ສິ່ງນັ້ນຫາພົບໃນກາຍນີ້

ທຳມະຊາດ

0:00/0:00
(ເລື່ອງຄວນເບິ່ງປະກອບໃນພຸ.ໂອ.ໜ້າ ໔໐໘)

“ແນ່ະເຈົ້າ ! ທີ່ສຸດໂລກແຫ່ງໃດ ອັນສັຕບໍ່ເກີດ ບໍ່ແກ່ ບໍ່ຕາຍ ບໍ່ຈຸຕິ ບໍ່ອຸບັດ; ເຮົາບໍ່ກ່າວວ່າ ໃຜໆອາດຮູ້ອາດເຫັນ ອາດເຖິງທີ່ສຸດແຫ່ງໂລກນັ້ນ ດ້ວຍການໄປ.

“ແນ່ເຈົ້າ ! ໃນຮ່າງກາຍ ທີ່ຍາວປະມານວາໜຶ່ງນີ້ ທີ່ຍັງປະກອບດ້ວຍສັນຍາ ແລະໃຈນີ້ເອງ, ເຮົາໄດ້ບັນຍັຕໂລກ, ເຫຕໃຫ້ເກີດໂລກ, ຄວາມດັບສະນິດບໍ່ເຫຼືອຂອງໂລກ, ແລະທາງດໍາເນີນໃຫ້ເຖິງຄວາມດັບສະນິດ ບໍ່ເຫຼືອຂອງໂລກໄວ້” ດັ່ງນີ້ແລ.
- ຈຕຸກກະ. ອັງ. ໒໑/໖໒/໔໕.

ອານາຈັກແຫ່ງໂລກອຸດອນ

ດິນ ນໍ້າ ໄຟ ລົມ ບໍ່ອາດເຂົ້າໄປຢູ່ ໃນບ່ອນໃດ; ໃນບ່ອນນັ້ນ ດາວສຸກທັງຫຼາຍຍ່ອມບໍ່ສ່ອງແສງ; ໃນທີ່ນັ້ນ, ດວງອາທິຕ ກໍບໍ່ປາກົດ; ໃນບ່ອນນັ້ນ, ດວງຈັນ ກໍບໍ່ສ່ອງແສງ; ແຕ່ຄວາມມືດກໍບໍ່ໄດ້ມີຢູ່, ໃນບ່ອນນັ້ນ.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ