ພຣະໂສດາບັນ ຮູ້ຈັກປັນຈຸປາທານຂັນ
ໂສດາບັນ
ພິກຂຸ ທ. ! ເມື່ອໃດແລ ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້ ມາຮູ້ຈັກຄວາມກໍ່ຂຶ້ນແຫ່ງອຸປາທານຂັນທ໌ຫ້າ. ຮູ້ຈັກຄວາມຕັ້ງຢູ່ບໍ່ໄດ້ ຂອງອຸປາທານຂັນທ໌ຫ້ານີ້. ຮູ້ຈັກອຸປາທານຂັນທ໌ຫ້າ ໃນແງ່ທີ່ມັນໃຫ້ສະເໜ່, ຮູ້ຈັກອຸປາທານຂັນທ໌ຫ້າ ໃນແງ່ທີ່ມັນໃຫ້ແຕ່ໂທດໂຫດຮ້າຍ, ທັງຮູ້ຈັກອຸບາຍທີ່ອອກໄປໃຫ້ພົ້ນອຸປາທານຂັນທ໌ຫ້ານີ້ເສຍ ຕາມທີ່ຖືກທີ່ຈິງ; ພິກຂຸ ທ. ! ເມື່ອນັ້ນແຫຼະ ສາວົກຂອງພຣະອະຣິຍະເຈົ້າຜູ້ນັ້ນ ເຮົາເອີ້ນວ່າ ເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕໍ່າເປັນທັມມະດາ ທ່ຽງແທ້ຕໍ່ພຣະນິພພານ ຈະຕຣັສຮູ້ທັມໄດ້ ໃນກາລະເບື້ອງໜ້າ.
- ຂັນທະ. ສັງ. ໑໗/໑໙໖/໒໙໖.
- ຂັນທະ. ສັງ. ໑໗/໑໙໖/໒໙໖.








