ທຸຄະຕິຂອງຜູ້ທຸສີນ

ພົບພູມ

0:00/0:00
ພິກຂຸທັງຫຼາຍ ! ເຮົາຈະສະແດງທັມປະຣິຍາຍ ອັນເປັນເຫດແຫ່ງຄວາມກະເສືອກກະສົນໄປຕາມກັມ (ຂອງໝູ່ສັຕ) ແກ່ພວກເຈົ້າ ເຈົ້າທັງຫຼາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈະກ່າວ.
ທັມປະຣິຍາຍ ອັນສະແດງຄວາມກະເສືອກກະສົນໄປຕາມກັມ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ສັຕທັງຫຼາຍ ເປັນຜູ້ມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ເຮັດກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ ຈະເປັນຜູ້ຮັບຜົນກັມນັ້ນ.
ພິກຂຸທັງຫຼາຍ ! ຄົນບາງຄົນໃນກໍລະນີນີ້ ເປັນຜູ້ມີປົກກະຕິ ເຮັດປານາຕິບາຕ ຊົ່ວຊ້າ ມີຝ່າມືເປື້ອນດ້ວຍໂລຫິດ ມີແຕ່ການຂ້າແລະການທຸບຕີ ບໍ່ມີຄວາມເອັນດູໃນສັຕມີຊີວິດ ເຂົາກະເສືອກກະສົນດ້ວຍ (ກັມທາງ) ກາຍ ກະເສືອກກະສົນດ້ວຍ (ກັມທາງ) ວາຈາ ກະເສືອກກະສົນດ້ວຍ (ກັມທາງ) ໃຈ ກາຢະກັມຂອງເຂົາຄົດ ວະຈີກັມຂອງເຂົາຄົດ ມະໂນກັມຂອງເຂົາຄົດ ຄະຕິຂອງເຂົາຄົດ ອຸບັດ (ການເຂົ້າເຖິງພົບ) ຂອງເຂົາຄົດ.

ພິກຂຸທັງຫຼາຍ ! ສໍາລັບຜູ້ມີຄະຕິຄົດ ມີອຸບັດຄົດນັ້ນ ເຮົາກ່າວຄະຕິເຍື່ອງໃດເຍື່ອງໜຶ່ງ ໃນບັນດາຄະຕິສອງຢ່າງ ແກ່ເຂົາ ຄື ເຫລົ່າສັຕນະຣົກ ຜູ້ມີທຸກຂ໌ໂດຍສ່ວນດຽວ ຫລືວ່າ ສັຕເດຣັດສານ ຜູ້ມີກໍາເນີດກະເສືອກກະສົນ ໄດ້ແກ່ງູ ແມງເງົາ ຂີ້ເຂັບ ຈອນພອນ ແມວ ໜູ ນົກເຄົ້າ ຫລື ສັຕເດຣັດສານເຫລົ່າອື່ນ ທີ່ເຫັນມະນຸດແລ້ວກະເສືອກກະສົນ.
ພິກຂຸທັງຫຼາຍ ! ພູຕະສັຕຍ່ອມມີດ້ວຍອາການດັ່ງນີ້ ຄື ອຸບັດຍ່ອມມີແກ່ພູຕະສັຕ ເຂົາເຮັດກັມໃດໄວ້ ເຂົາຍ່ອມອຸບັດດ້ວຍຜົນກັມນັ້ນ ຜັດສະທັງຫຼາຍ ຍ່ອມຖືກຕ້ອງພູຕະສັຕນັ້ນ ຜູ້ອຸບັດແລ້ວ.
ພິກຂຸທັງຫຼາຍ ! ເຮົາກ່າວວ່າສັຕທັງຫລາຍເປັນ ທາຍາດແຫ່ງກັມ ດ້ວຍອາການເຊັ່ນນີ້ ດັ່ງນີ້.

(ໃນກໍລະນີແຫ່ງບຸກຄົນຜູ້ເຮັດອະທິນນາທານ ກາເມສຸມິດສາຈາຣ ກໍໄດ້ຕຣັດໄວ້ດ້ວຍຂໍ້ຄວາມເຊັ່ນດຽວກັນກັບ ໃນກໍລະນີຂອງຜູ້ເຮັດປານາຕິບາຕ ດັ່ງກ່າວມາແລ້ວເບື້ອງຕົ້ນທຸກປະການ ແລະຍັງໄດ້ຕຣັດກາຍໄປເຖິງ ວະຈີທຸຈະຣິຕສີ່ ມະໂນທຸຈະຣິຕສາມ ດ້ວຍຂໍ້ຄວາມແນວດຽວກັນອີກດ້ວຍ)

- ບາລີ ທສກ. ອັງ. ໒໔/໓໐໙/໑໙໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ