ພຣະໂສດາບັນແມ່ນໃຜ (ໃນຍະທີສອງ)

ໂສດາບັນ

0:00/0:00
ຢ່າຢ້ານເລີຍ ມະຫານາມະ ! ຢ່າຢ້ານເລີຍ ມະຫານາມະ !
ຄວາມຕາຍຂອງເຈົ້າຈັກບໍ່ຕ່ຳຊາມ ກາລະກິຣິຍາຂອງເຈົ້າຈັກບໍ່ຕ່ຳຊາມ. ມະຫານາມ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະການ ຍ່ອມເປັນຜູ້ມີປົກກະຕິນ້ອມໄປໃນນິບພານ ເນີ້ງໄປສູ່ນິບພານ ອຽງໄປທາງນິບພານໂດຍແທ້.
ທັມ ໔ ປະການ ແນວໃດໜໍ ?
ທັມ ໔ ປະການ ຄື: -
ມະຫານາມ ! ອະຣິຍະສາວົກໃນກໍລະນີນີ້
(໑) ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າວ່າ “ເພາະເຫຕຢ່າງນີ້ໆ
ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລສ ຕຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາແລະຂໍ້ປະ ຕິບັຕໃຫ້ເຖິງຊຶ່ງວິຊຊາ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກຄົນທີ່ຄວນຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ ເປັນຄູຜູ້ສອນຂອງເທວະດາແລະມະນຸສທັງຫຼາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ ເປັນຜູ້ມີຄວາມຈະເຣີນ ຈຳແນກທັມສັ່ງສອນສັຕ” ດັ່ງນີ້.
(໒) ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສ
ອັນບໍ່ຫວັ່ນໄຫວໃນພຣະທັມ ວ່າ “ພຣະທັມ ເປັນສິ່ງທີ່ພຣະຜູ້ມີພຣະພາຄເຈົ້າຕຣັສໄວ້ດີແລ້ວ ເປັນສິ່ງທີ່ຜູ້ສຶກສາແລະປະຕິບັຕຕ້ອງເຫັນໄດ້ດ້ວຍຕົນເອງ ເປັນສິ່ງທີ່ປະຕິບັຕໄດ້ແລະໃຫ້ຜົລໄດ້ບໍ່ຈຳກັດກາລ ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ຕົວ ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ” ດັ່ງນີ້.
(໓) ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສ ອັນບໍ່ຫວັ່ນໄຫວໃນພຣະສົງຄ໌ ວ່າ “ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນຜູ້ປະຕິບັຕດີແລ້ວ ເປັນຜູ້ປະຕິບັຕຕົງແລ້ວ ເປັນຜູ້ປະຕິບັຕໃຫ້ຮູ້ທັມເປັນເຄື່ອງອອກຈາກທຸກຂ໌ແລ້ວ ເປັນຜູ້ ປະຕິບັຕສົມຄວນແລ້ວ ອັນໄດ້ແກ່ບຸກຄົນເຫຼົ່ານີ້ ຄື ຄູ່ແຫ່ງບຸຣຸສ ສີ່ຄູ່ ນັບຮຽງຕົວໄດ້ແປດບຸຣຸສ ນັ້ນແຫຼະສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ ເປັນສົງຄ໌ຄວນຮັບທັກຂິນາທານ ເປັນສົງຄ໌ທີ່ບຸກຄົນທົ່ວໄປຈະຄວນເຮັດອັນຊະລີ ເປັນສົງຄ໌ທີ່ເປັນນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງກວ່າ” ດັ່ງນີ້.
(໔) ເປັນຜູ້ປະກອບພ້ອມແລ້ວ ດ້ວຍສີລທັງຫຼາຍຊະນິດ ເປັນທີ່ພໍໃຈຂອງເຫຼົ່າພຣະອະຣິຍະເຈົ້າ: ເປັນສີລທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ໝອງເສົ້າ ເປັນສີລທີ່ເປັນອິສະຣະຈາກຕັນຫາ ເປັນສີລທີ່ຜູ້ຮູ້ທ່ານສັນເສີນ ເປັນສີລທີ່ທິຕຖິບໍ່ລູບຄໍາແລະເປັນສີລທີ່ເປັນໄປພ້ອມເພື່ອສະມາທິ ດັ່ງນີ້.
ມະຫານາມ ! ປຽບເໝືອນຕົ້ນໄມ້ນ້ອມໄປໃນທິສປາຈີນ ເນີ້ງໄປສູ່ທິສປາຈີນ ອຽງໄປທາງທິສປາຈີນ. ຕົ້ນໄມ້ນັ້ນ ເມື່ອເຂົາຕັດທີ່ເຫງົ້າແລ້ວ ມັນຈະລົ້ມໄປທາງໃດໜໍ ?
“ມັນຈະລົ້ມໄປທາງທິສທີ່ມັນນ້ອມໄປ ເນີ້ງໄປ ອຽງໄປ ຂ້ານ້ອຍ !”.
ມະຫານາມ ! ເຊັ່ນໃດກໍເຊັ່ນນັ້ນ: ອະຣິຍະສາວົກປະກອບແລ້ວດ້ວຍທັມ ໔ ປະການເຫຼົ່ານີ້ ຍ່ອມເປັນຜູ້ມີປົກກະຕິນ້ອມໄປໃນນິບພານ ເນີ້ງໄປສູ່ນິບພານ ອຽງໄປທາງນິບພານໂດຍແທ້ ແລ.

- ບາລີ ມະຫາວາຣ. ສັງ. ໑໙/໔໖໕-໔໖໖/໑໕໑໑-໑໕໑໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ