ທັມເປັນເຄື່ອງຖອນອັດສະມິມານະໃນປັດຈຸບັນ

ທໍາໃນທີສຸດ

0:00/0:00
ພິກຂຸ ທ. ! ນີ້ເປັນສິ່ງທີ່ຫວັງໄດ້ ສໍາລັບພິກຂຸ ຜູ້ມີມິຕດີ (ກັນລະຍານະມິຕຕະ) ມີສະຫາຍດີ (ກັນລະຍານະສະຫາຢະ) ມີພວກພ້ອງດີ (ກັນລະຍານະສັມປະວັງກະ) ຄື ຈະເປັນຜູ້ມີສີລ ສັງລວມ ດ້ວຍການສັງລວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍມາລະຍາດ ແລະໂຄຈອນ ມີປົກກະຕິເຫັນເປັນພັຍ ໃນໂທດທັງຫຼາຍ ແມ່ນວ່າມີປະມານເລັກນ້ອຍ ສະມາທານສຶກສາໃນສິກຂາບົດທັງຫຼາຍຢູ່;

ພິກຂຸ ທ. ! ນີ້ເປັນສິ່ງທີ່ຫວັງໄດ້ ສໍາລັບພິກຂຸ ຜູ້ມີມິຕດີ ມີສະຫາຍດີ ມີພວກພ້ອງດີ; ກ່າວຄື ກະຖາເປັນເຄື່ອງຂູດເກົາຢ່າງຍິ່ງ ເປັນທັມເຄື່ອງສະບາຍແກ່ການເປີດໂລ່ງແຫ່ງຈິຕ ໄດ້ແກ່ອັບປິດສະກະຖາ (ເລື່ອງປາຖນານ້ອຍ) ສັນຕຸຕຖິກະຖາ (ເລື່ອງສັນໂດດ) ປະວິເວກະກະຖາ (ເລື່ອງຄວາມສະງົບ) ອະສັງສັກຄະກະຖາ (ເລື່ອງບໍ່ມົ່ວສຸມ) ວິຣິຢາຣັມພະກະຖາ (ເລື່ອງມີຄວາມພຽນ) ສີລະກະຖາ (ເລື່ອງສີລ) ສະມາທິກະຖາ (ເລື່ອງສະມາທິ) ປັນຍາກະຖາ (ເລື່ອງປັນຍາ) ວິມຸຕຕິກະຖາ (ເລື່ອງວິມຸດ) ວິມຸຕຕິຍານະທັສສະນະກະຖາ (ເລື່ອງວິມຸຕຕິຍານະທັສສະນະ), ເຂົາຈະເປັນຜູ້ໄດ້ໂດຍງ່າຍ ໄດ້ໂດຍບໍ່ຍາກ ບໍ່ລໍາບາກ ຊຶ່ງກະຖາເຊັ່ນນີ້; (ເລື່ອງຄວນເບິ່ງປະກອບກ່ຽວກັບວິມຸດຕະ ແລະວິມຸຕຕິຍານະທັສສະນະ ໃນປະຕິຈຈ. ໂອ. ໜ້າ ໖໑໖, ໖໓໕),

ພິກຂຸ ທ. ! ນີ້ເປັນສິ່ງທີ່ຫວັງໄດ້ ສໍາລັບພິກຂຸ ຜູ້ມີມິຕດີ ມີສະຫາຍດີ ມີພວກພ້ອງດີ; ກ່າວຄື ຈະເປັນຜູ້ມີຄວາມພຽນອັນປາຣົບແລ້ວ ເພື່ອການລະຊຶ່ງອະກຸສົລທັມທັງຫຼາຍ ເພື່ອການເຖິງພ້ອມແຫ່ງກຸສົລທັມທັງຫຼາຍ ມີກໍາລັງ (ຈິຕ) ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫຼາຍ ;

ພິກຂຸ ທ. ! ນີ້ເປັນສິ່ງທີ່ຫວັງໄດ້ ສໍາລັບພິກຂຸ ຜູ້ມີມິຕດີ ມີສະຫາຍດີ ມີພວກພ້ອງດີ; ກ່າວຄື ຈະເປັນຜູ້ມີປັນຍາ ປະກອບດ້ວຍປັນຍາ ເຄື່ອງໃຫ້ຮູ້ຊຶ່ງຄວາມເກີດ ແລະຄວາມດັບ (ອຸທະຢັຕຖະຄາມິນີ) ອັນເປັນປັນຍາທີ່ເປັນອະຣິຍະ ເປັນເຄື່ອງເຈາະແທງກິເລສ ໃຫ້ເຖິງຊຶ່ງຄວາມດັບສິ້ນທຸກຂ໌ ໂດຍຊອບ.

ພິກຂຸ ທ. ! ພິກຂຸ ຜູ້ຕັ້ງຢູ່ໃນທັມຫ້າປະການ໑ ເຫຼົ່ານີ້ແລ້ວ ຄວນຈະເຣີນທັມ ໔ ປະການ ໃຫ້ຍິ່ງຂຶ້ນໄປຄື :-

ຈະເຣີນ ອະສຸພະ ເພື່ອລະ ຣາຄະ;
ຈະເຣີນ ເມຕຕາ ເພື່ອລະ ພະຍາບາດ;
ຈະເຣີນ ອານາປານະສະຕິ ເພື່ອຕັດເສຍຊຶ່ງ ວິຕົກ;
ຈະເຣີນ ອະນິດຈະສັນຍາ ເພື່ອຖອນ ອັສສະມິມານະ.

ພິກຂຸ ທ. ! ເມື່ອພິກຂຸ ມີອະນິດຈະສັນຍາ, ອະນັຕຕະສັນຍາ ຍ່ອມຕັ້ງໝັ້ນ;ຜູ້ມີອະນັຕຕະສັນຍາ ຍ່ອມເຖິງການຖອນເສຍໄດ້ ຊຶ່ງອັສສະມິມານະ ຄື ນິພພານໃນທິຕຖະທັມ ແລ.
- ນວກ. ອັງ. ໒໓/໓໖໕/໒໐໕.
(ເມື່ອອ່ານຂໍ້ຄວາມຕອນນີ້ ຜູ້ສຶກສາຈົ່ງລະລຶກເຖິງຄໍາທີ່ຕຣັດວ່າ “ຄວາມມີມິຕດີ ເປັນທັງໝົດແຫ່ງພຣົມມະຈັນຣຍ໌” ວ່າເປັນໄປໄດ້ແນວໃດ ແລະເບິ່ງເລື່ອງປະກອບໃນ ອຣິຍ.ໂອ. ປາຍໜ້າ ໑໔໔໓ ສະແດງຄວາມໝາຍເລິກເຊິ່ງ ຂອງກັນລະຍານະມິຕ ຄືມີມັຄຄະ ໘ ເປັນກັນລະຍານະມິຕ)

ສະມາທິທີ່ມີຜົລເປັນຄວາມບໍ່ມີອະຫັງກາຣະມະມັງກາຣະມານານຸສັຍ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໖໐໘, ໖໗໙)

ພຣະອານົນທ໌ ໄດ້ທູນຖາມວ່າ “ມີຢູ່ຫຼືໜໍ ຂ້ານ້ອຍ ! ການທີ່ພິກຂຸໄດ້ສະມາທິຊະນິດທີ່ມີຜົລ ຄືບໍ່ມີອະຫັງກາຣະມະມັງກາຣະມານານຸສັຍ ໃນກາຍອັນມີວິນຍານນີ້ດ້ວຍ, ບໍ່ມີອະຫັງກາຣະມະມັງກາຣະມານານຸສັຍ ໃນນິມິຕທັງປວງໃນພາຍນອກດ້ວຍ, ແລະເຂົານັ້ນ ເຂົ້າເຖິງແລ້ວແລຢູ່ຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນບໍ່ມີ ອະຫັງກາຣະມະມັງກາຣະມານານຸສັຍດ້ວຍ, ຂ້ານ້ອຍ !”

໑. ຄໍາວ່າ ໕ ປະການໃນບ່ອນນີ້ ນັບລວມທັງ ຄວາມມີມິຕດີພວກພ້ອງດີ ເຂົ້າດ້ວຍອີກປະການໜຶ່ງ;
ເບິ່ງຂໍ້ຄວາມອັນແຈ້ງແຈ່ມທີ່ຫົວຂໍ້ ວ່າ “ວິທີບົ່ມວິມຸຕຕິໃຫ້ເຖິງທີ່ສຸດ” ທີ່ໜ້າ ໘໐໔ ແຫ່ງໜັງສືນີ້.
ອານົນທ໌ ! ສະມາທິ ທີ່ພິກຂຸໄດ້ແລ້ວ ມີຜົລເປັນເຊັ່ນນັ້ນ ມີຢູ່.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສະມາທິທີ່ພິກຂຸໄດ້ແລ້ວ ມີຜົລເປັນເຊັ່ນນັ້ນ ມີຢູ່ເປັນແນວໃດໜໍ ? ຂ້ານ້ອຍ !”

ອານົນທ໌ ! ຄວາມເພັ່ງສະເພາະຂອງພິກຂຸ ໃນກໍລະນີນີ້ ມີຢູ່ເຊັ່ນນີ້ວ່າ “ນັ້ນສະຫງົບ ລະງັບ ນັ້ນປານີດ : ນັ້ນຄືທັມມະຊາດ ເປັນບ່ອນສະຫງົບລະງັບແຫ່ງສັງຂາຣທັງປວງ ເປັນທີ່ສະບັດຄືນຊຶ່ງອຸປະທິທັງປວງ ເປັນທີ່ດັບສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບ ເປັນນິພພານ (ເຢັນ)” ດັ່ງນີ້.

ອານົນທ໌ ! ເຊັ່ນນີ້ແລ ການທີ່ພິກຂຸໄດ້ສະມາທິ ຊະນິດທີ່ມີຜົລ ຄືບໍ່ມີອະຫັງກາຣະມະມັງກາຣະມານານຸສັຍ ໃນກາຍອັນມີວິນຍານນີ້ດ້ວຍ, ບໍ່ມີອະຫັງກາຣະມະມັງກາຣະມາມານານຸສັຍ ໃນນິມິຕທັງປວງ ໃນພາຍນອກດ້ວຍ, ແລະເຂົານັ້ນ ເຂົ້າເຖິງແລ້ວແລຢູ່ ຊຶ່ງເຈໂຕວິມຸຕຕິປັນຍາວິມຸຕຕິ ອັນບໍ່ມີອະຫັງກາຣະມະມັງກາຣະມານານຸສັຍດ້ວຍ.

ອານົນທ໌ ! ຂໍ້ນີ້ ເຮົາກ່າວອາໄສຄໍາກ່າວ ໃນການຕອບປັນຫາ ແກ່ປຸນນະກະມານົບ ໃນປາຣາຢະນະສະມາຄົມ ວ່າ :-

“ທ່ານຜູ້ໃດ ພິຈາຣະນາເຫັນແລ້ວ ຊຶ່ງສະພາບຍິ່ງ (ລື່ນ) ແລະຢ່ອນ (ຫຼຸດ) ໃນໂລກ (ວ່າເປັນຂອງວ່າງສະເໝີກັນ) ບໍ່ມີຄວາມຫວັ່ນໄຫວໄປໃນອາຣົມໃດໆ ໃນໂລກເລີຍ, ເປັນຜູ້ລະງັບ ສະຫງົບແລ້ວ ບໍ່ມີກິເລສຟຸ້ງ ໄງ່ກຸ້ມເໝືອນຄວັນ ບໍ່ມີຄວາມທຸກຂ໌ ຄວາມຄັບແຄ້ນແລ້ວ ເປັນຜູ້ບໍ່ຫວັງອັນໃດແລ້ວ, ເຮົາຕະຖາຄົຕ ກ່າວຜູ້ນັ້ນ ວ່າ ເປັນຜູ້ຂ້າມເສຍໄດ້ ຊຶ່ງຄວາມເກີດ ແລະຄວາມແກ່” ດັ່ງນີ້ ແລ.

(ຂໍ້ຄວາມ ແຫ່ງຄາຖາຂ້າງເທິງນີ້ ຄືຄວາມໝາຍແຫ່ງຄໍາວ່າ “ບໍ່ມີອະຫັງກາຣະມະມັງກາຣະມານານຸສັຍ).
- ຕິກ. ອັງ. ໒໐/໑໖໘/໔໗໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ