ພົ້ນທຸກເພາະບໍ່ເພີນໃນທາດ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ຜູ້ໃດຍ່ອມບໍ່ເພີນກັບທາຕດິນ (ປະທະວີທາຕຸ) ກັບທາຕນໍ້າ (ອາໂປທາຕຸ) ກັບທາຕໄຟ (ເຕໂຊທາຕຸ) ກັບທາຕລົມ (ວາໂຢທາຕຸ), ຜູ້ນັ້ນຍ່ອມຊື່ວ່າ ບໍ່ເພີນໃນສິ່ງທີ່ເປັນທຸກຂ໌. ຜູ້ໃດຍ່ອມບໍ່ເພີນໃນສິ່ງທີ່ເປັນທຸກຂ໌, ເຮົາກ່າວ ຜູ້ນັ້ນວ່າເປັນ “ຜູ້ຫຼຸດພົ້ນແລ້ວ ຈາກທຸກຂ໌” ດັ່ງນີ້ ແລ.
- ນິທານ. ສັງ. ໑໖/໒໐໘/໔໑໓.

ຄວາມໝາຍຂອງຄໍາວ່າ “ຄວາມດັບ”
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໒໒໓, ໔໓໘, ໔໔໒, ໔໔໘, ໕໐໒ ແລະໃນພຸ. ໂອ. ໜ້າ ໓໙໙, ໔໖໒)
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພຣະອົງຄ໌ກ່າວຢູ່ວ່າ ‘ຄວາມດັບໆ’ ດັ່ງນີ້. ອັນວ່າ ‘ຄວາມດັບໆ’ ດັ່ງກ່າວນີ້ ໝາຍເຖິງຄວາມດັບ ແຫ່ງທັມທັງຫຼາຍ ເຫຼົ່າໃດໜໍ ? ຂ້ານ້ອຍ !”

ອານົນທ໌ ! ຮູບກໍດີ ເວທະນາກໍດີ ສັນຍາກໍດີ ສັງຂາຣທັງຫຼາຍກໍດີ ວິນຍານກໍດີ ເປັນຂອງບໍ່ທ່ຽງ ອັນປັຈຈັຍປຸງແຕ່ງແລ້ວ ອາໄສກັນແລະກັນເກີດຂຶ້ນ ມີຄວາມດັບສິ້ນໄປເປັນທຳມະດາ ມີຄວາມເສື່ອມໄປເປັນທັມມະດາ ມີຄວາມຈາງຄາຍໄປເປັນທຳມະດາ ມີຄວາມດັບໄປເປັນທຳມະດາ, ຄວາມອັນເຮົາກ່າວວ່າ “ຄວາມດັບໆ” ໝາຍເຖິງຄວາມດັບແຫ່ງຂັນທ໌ ມີຮູບ ເປັນຕົ້ນນັ້ນໆ ດັ່ງນີ້.

ອານົນທ໌ ! ຄໍາອັນເຮົາກ່າວວ່າ “ຄວາມດັບໆ” ດັ່ງນີ້ໝາຍເຖິງຄວາມດັບແຫ່ງທັມທັງຫຼາຍ ເຫຼົ່ານີ້ແລ.
- ຂັນທະ. ສັງ. ໑໗/໓໐/໔໘.

ໝາຍເຫຕ : ຜູ້ສຶກສາຈົ່ງສັງເກດວ່າ ພຣະອົງຄ໌ຕຣັດຄວາມດັບຂອງເບັນຈະຂັນທ໌ ໝາຍເຖິງຄວາມດັບທຸກຂ໌ ໂດຍຕົງ ເພາະໄດ້ຕຣັດໄວ້ໃນທີ່ທົ່ວໄປວ່າ ປັນຈຸປາທານຂັນທ໌ ຄືໂຕທຸກຂ໌ໂດຍສະຫຼຸບ ແລະເມື່ອດັບປັນຈຸປາທານະຂັນທ໌ເສຍແລ້ວ ຊາດ ຊະຣາ ພະຍາທິ ມະຣະນະ ຊຶ່ງເປັນອາການແຫ່ງຄວາມທຸກຂ໌ ກໍດັບໄປດ້ວຍກັນ.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ