ສັດຈະ ແລະຫຼັກຕ້ອງປະຕິບັດກ່ຽວກັບການເຖິງສັດຈະ
ອະຣິຍະສັດ 4
(ຕາມທັມມະຊາດ ມະນຸສສ໌ແຕ່ລະຄົນ ມີສິ່ງທີ່ເຂົາເອີ້ນວ່າ ຄວາມຈິງ ທີ່ເຂົາຖືເປັນຫຼັກປະຈໍາໂຕຂອງເຂົາຢູ່ດ້ວຍກັນທັງນັ້ນ ແລ້ວແຕ່ວ່າ ເຂົາໄດ້ເຮັດໃຫ້ມັນເກີດຂຶ້ນໃນໃຈຂອງເຂົາແນວໃດ ຊຶ່ງຍາກທີ່ຈະປ່ຽນແປງໄດ້. ແຕ່ວ່າຄວາມຈິງຊະນິດນີ້ ຍັງບໍ່ແມ່ນຄວາມຈິງທີ່ເດັດຂາດ ຍັງບໍ່ສູງສຸດຍັງໃຊ້ເປັນປະໂຍຊນ໌ໃນຂັ້ນສູງສຸດບໍ່ໄດ້. ດັ່ງນັ້ນຄວາມຈິງນັ້ນ ຈະຕ້ອງຖືກປັບປຸງໃຫ້ຊັດເຈນ ແຈ່ມແຈ້ງຍິ່ງຂຶ້ນໄປ ຈົນກວ່າຈະກາຍເປັນຄວາມຈິງ ທີ່ໃຊ້ໃຫ້ສໍາເລັດປະໂຍຊນ໌ໄດ້ແທ້ ໂດຍວິທີທີ່ພຣະພຸດທະອົງຄ໌ ໄດ້ຕຣັດໄວ້ຢ່າງໜ້າອັສສະຈັນ; ກ່າວຄືບໍ່ຢຶດໝັ້ນຖືໝັ້ນ ຄວາມຈິງໃນອັນດັບທໍາອິດນັ້ນ ແຕ່ຫຼໍ່ລ້ຽງມັນໄວ້ໃນລັກສະນະ ທີ່ມັນຈະພິສູດຄວາມເປັນຂອງຈິງອອກມາ ໃນໂຕການປະຕິບັຕນັ້ນເອງ.
ໃນພຣະພຸດທະພາສິຕ ທີ່ຊົງແນະນໍາໄວ້ຢ່າງຍືດຍາວນີ້ ຈຳເປັນທີ່ຈະຕ້ອງແບ່ງອອກເປັນ ໔ ຕອນ ຄື ລັກສະນະຂອງຄວາມຈິງ ທີ່ຊາວໂລກຈະໄດ້ມາຕາມທັມມະຊາດ ຊຶ່ງຍັງບໍ່ເປັນຄວາມຈິງແທ້ ຍັງຈະຕ້ອງປ່ຽນໄປຕາມເຫຕຕາມປັຈຈັຍນີ້ຕອນໜຶ່ງ, ການຫຼໍ່ລ້ຽງຄວາມຈິງອັນນັ້ນໄວ້ ໃຫ້ມີໂອກາດພິສູດຄວາມຈິງທີ່ຍິ່ງຂຶ້ນໄປນີ້ຕອນໜຶ່ງ, ການສະແຫວງຫາຄວາມຈິງ ຈາກບຸຄຄົລທີ່ກໍາລັງປະຕິບັຕຫາຄວາມຈິງ ທີ່ຕົນປະສົງຈະຮູ້ໃຫ້ແນ່ນອນນີ້ຕອນໜຶ່ງ, ເມື່ອໄດ້ຄວາມແນ່ນອນມາແລ້ວ ຕົນເອງທີ່ປະຕິບັຕຕາມຫຼັກເກນອັນນັ້ນ ຈົນພົບຄວາມຈິງນັ້ນດ້ວຍຕົນເອງໂດຍປະຈັກແຈ້ງ ບໍ່ຕ້ອງຄາດຄະເນ ບໍ່ຕ້ອງຄໍານວນ ບໍ່ຕ້ອງເຊື່ອຕາມຜູ້ອື່ນອີກຕໍ່ໄປ ນັບວ່າເປັນການເຂົ້າເຖິງຫົວໃຈແຫ່ງຄວາມຈິງໃນກໍລະນີນັ້ນ ເປັນຕອນສຸດທ້າຍ.
ຕໍ່ໄປນີ້ ເປັນພຣະພຸດທະພາສິຕ ທີ່ຕຣັດຜາຣົບຄວາມຈິງທີ່ເປັນໄປຕາມພາສາຊາວໂລກ ຕາມທັມມະຊາດ :-)
(ກ. ຄວາມຈິງຕາມແບບຂອງຊາວໂລກຕາມທັມມະຊາດ)
ພາຣະທະວາຊະ ! ເມື່ອກ່ອນທ່ານໄດ້ເຖິງຄວາມເຊື່ອ (ແນວໃດແນວໜຶ່ງລົງໄປແລ້ວ) ມາບັດນີ້ທ່ານກ່າວມັນວ່າ (ເປັນພຽງ) ສິ່ງທີ່ໄດ້ຍິນໄດ້ຟັງມາ. ພາຣະທະວາຊະ ! ສິ່ງທັງຫ້ານີ້ ດັ່ງທີ່ເຮົາເຫັນໆກັນຢູ່ໃນບັດນີ້ ເປັນສິ່ງທີ່ມີຜົລເປັນ ໒ ຝ່າຍ. ສິ່ງທັງຫ້ານັ້ນ ຄືອັນໃດໜໍ ? ຄື ຄວາມເຊື່ອ (ວ່າຈິງ), ຄວາມຖືກໃຈ (ວ່າຈິງ), ເລື່ອງທີ່ຟັງຕາມໆກັນມາ (ວ່າຈິງ), ຄວາມຕຶກຕອງໄປຕາມເຫຕຜົລທີ່ຫຸ້ມລ້ອມ (ວ່າຈິງ), ແລະຂໍ້ຢຸດຕິທີ່ທົນໄດ້ຕໍ່ການເພັ່ງພິນິດດ້ວຍຄວາມເຫັນຂອງເຂົາ (ວ່າຈິງ), ດັ່ງນີ້. ນີ້ແຫຼະຄືສິ່ງທັງຫ້າ ທີ່ເຮົາເຫັນໆກັນຢູ່ໃນບັດນີ້ ຊຶ່ງເປັນສິ່ງທີ່ມີຜົລເປັນ ໒ ຝ່າຍ. ພາຣະທະວາຊະ ! ສິ່ງທີ່ເຊື່ອກັນແລ້ວເປັນຢ່າງດີນັ້ນແຫຼະ ກໍມີຢູ່, ແຕ່ວ່າສິ່ງນັ້ນເປັນຂອງເປົ່າ ເປັນຂອງບໍ່ຈິງ ເປັນຂອງຫຼອກ ຢູ່ກໍມີ; ເຖິງແມ່ນສິ່ງທີ່ບໍ່ເຊື່ອກັນແລ້ວເປັນຢ່າງດີ ກໍມີຢູ່, ແຕ່ວ່າສິ່ງນັ້ນ ກັບເປັນຂອງຈິງ ຂອງແທ້ ຂອງບໍ່ຜິດເປັນຢ່າງອື່ນ ຢູ່ກໍມີ. ພາຣະທະວາຊະ ! ສິ່ງທີ່ຖືກໃຈກັນແລ້ວເປັນຢ່າງດີນັ້ນແຫຼະ ກໍມີຢູ່, ແຕ່ວ່າສິ່ງນັ້ນ ເປັນຂອງເປົ່າ ເປັນຂອງບໍ່ຈິງ ເປັນຂອງຫຼອກ ຢູ່ກໍມີ; ເຖິງແມ່ນ ສິ່ງທີ່ບໍ່ຖືກໃຈກັນແລ້ວເປັນຢ່າງດີ ກໍມີຢູ່, ແຕ່ວ່າສິ່ງນັ້ນກັບເປັນຂອງຈິງ ຂອງແທ້ ຂອງບໍ່ຜິດເປັນຢ່າງອື່ນ ຢູ່ກໍມີ. ພາຣະທະວາຊະ ! ສິ່ງທີ່ໄດ້ຟັງຕາມໆກັນມາແລ້ວເປັນ ຢ່າງດີນັ້ນແຫຼະ ກໍມີຢູ່, ແຕ່ວ່າສິ່ງນັ້ນເປັນຂອງເປົ່າ ເປັນຂອງບໍ່ຈິງ ເປັນຂອງຫຼອກ ຢູ່ກໍມີ; ເຖິງແມ່ນສິ່ງທີ່ບໍ່ໄດ້ຟັງຕາມໆກັນມາແລ້ວເປັນຢ່າງດີ ກໍມີຢູ່, ແຕ່ວ່າສິ່ງນັ້ນ ກັບເປັນຂອງຈິງ ຂອງແທ້ ຂອງບໍ່ຜິດເປັນຢ່າງອື່ນ ຢູ່ກໍມີ. ພາຣະທະວາຊະ ! ສິ່ງທີ່ໄດ້ຕຶກຕອງກັນມາແລ້ວເປັນຢ່າງດີນັ້ນແຫຼະ ກໍມີຢູ່, ແຕ່ວ່າສິ່ງນັ້ນກັບເປັນຂອງເປົ່າ ເປັນຂອງບໍ່ຈິງ ເປັນຂອງຫຼອກ ຢູ່ກໍມີ; ເຖິງແມ່ນສິ່ງທີ່ບໍ່ໄດ້ຕຶກຕອງກັນມາແລ້ວເປັນຢ່າງດີ ກໍມີຢູ່, ແຕ່ວ່າສິ່ງນັ້ນກັບເປັນຂອງຈິງ ຂອງແທ້ ຂອງບໍ່ຜິດເປັນຢ່າງອື່ນ ຢູ່ກໍມີ. ພາຣະທະວາຊະ ! ສິ່ງທີ່ໄດ້ເພັ່ງພິນິດກັນມາແລ້ວ ເປັນຢ່າງດີນັ້ນແຫຼະ ກໍມີຢູ່, ແຕ່ວ່າສິ່ງນັ້ນກັບເປັນຂອງເປົ່າ ເປັນຂອງບໍ່ຈິງ ເປັນຂອງຫຼອກ ຢູ່ກໍມີ; ເຖິງແມ່ນສິ່ງທີ່ບໍ່ໄດ້ເພັ່ງພິນິດກັນມາແລ້ວເປັນຢ່າງດີ ກໍມີຢູ່, ແຕ່ວ່າສິ່ງນັ້ນກັບເປັນຂອງຈິງ ຂອງແທ້ ຂອງບໍ່ຜິດເປັນຢ່າງອື່ນ ຢູ່ກໍມີ. ພາຣະທະວາຊະ ! ວິນຍູຊົນ ຜູ້ຈະຕາມຮັກສາໄວ້ຊຶ່ງຄວາມຈິງ ຢ່າຟ້າວເຖິງຊຶ່ງການສັນນິດຖານໂດຍສ່ວນດຽວວ່າ “ແນວນີ້ເທົ່ານັ້ນຈິງ, ແນວອື່ນເປົ່າ” ດັ່ງນີ້.
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ການຕາມຮັກສາໄວ້ຊຶ່ງຄວາມຈິງ (ສັຈຈານຸຣັກຂະນາ) ນັ້ນມີໄດ້ດ້ວຍການປະພຶດພຽງເທົ່າໃດ ? ບຸຄຄົລຈະຕາມຮັກສາໄວ້ຊຶ່ງຄວາມຈິງນັ້ນໄດ້ ດ້ວຍການປະພຶດພຽງເທົ່າໃດ ? ຂ້າພະເຈົ້າ ຂໍຖາມພຣະໂຄດົມຜູ້ຈະເຣີນ ເຖິງວິທີການຕາມຮັກສາໄວ້ຊຶ່ງຄວາມຈິງ.”
(ຕໍ່ໄປນີ້ພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດວິທີການຕາມຮັກສາໄວ້ຊຶ່ງຄວາມຈິງ ໃນລັກສະນະທີ່ ບໍ່ໃຫ້ຖືເອົາ ດ້ວຍຄວາມຢຶດໝັ້ນ ຕາມທີ່ຕົນເຊື່ອ ຕາມທີ່ຕົນຖືກໃຈ ຕາມທີ່ຕົນໄດ້ຍິນໄດ້ຟັງມາເປັນຕົ້ນ :-)
(ຂ. ວິທີການຕາມຮັກສາໄວ້ຊຶ່ງຄວາມຈິງ)
ພາຣະທະວາຊະ ! ຖ້າແມ່ນ ຄວາມເຊື່ອ ຂອງບຸຣຸສມີຢູ່ ແລະເຂົາກໍ ຕາມຮັກສາໄວ້ຊຶ່ງຄວາມຈິງ ກ່າວຢູ່ວ່າ “ຂ້າພະເຈົ້າມີຄວາມເຊື່ອເຊັ່ນນີ້” ດັ່ງນີ້, ເຂົາກໍຢ່າຟ້າວເຖິງຊຶ່ງການສັນນິດຖານໂດຍສ່ວນດຽວວ່າ “ເຍື່ອງນີ້ເທົ່ານັ້ນຈິງ, ເຍື່ອງອື່ນເປົ່າ” ດັ່ງນີ້ກ່ອນ. ພາຣະທະວາຊະ ! ດ້ວຍການປະພຶດພຽງເທົ່ານີ້ແລ ການຕາມຮັກສາໄວ້ຊຶ່ງຄວາມຈິງຍ່ອມມີ, ບຸຄຄົລຊື່ວ່າຍ່ອມຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້, ແລະເຮົາບັນຍັຕການຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້; ແຕ່ວ່ານັ້ນ ຍັງບໍ່ເປັນການຕາມຮູ້ຊຶ່ງຄວາມຈິງກ່ອນ.
ພາຣະທະວາຊະ ! ຖ້າແມ່ນ ຄວາມຖືກໃຈ ຂອງບຸຣຸສມີຢູ່ ແລະເຂົາກໍ ຕາມຮັກສາໄວ້ຊຶ່ງຄວາມຈິງ ກ່າວຢູ່ວ່າ “ຂ້າພະເຈົ້າມີຄວາມຖືກໃຈເຊັ່ນນີ້” ດັ່ງນີ້, ເຂົາກໍຢ່າຟ້າວເຖິງຊຶ່ງການສັນນິດຖານໂດຍສ່ວນດຽວວ່າ “ເຍື່ອງນີ້ເທົ່ານັ້ນຈິງ, ເຍື່ອງອື່ນເປົ່າ” ດັ່ງນີ້ກ່ອນ. ພາຣະທະວາຊະ ! ດ້ວຍການປະພຶດພຽງເທົ່ານີ້ແລ ການຕາມຮັກສາໄວ້ຊຶ່ງຄວາມຈິງຍ່ອມມີ, ບຸຄຄົລຊື່ວ່າ ຍ່ອມຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້, ແລະເຮົາບັນຍັຕການຕາມຮັກສາໄວ້ ຊຶ່ງຄວາມຈິງດ້ວຍການປະພຶດພຽງເທົ່ານີ້; ແຕ່ວ່ານັ້ນ ຍັງບໍ່ເປັນການຕາມຮູ້ຊຶ່ງຄວາມຈິງກ່ອນ.
ພາຣະທະວາຊະ ! ຖ້າແມ່ນ ເລື່ອງທີ່ຟັງຕາມໆກັນມາ ຂອງບຸຣຸສມີຢູ່ ແລະເຂົາກໍ ຕາມຮັກສາໄວ້ຊຶ່ງຄວາມຈິງ ກ່າວຢູ່ວ່າ “ຂ້າພະເຈົ້າ ມີເລື່ອງທີ່ຟັງຕາມໆກັນມາເຊັ່ນນີ້” ດັ່ງນີ້, ເຂົາກໍ ຢ່າຟ້າວເຖິງຊຶ່ງການສັນນິດຖານໂດຍສ່ວນດຽວ ວ່າ “ເຍື່ອງນີ້ເທົ່ານັ້ນຈິງ, ເຍື່ອງອື່ນເປົ່າ” ດັ່ງນີ້ກ່ອນ. ພາຣະທະວາຊະ ! ດ້ວຍການປະພຶດພຽງເທົ່ານີ້ແລ ການຕາມຮັກສາໄວ້ຊຶ່ງຄວາມຈິງ ຍ່ອມມີ, ບຸຄຄົລຊື່ວ່າຍ່ອມຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້, ແລະເຮົາບັນຍັຕການຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້ ; ແຕ່ວ່ານັ້ນຍັງບໍ່ເປັນການຕາມຮູ້ຊຶ່ງຄວາມຈິງກ່ອນ.
ພາຣະທະວາຊະ ! ຖ້າແມ່ນ ຄວາມຕຶກຕອງໄປຕາມເຫຕຜົລທີ່ຫຸ້ມລ້ອມ ຂອງບຸຣຸສມີຢູ່ ແລະເຂົາກໍ ຕາມຮັກສາໄວ້ຊຶ່ງຄວາມຈິງ ກ່າວຢູ່ວ່າ “ຂ້າພະເຈົ້າມີຄວາມຕຶກຕອງໄປຕາມເຫຕຜົລທີ່ຫຸ້ມລ້ອມເຊັ່ນນີ້” ດັ່ງນີ້, ເຂົາກໍ ຢ່າຟ້າວເຖິງຊຶ່ງການສັນນິດຖານໂດຍສ່ວນດຽວ ວ່າ “ເຍື່ອງນີ້ເທົ່ານັ້ນຈິງ, ເຍື່ອງອື່ນເປົ່າ” ດັ່ງນີ້ກ່ອນ. ພາຣະທະວາຊະ ! ດ້ວຍການປະພຶດພຽງເທົ່ານີ້ແລ ການຕາມຮັກສາໄວ້ຊຶ່ງຄວາມຈິງຍ່ອມມີ, ບຸຄຄົລຊື່ວ່າຍ່ອມຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້, ແລະເຮົາບັນຍັຕການຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້ ; ແຕ່ວ່ານັ້ນຍັງບໍ່ເປັນການຕາມຮູ້ຊຶ່ງຄວາມຈິງກ່ອນ.
ພາຣະທະວາຊະ ! ຖ້າແມ່ນ ຂໍ້ຢຸດຕິທີ່ທົນໄດ້ຕໍ່ການເພັ່ງພິນິດດ້ວຍຄວາມເຫັນຂອງບຸຣຸສມີຢູ່ ແລະເຂົາກໍ ຕາມຮັກສາໄວ້ຊຶ່ງຄວາມຈິງ ກ່າວຢູ່ວ່າ “ຂ້າພະເຈົ້າມີຂໍ້ຢຸດຕິທີ່ທົນໄດ້ຕໍ່ການເພັ່ງພິນິດດ້ວຍຄວາມເຫັນເຊັ່ນນີ້” ດັ່ງນີ້, ເຂົາກໍ ຢ່າຟ້າວເຖິງ ຊຶ່ງການສັນນິດຖານໂດຍສ່ວນດຽວ ວ່າ “ເຍື່ອງນີ້ເທົ່ານັ້ນຈິງ, ເຍື່ອງອື່ນເປົ່າ” ດັ່ງນີ້ກ່ອນ. ພາຣະທະວາຊະ ! ດ້ວຍການປະພຶດພຽງເທົ່ານີ້ແລ ການຕາມຮັກສາໄວ້ ຊຶ່ງຄວາມຈິງຍ່ອມມີ, ບຸຄຄົລຊື່ວ່າ ຍ່ອມຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້, ແລະເຮົາບັນຍັຕການຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້ ; ແຕ່ວ່ານັ້ນ ຍັງບໍ່ເປັນການຕາມຮູ້ຊຶ່ງຄວາມຈິງກ່ອນ.
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ການຕາມຮັກສາໄວ້ຊຶ່ງຄວາມຈິງ ຍ່ອມມີດ້ວຍການປະພຶດພຽງເທົ່ານີ້. ບຸຄຄົລຊື່ວ່າ ຍ່ອມຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້. ອັນໜຶ່ງຂ້າພະເຈົ້າ ກໍມຸ່ງຫວັງຊຶ່ງການຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້. ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ການຕາມຮູ້ຊຶ່ງຄວາມຈິງ (ສັຈຈານຸໂພໂທ) ມີໄດ້ດ້ວຍການປະພຶດພຽງເທົ່າໃດ ? ບຸຄຄົລຊື່ວ່າ ຕາມຮູ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່າໃດ ? ຂ້າພະເຈົ້າ ຂໍຖາມພຣະໂຄດົມຜູ້ຈະເຣີນ ເຖິງການຕາມຮູ້ຄວາມຈິງ”.
(ຕໍ່ໄປນີ້ ພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດວິທີການຕາມຮູ້ຊຶ່ງຄວາມຈິງ ດ້ວຍການຊົງແນະນໍາໃຫ້ສັງເກດທັມມະ ທີ່ມີຢູ່ທີ່ບຸຄຄົລຜູ້ປະຕິບັຕທັມມະ ເພື່ອໃຫ້ຮູ້ຈັກທັມມະ ຊຶ່ງເປັນໂຕຄວາມຈິງ ສໍາລັບຈະນໍາມາໃຄ່ຄວນຕໍ່ໄປ :-)
(ຄ. ລໍາດັບແຫ່ງຄວາມເປັນໄປເພື່ອຈະໄດ້ຮູ້ຊຶ່ງຄວາມຈິງ)
ພາຣະທະວາຊະ ! ໄດ້ຍິນວ່າ ພິກຂຸໃນທັມວິນັຍນີ້ ໄດ້ເຂົ້າໄປອາໄສຢູ່ໃນບ້ານຫຼືໃນເມືອງແຫ່ງໃດແຫ່ງໜຶ່ງ. ຄະຫະບໍດີຫຼືຄະຫະບໍດີບຸຕ ໄດ້ເຂົ້າໄປໃກ້ພິກຂຸນັ້ນ ແລ້ວໃຄ່ຄວນເບິ່ງຢູ່ໃນໃຈ ກ່ຽວກັບທັມ ໓ ປະການ ຄືທັມເປັນທີ່ຕັ້ງແຫ່ງໂລພະ ທັມເປັນທີ່ຕັ້ງແຫ່ງໂທສະ ທັມເປັນທີ່ຕັ້ງແຫ່ງໂມຫະທັງຫຼາຍ (ໂດຍໄນຍະເປັນຕົ້ນວ່າ) “ທ່ານຜູ້ມີອາຍຸຜູ້ນີ້ ຈະມີທັມອັນເປັນທີ່ຕັ້ງແຫ່ງໂລພະ ຫຼືບໍ່ໜໍ ອັນເປັນທັມທີ່ເມື່ອສຸບງວມຈິຕຂອງທ່ານແລ້ວ ຈະເຮັດໃຫ້ທ່ານເປັນບຸຄຄົລທີ່ເມື່ອບໍ່ຮູ້ ກໍກ່າວວ່າຮູ້ ເມື່ອບໍ່ເຫັນກໍກ່າວວ່າເຫັນ ຫຼືວ່າຈະຊັກຊວນຜູ້ອື່ນໃນທັມອັນເປັນໄປເພື່ອຄວາມທຸກຂ໌ ບໍ່ເປັນປະໂຍຊນ໌ ເກື້ອກູນແກ່ສັຕທັງຫຼາຍເຫຼົ່າອື່ນ ຕະຫຼອດກາລະດົນນານ” ດັ່ງນີ້ ; ເມື່ອເຂົາໃຄ່ຄວນເບິ່ງຢູ່ໃນໃຈ ຊຶ່ງພິກຂຸນັ້ນ ກໍຮູ້ວ່າ “ທັມເປັນທີ່ຕັ້ງແຫ່ງໂລພະຊະນິດນັ້ນ ບໍ່ໄດ້ມີແກ່ທ່ານຜູ້ມີອາຍຸນີ້, ອັນໜຶ່ງກາຢະສະມາຈາຣ ວະຈີສະມາຈາຣ ຂອງທ່ານຜູ້ມີອາຍຸນີ້ ກໍເປັນໄປໃນລັກສະນະ ແຫ່ງສະມາຈາຣະຂອງບຸຄຄົລຜູ້ບໍ່ໂລບແລ້ວ, ອັນໜຶ່ງທ່ານຜູ້ມີອາຍຸນີ້ ສະແດງຊຶ່ງທັມໃດ ທັມນັ້ນເປັນທັມທີ່ເລິກ ເຫັນໄດ້ຍາກ ຮູ້ຕາມໄດ້ຍາກ ເປັນທັມທີ່ລະງັບປານີດ ບໍ່ເປັນວິໄສທີ່ຈະຢັ່ງລົງງ່າຍແຫ່ງຄວາມຕຶກ ເປັນທັມລະອຽດອ່ອນ ຮູ້ໄດ້ສະເພາະບັນດິຕວິໄສ, ທັມນັ້ນບໍ່ແມ່ນທັມທີ່ຄົນຜູ້ມີຄວາມໂລບ ຈະສະແດງໃຫ້ຖືກຕ້ອງໄດ້” ດັ່ງນີ້. ເມື່ອເຂົາໃຄ່ຄວນເບິ່ງຢູ່ ຊຶ່ງພິກຂຸນັ້ນ ຍ່ອມຫຼິງເຫັນວ່າ ເປັນຜູ້ບໍຣິສຸດຈາກທັມ ອັນເປັນທີ່ຕັ້ງແຫ່ງໂລພະ. ຕໍ່ແຕ່ນັ້ນເຂົາຈະພິຈາຣະນາໃຄ່ຄວນພິກຂຸນັ້ນ ໃຫ້ຍິ່ງຂຶ້ນໄປ ໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງໂທສະ....ໃນທັມທັງຫຼາຍອັນເປັນທີ່ຕັ້ງແຫ່ງໂມຫະ.... (ກໍໄດ້ເຫັນແຈ່ມແຈ້ງໃນລັກສະນະເຊັ່ນດຽວກັນກັບ ໃນກໍລະນີແຫ່ງໂລພະ ກົງກັນເປັນອັນດຽວກັນທຸກໂຕອັກສອນໄປຈົນເຖິງຄໍາວ່າ “ເມື່ອເຂົາໃຄ່ຄວນເບິ່ງຢູ່ ຊຶ່ງພິກຂຸນັ້ນຍ່ອມຫຼິງເຫັນວ່າ ເປັນຜູ້ບໍຣິສຸດຈາກທັມອັນເປັນທີ່ຕັ້ງແຫ່ງໂມຫະ”.) ລໍາດັບນັ້ນເຂົາ (໑) ປູກຝັງ ສັດທາ ລົງໄປໃນພິກຂຸນັ້ນ ຄັນມີສັດທາເກີດແລ້ວ (໒) ຍ່ອມ ເຂົ້າໄປຫາ ຄັນເຂົ້າໄປຫາແລ້ວ (໓) ຍ່ອມ ເຂົ້າໄປນັ່ງໃກ້ ຄັນເຂົ້າໄປນັ່ງໃກ້ແລ້ວ (໔) ຍ່ອມ ງ່ຽງໂສຕະລົງ ຄັນງ່ຽງໂສຕະລົງ (໕) ຍ່ອມ ຟັງຊຶ່ງທັມ ຄັນຟັງຊຶ່ງທັມແລ້ວ (໖) ຍ່ອມ ຊົງໄວ້ຊຶ່ງທັມ (໗) ຍ່ອມ ໃຄ່ຄວນຊຶ່ງເນື້ອຄວາມແຫ່ງທັມທັງຫຼາຍ ອັນຕົນຊົງໄວ້ແລ້ວ ເມື່ອໃຄ່ຄວນຊຶ່ງເນື້ອຄວາມແຫ່ງທັມຢູ່ (໘) ທັມທັງຫຼາຍຍ່ອມທົນຕໍ່ຄວາມເພັ່ງພິຈາຣະນາ, ເມື່ອການທົນຕໍ່ການເພັ່ງພິຈາຣະນາຂອງທັມມີຢູ່ (໙) ສັນທະຍ່ອມເກີດຂຶ້ນ ຜູ້ມີສັນທະເກີດຂຶ້ນແລ້ວ (໑໐) ຍ່ອມ ມີອຸດສາຫະ ຄັນມີອຸດສາຫະແລ້ວ (໑໑) ຍ່ອມ ພິຈາຣະນາຫາຄວາມສົມດຸນແຫ່ງທັມ ຄັນມີຄວາມສົມດຸນແຫ່ງທັມແລ້ວ (໑໒) ຍ່ອມ ຕັ້ງຕົນໄວ້ໃນທັມນັ້ນ ; ເຂົາຜູ້ມີຕົນສົ່ງໄປແລ້ວເຊັ່ນນີ້ຢູ່ ຍ່ອມເຮັດໃຫ້ແຈ້ງຊຶ່ງປະຣະມັຕຖະສັຈຈະ ດ້ວຍນາມກາຍດ້ວຍ, ຍ່ອມ ແທງຕະຫຼອດຊຶ່ງທັມນັ້ນ ແລ້ວ ເຫັນຢູ່ດ້ວຍປັນຍາດ້ວຍ. ພາຣະທະວາຊະ ! ການຕາມຮູ້ຊຶ່ງຄວາມຈິງ ຍ່ອມມີ ດ້ວຍການປະພຶດພຽງເທົ່ານີ້, ບຸຄຄົລຊື່ວ່າ ຍ່ອມຕາມຮູ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້, ແລະເຮົາບັນຍັຕການຕາມຮູ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້ ; ແຕ່ວ່ານັ້ນ ຍັງບໍ່ເປັນການຕາມບັນລຸເຖິງຊຶ່ງຄວາມຈິງກ່ອນ.
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ການຕາມຮູ້ຊຶ່ງຄວາມຈິງ ຍ່ອມມີດ້ວຍການປະພຶດພຽງເທົ່ານີ້. ບຸຄຄົລຊື່ວ່າຍ່ອມຕາມຮູ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້. ອັນໜຶ່ງ ຂ້າພະເຈົ້າກໍມຸ່ງຫວັງຊຶ່ງການຕາມຮູ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້. ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ການຕາມບັນລຸເຖິງຊຶ່ງຄວາມຈິງ (ສັຈຈານຸປັຕຕິ) ມີໄດ້ດ້ວຍການປະພຶດພຽງເທົ່າໃດ ? ບຸຄຄົລ ຊື່ວ່າຍ່ອມຕາມບັນລຸເຖິງຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່າໃດ ? ຂ້າພະເຈົ້າ ຂໍຖາມພຣະໂຄດົມຜູ້ຈະເຣີນ ເຖິງການຕາມບັນລຸເຖິງຊຶ່ງຄວາມຈິງ.”
(ຕໍ່ໄປນີ້ພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດວິທີການຕາມບັນລຸເຖິງຊຶ່ງຄວາມຈິງ ດ້ວຍການປະພຶດ ເຮັດໃຫ້ຫຼາຍ ຊຶ່ງທັມທັງຫຼາຍ ໑໒ ປະການ ດັ່ງທີ່ກ່າວແລ້ວໃນຂໍ້ ຄ. ຈົນວ່າບັນລຸເຖິງຊຶ່ງຄວາມຈິງ :-)
(ງ. ການຕາມບັນລຸເຖິງຊຶ່ງຄວາມຈິງ)
ພາຣະທະວາຊະ ! ການເສບຄົບ ການເຮັດໃຫ້ຈະເຣີນ ການຝຶກໃຫ້ຫຼາຍຊຶ່ງທັມທັງຫຼາຍເຫຼົ່ານັ້ນແຫຼະ ເປັນການຕາມບັນລຸເຖິງຊຶ່ງຄວາມຈິງ. ພາຣະທະວາຊະ ! ການຕາມບັນລຸເຖິງຊຶ່ງຄວາມຈິງ ຍ່ອມມີ ດ້ວຍການປະພຶດພຽງເທົ່ານີ້, ບຸຄຄົລຊື່ວ່າ ຍ່ອມຕາມບັນລຸເຖິງຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້, ແລະເຮົາບັນຍັຕການຕາມບັນລຸເຖິງຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້.
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ການຕາມບັນລຸເຖິງຊຶ່ງຄວາມຈິງ ຍ່ອມມີດ້ວຍການປະພຶດພຽງເທົ່ານີ້. ບຸຄຄົລຊື່ວ່າ ຍ່ອມຕາມບັນລຸເຖິງຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້. ອັນໜຶ່ງຂ້າພະເຈົ້າ ກໍມຸ່ງຫວັງຊຶ່ງການຕາມບັນລຸຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້....”
(ຕໍ່ໄປນີ້ ກາປະທິກະມານົບນັ້ນ ໄດ້ທູນຖາມພຣະຜູ້ມີພຣະພາຄເຈົ້າເຖິງ ທັມທີ່ມີອຸປະກາຣະຫຼາຍແກ່ການຕາມບັນລຸເຖິງຊຶ່ງຄວາມຈິງ ດັ່ງທີ່ພຣະອົງຄ໌ ໄດ້ຕຣັດຕອບເປັນລໍາດັບຕໍ່ກັນໄປ :-)
(ຈ. ທັມເປັນອຸປະກາຣະຫຼາຍແກ່ການຕາມບັນລຸເຖິງຊຶ່ງຄວາມຈິງ)
ພາຣະທະວາຊະ ! ການຕັ້ງຕົນໄວ້ໃນທັມ (ປະທານະ) ເປັນທັມມີອຸປະກາຣະຫຼາຍ ແກ່ການຕາມບັນລຸເຖິງຊຶ່ງຄວາມຈິງ : ຖ້າບຸຄຄົລບໍ່ຕັ້ງຕົນໄວ້ໃນທັມແລ້ວນັ້ນ ເຂົາກໍບໍ່ສາມາດຕາມບັນລຸເຖິງຊຶ່ງຄວາມຈິງໄດ້. ເພາະເຫຕທີ່ເຂົາຕັ້ງຕົນໄວ້ໃນທັມ ເຂົາຈຶ່ງບັນລຸເຖິງຊຶ່ງຄວາມຈິງ, ເພາະເຫຕນັ້ນ ການຕັ້ງຕົນໄວ້ໃນທັມ ຈຶ່ງຊື່ວ່າ ເປັນທັມມີອຸປະກາຣະຫຼາຍ ແກ່ການຕາມບັນລຸເຖິງຊຶ່ງຄວາມຈິງ.
ພາຣະທະວາຊະ ! ການພິຈາຣະນາຫາຄວາມສົມດຸນແຫ່ງທັມ (ຕຸລານະ) ເປັນ ທັມມີອຸປະກາຣະຫຼາຍ ແກ່ການຕັ້ງຕົນໄວ້ໃນທັມ : ຖ້າບຸຄຄົລບໍ່ພົບຄວາມສົມດຸນແຫ່ງທັມນັ້ນແລ້ວແລ ເຂົາກໍບໍ່ສາມາດຕັ້ງຕົນໄວ້ໃນທັມ. ເພາະເຫຕທີ່ເຂົາພົບຊຶ່ງຄວາມສົມດຸນແຫ່ງທັມ ເຂົາຈຶ່ງຕັ້ງຕົນໄວ້ໃນທັມ ; ເພາະເຫຕນັ້ນການພິຈາຣະນາຫາຄວາມສົມດຸນແຫ່ງທັມ ຈຶ່ງເປັນທັມມີອຸປະກາຣະຫຼາຍແກ່ການຕັ້ງຕົນໄວ້ໃນທັມ.
ພາຣະທະວາຊະ ! ອຸດສາຫະ ເປັນທັມມີອຸປະກາຣະຫຼາຍ ແກ່ການພິຈາຣະນາຫາຄວາມສົມດຸນແຫ່ງທັມ : ຖ້າບຸຄຄົລບໍ່ອາດມີອຸດສາຫະແລ້ວນັ້ນ ເຂົາກໍບໍ່ສາມາດພົບ ຊຶ່ງຄວາມສົມດຸນແຫ່ງທັມ. ເພາະເຫຕທີ່ເຂົາມີອຸດສາຫະ ເຂົາຈຶ່ງພົບຄວາມສົມດຸນແຫ່ງທັມ ເພາະເຫຕນັ້ນ ອຸດສາຫະຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ການພິຈາຣະນາຫາຄວາມສົມດຸນແຫ່ງທັມ.
ພາຣະທະວາຊະ ! ສັນທະ ເປັນທັມມີອຸປະກາຣະຫຼາຍ ແກ່ອຸດສາຫະ : ຖ້າບຸຄຄົລບໍ່ອາດຍັງສັນທະໃຫ້ເກີດແລ້ວນັ້ນ ເຂົາກໍບໍ່ສາມາດມີອຸດສາຫະ. ເພາະເຫຕທີ່ສັນທະເກີດຂຶ້ນ ເຂົາຈຶ່ງມີອຸດສາຫະ ; ເພາະເຫຕນັ້ນສັນທະ ຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ອຸດສາຫະ.
ພາຣະທະວາຊະ ! ຄວາມທີ່ທັມທັງຫຼາຍທົນໄດ້ຕໍ່ການເພັ່ງພິຈາຣະນາ (ທັມມະນິຊຊານັກຂັນຕິ) ເປັນທັມມີອຸປະກາຣະຫຼາຍ ແກ່ສັນທະ : ຖ້າທັມທັງຫຼາຍບໍ່ອາດທົນຕໍ່ການເພັ່ງພິຈາຣະນາແລ້ວນັ້ນ ສັນທະກໍບໍ່ສາມາດເກີດ. ເພາະເຫຕທີ່ທັມທັງຫຼາຍທົນຕໍ່ການເພັ່ງພິຈາຣະນາ ສັນທະຈຶ່ງເກີດ ; ເພາະເຫຕນັ້ນຄວາມທີ່ທັມທັງຫຼາຍທົນຕໍ່ການເພັ່ງພິຈາຣະນາ ຈຶ່ງເປັນທັມມີອຸປະກາຣະຫຼາຍແກ່ສັນທະ.
ພາຣະທະວາຊະ ! ຄວາມເຂົ້າໄປໃຄ່ຄວນຊຶ່ງອັຕຖະ (ອັຕຖຸປປະຣິກຂາ) ເປັນທັມມີອຸປະກາຣະຫຼາຍ ແກ່ຄວາມທີ່ທັມທັງຫຼາຍທົນຕໍ່ການເພັ່ງພິຈາຣະນາ : ຖ້າບຸຄຄົລ ບໍ່ເຂົ້າໄປໃຄ່ຄວນຊຶ່ງອັຕຖະແລ້ວນັ້ນ ທັມທັງຫຼາຍກໍບໍ່ສາມາດທົນຕໍ່ການເພັ່ງພິຈາຣະນາ. ເພາະເຫຕທີ່ບຸຄຄົລເຂົ້າໄປໃຄ່ຄວນຊຶ່ງອັຕຖະ ທັມທັງຫຼາຍຈຶ່ງທົນຕໍ່ການເພັ່ງພິຈາຣະນາ ; ເພາະເຫຕນັ້ນ ການເຂົ້າໄປໃຄ່ຄວນຊຶ່ງອັຕຖະ ຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ຄວາມທີ່ທັມທັງຫຼາຍທົນຕໍ່ການເພັ່ງພິຈາຣະນາ.
ພາຣະທະວາຊະ ! ການຊົງໄວ້ຊຶ່ງທັມ (ທັມມະດາຣະນາ) ເປັນທັມມີອຸປະກາຣະຫຼາຍ ແກ່ຄວາມເຂົ້າໄປໃຄ່ຄວນຊຶ່ງອັຕຖະ. ຖ້າບຸຄຄົລບໍ່ຊົງໄວ້ຊຶ່ງທັມແລ້ວນັ້ນ ເຂົາກໍບໍ່ອາດເຂົ້າໄປໃຄ່ຄວນຊຶ່ງອັຕຖະໄດ້ ເພາະເຫຕທີ່ເຂົາຊົງທັມໄວ້ໄດ້ ເຂົາຈຶ່ງເຂົ້າໄປໃຄ່ຄວນຊຶ່ງອັຕຖະໄດ້ ; ເພາະເຫຕນັ້ນການຊົງໄວ້ຊຶ່ງທັມ ຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ຄວາມເຂົ້າໄປໃຄ່ຄວນຊຶ່ງອັຕຖະ.
ພາຣະທະວາຊະ ! ການຟັງຊຶ່ງທັມ (ທັມມັສສະວະນະ) ເປັນທັມມີອຸປະກາຣະຫຼາຍ ແກ່ການຊົງໄວ້ຊຶ່ງທັມ. ຖ້າບຸຄຄົລບໍ່ອາດຟັງຊຶ່ງທັມແລ້ວນັ້ນ ເຂົາກໍບໍ່ສາມາດຊົງທັມໄວ້ໄດ້ ເພາະເຫຕທີ່ເຂົາຟັງຊຶ່ງທັມ ເຂົາຈຶ່ງຊົງທັມໄວ້ໄດ້ ; ເພາະເຫຕນັ້ນການຟັງຊຶ່ງທັມ ຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ການຊົງໄວ້ຊຶ່ງທັມ.
ພາຣະທະວາຊະ ! ການງ່ຽງລົງຊຶ່ງໂສຕະ (ໂສຕາວະທານະ) ເປັນທັມມີອຸປະກາຣະຫຼາຍ ແກ່ການຟັງຊຶ່ງທັມ. ຖ້າບຸຄຄົລບໍ່ງ່ຽງລົງຊຶ່ງໂສຕະແລ້ວນັ້ນ ເຂົາກໍບໍ່ສາມາດຟັງຊຶ່ງທັມໄດ້ ເພາະເຫຕທີ່ເຂົາງ່ຽງລົງຊຶ່ງໂສຕະ ເຂົາຈຶ່ງຟັງຊຶ່ງທັມໄດ້ ; ເພາະເຫຕນັ້ນ ການງ່ຽງລົງຊຶ່ງໂສຕະ ຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ການຟັງຊຶ່ງທັມ.
ພາຣະທະວາຊະ ! ການເຂົ້າໄປນັ່ງໃກ້ (ປະຢິຣຸປາສະນາ) ເປັນທັມມີອຸປະກາຣະຫຼາຍ ແກ່ການງ່ຽງລົງຊຶ່ງໂສຕະ. ຖ້າບຸຄຄົລບໍ່ອາດເຂົ້າໄປນັ່ງໃກ້ແລ້ວນັ້ນເຂົາກໍບໍ່ສາມາດງ່ຽງລົງຊຶ່ງໂສຕະ ເພາະເຫຕທີ່ເຂົາເຂົ້າໄປນັ່ງໃກ້ ເຂົາຈຶ່ງງ່ຽງລົງຊຶ່ງໂສຕະໄດ້ ; ເພາະເຫຕນັ້ນການເຂົ້າໄປນັ່ງໃກ້ ຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ການງ່ຽງລົງຊຶ່ງໂສຕະ.
ພາຣະທະວາຊະ ! ການເຂົ້າໄປຫາ (ອຸປະສັງກະມະນະ) ເປັນທັມມີອຸປະກາຣະ ຫຼາຍ ແກ່ການເຂົ້າໄປນັ່ງໃກ້. ຖ້າບຸຄຄົລບໍ່ເຂົ້າໄປຫາແລ້ວນັ້ນ ເຂົາກໍບໍ່ສາມາດເຂົ້າໄປນັ່ງໃກ້ໄດ້ ເພາະເຫຕທີ່ເຂົາເຂົ້າໄປຫາ ເຂົາຈຶ່ງເຂົ້າໄປນັ່ງໃກ້ໄດ້ ; ເພາະເຫຕນັ້ນ ການເຂົ້າໄປຫາຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ການເຂົ້າໄປນັ່ງໃກ້.
ພາຣະທະວາຊະ ! ສັດທາ ເປັນທັມມີອຸປະກາຣະຫຼາຍ ແກ່ການເຂົ້າໄປຫາ.ຖ້າສັດທາບໍ່ອາດເກີດແລ້ວນັ້ນ ເຂົາກໍຈະບໍ່ເຂົ້າໄປຫາ ເພາະເຫຕທີ່ສັດທາເກີດຂຶ້ນເຂົາຈຶ່ງເຂົ້າໄປຫາ ; ເພາະເຫຕນັ້ນ ສັດທາຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ການເຂົ້າໄປຫາ.
- ມ. ມ. ໑໓/໖໐໑-໖໐໘/໖໕໕-໖໕໙.
(ຂໍຜູ້ສຶກສາ ຈົ່ງສັງເກດວ່າສິ່ງທີ່ເອີ້ນວ່າ ຄວາມຈິງ ໃນສູຕນີ້ ໝາຍເຖິງຄວາມຈິງທົ່ວໄປ ບໍ່ມຸ່ງໝາຍສະເພາະຈະຕຸຣາຣິຢະສັຈຈະ ແຕ່ອາດຈະໃຊ້ກັບຄວາມຈິງ ອັນມີຊື່ວ່າຈະຕຸຣາຣິຢະສັຈຈະໄດ້ ໂດຍປະການທັງປວງ ຈຶ່ງໄດ້ນໍາເອົາມາກ່າວໄວ້ໃນໜັງສືເຫຼັ້ມນີ້.)