ເພີນຢູ່ກັບອາຍະຕະນະພາຍໃນເທົ່າກັບເພີນຢູ່ໃນທຸກ

ສັງໂຍດ

0:00/0:00
ພິກຂຸ ທ. ! ຜູ້ໃດ ເພີດເພີນຢູ່ໃນຈັກຂຸ, ຜູ້ນັ້ນ ເທົ່າກັບເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌ ຜູ້ນັ້ນຍ່ອມ ບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພິກຂຸ ທ. ! ຜູ້ໃດ ເພີດເພີນຢູ່ໃນໂສຕະ, ຜູ້ນັ້ນ ເທົ່າກັບເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງ ທີ່ເປັນທຸກຂ໌. ຜູ້ນັ້ນຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພິກຂຸ ທ. ! ຜູ້ໃດ ເພີດເພີນຢູ່ໃນຄານະ, ຜູ້ນັ້ນ ເທົ່າກັບເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງ ທີ່ເປັນທຸກຜູ້ນັ້ນຍ່ອມ ບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພິກຂຸ ທ. ! ຜູ້ໃດ ເພີດເພີນຢູ່ໃນຊິວຫາ, ຜູ້ນັ້ນ ເທົ່າກັບເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງ ທີ່ເປັນທຸກຂ໌ ຜູ້ນັ້ນຍ່ອມ ບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພິກຂຸ ທ. ! ຜູ້ໃດເພີດເພີນຢູ່ໃນກາຍ, ຜູ້ນັ້ນເທົ່າກັບເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງ ທີ່ເປັນທຸກຂ໌ ຜູ້ນັ້ນຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້;

ພິກຂຸ ທ. ! ຜູ້ໃດ ເພີດເພີນຢູ່ໃນມະນະ, ຜູ້ນັ້ນ ເທົ່າກັບເພີດເພີນຢູ່ ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດເພີດເພີນຢູ່ໃນສິ່ງ ທີ່ເປັນທຸກຂ໌ ຜູ້ນັ້ນຍ່ອມ ບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້.
- ສະລາ. ສງ. ໑໘/໑໖/໑໙.

(ໃນສູຕຕໍ່ໄປ ໄດ້ຕຣັດເຖິງໃນກໍລະນີ ແຫ່ງອາຍະຕະນະພາຍນອກຫົກ ຊຶ່ງມີຂໍ້ຄວາມເໝືອນໃນກໍລະນີ ແຫ່ງອາຍະຕະນະພາຍໃນ ຂ້າງເທິງນີ້ທຸກປະການ ຕ່າງແຕ່ຊື່ອາຍະຕະນະ).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ