ປະພຶດພຣົມມະຈັນເພື່ອລະເພື່ອຕັດອະນຸໃສ ໂດຍເດັດຂາດ
ອະຣິຍະສັດ 4
ພິກຂຸ ທ. ! ອະນຸສັຍ ມີ ໗ ຢ່າງເຫຼົ່ານີ້. ເຈັດຢ່າງ ເຫຼົ່າໃດໜໍ ? ເຈັດຢ່າງຄືອະນຸສັຍ ຄື ກາມະຣາຄະ ໑ ອະນຸສັຍ ຄື ປະຕິຄະ ໑ ອະນຸສັຍ ຄື ທິຕຖິ ໑ ອະນຸສັຍ ຄື ວິຈິກິດສາ ໑ ອະນຸສັຍ ຄື ມານະ ໑ ອະນຸສັຍ ຄື ພະວະຣາຄະ ໑ ອະນຸສັຍ ຄື ອະວິຊຊາ ໑.
ພິກຂຸ ທັງຫຼາຍ ! ເຫຼົ່ານີ້ແລ ຄື ອະນຸສັຍ ໗ ຢ່າງ.
ພິກຂຸ ທ. ! ພຣົມມະຈັນຣຍ໌ ທີ່ປະພຶດກັນຢູ່ນີ້ ເພື່ອລະ ເພື່ອຕັດຂາດ ຊຶ່ງອະນຸສັຍ ໗ ຢ່າງ. ເຈັດຢ່າງເຫຼົ່າໃດໜໍ ?
ພິກຂຸ ທ. ! ພຣົມມະຈັນຣຍ໌ ທີ່ປະພຶດກັນຢູ່ ເພື່ອລະ ເພື່ອຕັດຂາດຊຶ່ງ ອະນຸສັຍ ຄື ກາມະຣາຄະ, ເພື່ອລະ ເພື່ອຕັດຂາດ ຊຶ່ງອະນຸສັຍ ຄື ປະຕິຄະ, ເພື່ອລະ ເພື່ອຕັດຂາດ ຊຶ່ງອະນຸສັຍ ຄື ທິຕຖິ, ເພື່ອລະ ເພື່ອຕັດຂາດ ຊຶ່ງອະນຸສັຍ ຄື ວິຈິກິດສາ, ເພື່ອລະ ເພື່ອຕັດຂາດ ຊຶ່ງອະນຸສັຍ ຄື ມານະ, ເພື່ອລະ ເພື່ອຕັດຂາດ ຊຶ່ງອະນຸສັຍ ຄື ພະວະຣາຄະ, ເພື່ອລະ ເພື່ອຕັດຂາດ ຊຶ່ງອະນຸສັຍ ຄື ອະວິຊຊາ, ພິກຂຸ ທ. ! ພຣົມມະຈັນຣຍ໌ ທີ່ປະພຶດກັນຢູ່ນີ້ ເພື່ອລະ ເພື່ອຕັດຂາດ ຊຶ່ງອະນຸສັຍ ໗ ຢ່າງ ເຫຼົ່ານີ້ ແລ.
ພິກຂຸ ທ. ! ເມື່ອໃດແລ ອະນຸສັຍ ຄືກາມະຣາຄະກໍດີ, ອະນຸສັຍ ຄືປະຕິຄະກໍດີ, ອະນຸສັຍ ຄືທິຕຖິກໍດີ, ອະນຸສັຍ ຄືວິຈິກິດສາກໍດີ, ອະນຸສັຍ ຄືມານະກໍດີ, ອະນຸສັຍ ຄື ພະວະຣາຄະກໍດີ, ແລະອະນຸສັຍ ຄືອະວິຊຊາກໍດີ, ເປັນສິ່ງທີ່ພິກຂຸລະໄດ້ແລ້ວ ມີຮາກເຫງົ້າອັນຕັດຂາດແລ້ວ ເຮັດໃຫ້ເໝືອນຕົ້ນຕານຍອດເນົ່າ ເຮັດໃຫ້ມີຢູ່ບໍ່ໄດ້ ເຮັດໃຫ້ເປັນສິ່ງທີ່ເກີດຂຶ້ນບໍ່ໄດ້ ອີກຕໍ່ໄປ;
ພິກຂຸ ທ. ! ເມື່ອນັ້ນ, ພິກຂຸນີ້ເຮົາເອີ້ນວ່າ “ຕັດຕັນຫາໄດ້ແລ້ວ ຮື້ຖອນສັນໂຍຊນ໌ແລ້ວ ໄດ້ເຮັດທີ່ສຸດແຫ່ງທຸກຂ໌ ເພາະຮູ້ຈັກໜ້າຕາຂອງ ມານະ ຢ່າງຖືກຕ້ອງແລ້ວ” ດັ່ງນີ້ ແລ.
- ສັຕຕະກະ. ອັງ. ໒໓/໘-໙/໑໑-໑໒.
(ຄວາມມຸ່ງໝາຍຂອງການປະພຶດພຣົມມະຈັນຣຍ໌ ໃນສູຕນີ້ ຊົງສະແດງວ່າເພື່ອລະເສຍ ຊື່ງອະນຸສັຍເຈັດ; ໃນສູຕອື່ນ (໒໓/໗-໘/໘-໙) ຊົງສະແດງວ່າ ເພື່ອຕັດເສຍ ຊຶ່ງສັນໂຍຊນ໌ເຈັດ ເບິ່ງລາຍລະອຽດ ທີ່ຫົວຂໍ້ວ່າ “ສັນໂຍຊນ໌ເຈັດ” ທີ່ໜ້າ ໓໘໘ ແຫ່ງໜັງສືນີ້.)