ຖານະທີ່ເປັນໄປບໍ່ໄດ້ ສຳລັບຜູ້ເຖິງພ້ອມດ້ວຍທິດຖິ (ພຣະໂສດາບັນ) ໃນຍະທີສາມ
ໂສດາບັນ
ພິກຂຸທັງຫຼາຍ !
ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການເຫຼົ່ານີ້ ມີຢູ່.
ຫົກປະການ ເຫຼົ່າໃດໜໍ ?
ຫົກປະການ ຄື : -
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ ຕົນເຮັດເອງ”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ ຜູ້ອື່ນເຮັດໃຫ້”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ ຕົນເຮັດເອງກໍມີ ຜູ້ອື່ນເຮັດໃຫ້ກໍມີ”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ ບໍ່ຕ້ອງເຮັດເອງ ເກີດຂຶ້ນໄດ້ຕາມລຳພັງ”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ ບໍ່ຕ້ອງມີໃຜອື່ນເຮັດໃຫ້ ເກີດຂຶ້ນໄດ້ຕາມລຳພັງ”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ ບໍ່ຕ້ອງເຮັດເອງແລະບໍ່ຕ້ອງມີໃຜອື່ນເຮັດໃຫ້ ເກີດຂຶ້ນໄດ້ຕາມລຳພັງ”.
ຂໍ້ນັ້ນ ເພາະເຫຕໃດ ?
ພິກຂຸທັງຫຼາຍ ! ຂໍ້ນັ້ນເພາະເຫຕວ່າ
ເຫຕ (ແຫ່ງສຸຂແລະທຸກຂ໌) ອັນຜູ້ເຖິງພ້ອມດ້ວຍທິຕຖິ ເຫັນແລ້ວ ໂດຍແທ້ຈິງ ແລະທັມທັງຫຼາຍ ກໍເປັນສິ່ງທີ່ເກີດມາແຕ່ເຫຕດ້ວຍ.
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ
ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການ.
- ບາລີ ສັກກ. ອັງ. ໒໒/໔໙໐/໓໖໖.