ສັນໂຍດຢ່າງເອກ

ສັງໂຍດ

0:00/0:00
ພິກຂຸ ທ. ! ເຮົາບໍ່ມອງເຫັນສັນໂຍຊນ໌ອື່ນ ແມ່ນແຕ່ເຍື່ອງດຽວ ຊຶ່ງເມື່ອສັຕທັງຫຼາຍປະກອບແລ້ວ ຍ່ອມແລ່ນໄປ ຍ່ອມທ່ອງທ່ຽວໄປ ໃນວັຕຕະສົງສາຣຕະຫຼອດກາລະດົນນານ ເຊັ່ນນີ້ ເໝືອນເຊັ່ນ ຕັນຫາສັນໂຍຊນ໌ ນີ້. ພິກຂຸ ທ. ! ເພາະວ່າສັຕທັງຫຼາຍ ທີ່ປະກອບດ້ວຍຕັນຫາສັນໂຍຊນ໌ແລ້ວ ຍ່ອມແລ່ນໄປ ຍ່ອມທ່ອງທ່ຽວໄປ ໃນວັຕຕະສົງສາຣ ຕະຫຼອດກາລະດົນນານ ໂດຍແທ້ຈິງ ແລ.

- ອິຕິວຸ. ຂຸ. ໒໕/໒໓໖/໑໙໓.

ເຄື່ອງຈູງໄປສູ່ຄວາມເປັນພົບ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພຣະອົງຄ໌ຕຣັດຢູ່ວ່າ ‘ເຄື່ອງນຳໄປສູ່ພົບ໑ ເຄື່ອງນຳໄປສູ່ພົບ’ ດັ່ງນີ້, ກໍເຄື່ອງນຳໄປສູ່ພົບ ເປັນແນວໃດ ? ຂ້ານ້ອຍ ! ແລະຄວາມດັບບໍ່ເຫຼືອຂອງເຄື່ອງນຳໄປສູ່ພົບນັ້ນ ເປັນແນວໃດໜໍ ຂ້ານ້ອຍ ?”

໑. ອັຕຖະກະຖາ ແກ້ຄວາມວ່າ ‘ພະວະເນຕຕິ’ ຊຶ່ງໃນບ່ອນນີ້ແປວ່າ ‘ເຄື່ອງນຳໄປສູ່ພົບ’ ວ່າ ‘ພະວະຣັຊຊຸ’ ຊຶ່ງໝາຍເຖິງເຊືອກ ຫຼືບ້ວງ ທີ່ຈະຈູງສັຕໄປສູ່ພົບ.

ຣາທະ ! ສັນທະ (ຄວາມພໍໃຈ) ກໍດີ ຣາຄະ (ຄວາມກໍາໜັດ) ກໍດີ ນັນທິ (ຄວາມເພີນ) ກໍດີ ຕັນຫາກໍດີ ແລະອຸປາຍະ (ກິເລສເປັນເຫຕເຂົ້າໄປສູ່ພົບ) ແລະອຸປາທານ ອັນເປັນເຄື່ອງຕັ້ງທັບ ເຄື່ອງເຂົ້າໄປອາໄສ ແລະເຄື່ອງນອນເນື່ອງແຫ່ງຈິຕກໍດີ ໃດໆໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ; ກິເລສເຫຼົ່ານີ້ນີ້ ເຮົາເອີ້ນວ່າ ‘ເຄື່ອງນຳໄປສູ່ພົບ.’ ຄວາມດັບບໍ່ເຫຼືອຂອງເຄື່ອງນຳໄປສູ່ພົບ ມີໄດ້ ເພາະຄວາມດັບບໍ່ເຫຼືອຂອງກິເລສ ມີສັນທະຣາຄະເປັນຕົ້ນ ເຫຼົ່ານັ້ນເອງ.

- ຂັນທະ. ສັງ. ໑໗/໒໓໓/໓໖໘.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ