້ອເຫຼືອພວກທີ ໘ ທີ່ເມື່ອຕາຍກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

(໙) ສາຣີບຸຕ ! ບຸຄຄົລບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ແຕ່ເຮັດໄດ້ພໍປະມານໃນສ່ວນສະມາທິ ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັນໂຍຊນ໌ ໓ ຢ່າງໃຫ້ດັບສິ້ນໄປ, ບຸຄຄົລນັ້ນເປັນ ໂສດາບັນ ຜູ້ຕ້ອງທ່ຽວໄປໃນເທວະດາແລະມະນຸສສ໌ອີກ ໗ ຄັ້ງ ໂດຍຢ່າງຫຼາຍ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້. ສາຣີບຸຕ ! ນີ້ເປັນບຸຄຄົລ ຜູ້ມີເຊື້ອເຫຼືອພວກທີ່ ໙ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

ສາຣີບຸຕ ! ປະຣິບພາຊົກລັດທິອື່ນ ຍັງອ່ອນຄວາມຮູ້ ບໍ່ສະຫຼາດ ຈະຮູ້ໄດ້ແນວໃດກັນ ວ່າໃຜມີເຊື້ອເຫຼືອ ໃຜບໍ່ມີເຊື້ອເຫຼືອ. ສາຣີບຸຕ ! ບຸຄຄົລເຫຼົ່ານີ້ແລ ທີ່ມີເຊື້ອເຫຼືອ ໙ ຈໍາພວກ ເມື່ອຕາຍໄປກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

ສາຣີບຸຕ ! ທັມປະຣິຍາຍຂໍ້ນີ້ ຍັງບໍ່ເຄີຍສະແດງໃຫ້ປາກົດ ແກ່ໝູ່ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາທັງຫຼາຍມາແຕ່ກາລະກ່ອນ. ຂໍ້ນັ້ນ ເພາະເຫຕໃດໜໍ ? ເພາະເຮົາເຫັນວ່າ ຖ້າເຂົາເຫຼົ່ານັ້ນ ໄດ້ຟັງທັມປະຣິຍາຍຂໍ້ນີ້ແລ້ວ ຈະພາກັນເກີດຄວາມປະມາດ; ອັນໜຶ່ງໜໍ ທັມປະຣິຍາຍເຊັ່ນນີ້ ເປັນທັມປະຣິຍາຍທີ່ເຮົາກ່າວ ຕໍ່ເມື່ອຖືກຖາມເຈາະຈົງເທົ່ານັ້ນ; ດັ່ງນີ້ແລ.

- ນວກ. ອັງ. ໒໓/໓໙໓/໒໑໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ