ຕະຖາຄົຕໄດ້ເຄີຍຈະເລີນເມດຕາຕະຫລອດ 7 ປີ

ພຣົມວິຫານ 4

0:00/0:00
ພິກຂຸທັງຫຼາຍ ! ແຕ່ຊາຕທີ່ແລ້ວມາແຕ່ອະດີຕ ຕະຖາຄົຕໄດ້ເຄີຍຈະເລີນເມຕຕາພາວະນາຕະຫລອດ ໗ ປີ ຈຶ່ງບໍ່ເຄີຍມາບັງເກີດໃນໂລກມະນຸສນີ້ ຕະຫຼອດ ໗ ສັງວັຕຕະກັບ ແລະວິວັຕຕະກັບ. ໃນລະຫວ່າງກາລອັນເປັນສັງວັຕຕະກັບນັ້ນ ເຮົາໄດ້ບັງເກີດໃນອາພັສສະຣະພຣົມ. ໃນລະຫວ່າງກາລອັນເປັນວິວັຕຕະກັບນັ້ນ ເຮົາກໍໄດ້ຢູ່ພຣົມວິມານອັນວ່າງເປົ່າແລ້ວ.

ພິກຂຸທັງຫຼາຍ ! ໃນກັບນັ້ນ ເຮົາໄດ້ເຄີຍເປັນພຣົມ ໄດ້ເຄີຍເປັນມະຫາພຣົມຜູ້ຍິ່ງໃຫຍ່ ບໍ່ມີໃຜຄອບງຳໄດ້ ເປັນຜູ້ເຫັນສິ່ງທັງປວງໂດຍເດັດຂາດ ເປັນຜູ້ມີອໍານາດສູງສຸດ.

ພິກຂຸທັງຫຼາຍ ! ເຮົາໄດ້ເຄີຍເປັນສັກກະ ຜູ້ເປັນຈອມແຫ່ງເທວະດານັບໄດ້ ໓໖ ເທື່ອ ເຮົາໄດ້ເຄີຍເປັນຣາຊາຈັກກະພັດ ຜູ້ປະກອບດ້ວຍທັມ ເປັນພະຣາຊາໂດຍທັມ ມີເຂຕແຄວ້ນຈໍາຮອດມະຫາສະມຸດທັງສີ່ເປັນທີ່ສຸດ ເປັນຜູ້ຊະນະແລ້ວຢ່າງດີ ມີຊົນນະ ບົດອັນບໍລິບູນປະກອບດ້ວຍແກ້ວເຈັດປະການ ນັບດ້ວຍຮ້ອຍໆ ຄັ້ງ, ບໍ່ຕ້ອງກ່າວເຖິງຄວາມເປັນຣາຊາຕາມທໍາມະດາເລີຍ.

ພິກຂຸທັງຫຼາຍ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາວ່າ ຜົລ
ວິບາກແຫ່ງກັມຫຍັງຂອງເຮົາໜໍ ທີ່ເຮັດໃຫ້ເຮົາເປັນຜູ້ມີລິດຫຼາຍເຖິງປານນີ້ ມີອານຸພາບຫຼາຍເຖິງປານນີ້ ໃນຕອນນັ້ນ ໆ.

ພິກຂຸທັງຫຼາຍ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ຜົລວິບາກແຫ່ງກັມ ໓ ຢ່າງນີ້ແລ ທີ່ເຮັດໃຫ້ເຮົາມີລິດຫຼາຍເຖິງປານນີ້ ມີອານຸພາບຫຼາຍເຖິງປານນີ້,

ວິບາກແຫ່ງກັມ ໓ ຢ່າງ ໃນຕອນນັ້ນ ຄື
ຜົລວິບາກແຫ່ງທານະ (ການໃຫ້) ໑,
ຜົລວິບາກແຫ່ງທະມະ (ການບີບບັງຄັບໃຈ) ໑,
ຜົລວິບາກແຫ່ງສັນຍະມະ (ການສັງລວມລະວັງ) ໑, ດັ່ງນີ້.

ອິຕິວຸ. ຂຸ. ໒໕/໒໔໐/໒໐໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ