ອັນໃດຄືກຳເກົ່າ ແລະ ກຳໃໝ່

ກຳ

0:00/0:00
ພິກຂຸທັງຫຼາຍ ! ເຮົາຈັກສະແດງຊຶ່ງກັມທັງຫຼາຍ ທັງໃໝ່ແລະເກົ່າ (ນະວະປຸຣານະກັມມະ) ກັມມະນິໂຣດ ແລະກັມມະ
ນິໂຣທະຄາມິນີປະຕິປະທາ.....

ພິກຂຸທັງຫຼາຍ !
ກັມເກົ່າ (ປຸຣານະກັມມະ) ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ຈັກຂຸ (ຕາ).... ໂສຕະ (ຫູ).... ຄະນະ (ດັງ) .... ຊິວຫາ (ລີ້ນ).... ກາຢະ (ກາຍ).... ມະນະ (ໃຈ) ອັນເຈົ້າທັງຫຼາຍ ຈົ່ງເຫັນວ່າເປັນປຸຣານະກັມມະ (ກັມເກົ່າ) ອະພິສັງຂະຕະ (ອັນປັຈຈັຍປຸງແຕ່ງຂຶ້ນ) ອະພິສັນເຈຕະຢິຕະ (ອັນປັຈຈັຍເຮັດໃຫ້ເກີດຄວາມຮູ້ສຶກຂຶ້ນ) ເວທະນີຢະ (ມີຄວາມຮູ້ສຶກຕໍ່ອາຣົມໄດ້).
ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ກັມເກົ່າ.

ພິກຂຸທັງຫຼາຍ !
ກັມໃໝ່ (ນະວະກັມມະ) ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ຂໍ້ທີ່ບຸກຄົນເຮັດກັມ ດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ ໃນກາລະບັດນີ້ ອັນໃດ, ອັນນີ້ເອີ້ນວ່າກັມໃໝ່.

ພິກຂຸທັງຫຼາຍ ! ກັມມະນິໂຣດ (ຄວາມດັບແຫ່ງກັມ) ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ຂໍ້ທີ່ບຸກຄົນຖືກຕ້ອງວິມຸຕຕິ ເພາະຄວາມດັບແຫ່ງກາຢະກັມ ວະຈີກັມ ມະໂນກັມ ອັນໃດ, ອັນນີ້ເອີ້ນວ່າ ກັມມະນິໂຣດ.

ພິກຂຸທັງຫຼາຍ ! ກັມມະນິໂຣທະຄາມິນີປະຕິປະທາ (ຂໍ້ປະຕິບັຕໃຫ້ເຖິງຄວາມດັບແຫ່ງກັມ) ເປັນແນວໃດໜໍ ?
ກັມມະນິໂຣທະຄາມິນີປະຕິປະທາ ນັ້ນ ຄື ອະຣິຍະອັຕຖັງ ຄິກະມັຄຄະ (ອະຣິຍະມັຄມີອົງຄ໌ແປດ) ນີ້ນັ້ນເອງ ໄດ້ແກ່
ສັມມາທິຕຖິ (ຄວາມເຫັນຖືກຕ້ອງ) ສັມມາສັງກັປປະ (ຄວາມດໍາຣິຖືກຕ້ອງ)
ສັມມາວາຈາ (ການເວົ້າຈາຖືກຕ້ອງ) ສັມມາກັມມັນຕະ (ການເຮັດການງານຖືກຕ້ອງ) ສັມມາອາຊີວະ (ການລ້ຽງຊີວິຕຖືກຕ້ອງ),
ສັມມາວາຢາມະ (ຄວາມພຽນຖືກຕ້ອງ), ສັມມາສະຕິ (ຄວາມລະນຶກຖືກຕ້ອງ) ສັມມາສະມາທິ (ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ກັມມະນິໂຣທະຄາມິນີປະຕິປະທາ.

ພິກຂຸທັງຫຼາຍ ! ດ້ວຍປະການດັ່ງນີ້ແລ (ເປັນອັນວ່າ)
ກັມເກົ່າ ເຮົາໄດ້ສະແດງແລ້ວແກ່ເຈົ້າທັງຫຼາຍ ກັມໃໝ່ ເຮົາກໍສະແດງແລ້ວ, ກັມມະນິໂຣດ ເຮົາກໍໄດ້ສະແດງແລ້ວ, ກັມມະ
ນິໂຣທະຄາມິນີປະຕິປະທາ ເຮົາກໍໄດ້ສະແດງແລ້ວ.

ພິກຂຸທັງຫຼາຍ !
ກິຈໃດ ທີ່ສາສດາຜູ້ເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ
ອາໄສຄວາມເອັນດູແລ້ວ ຈະຍ່ອມເຮັດແກ່ສາວົກທັງຫຼາຍ,
ກິຈນັ້ນ ເຮົາໄດ້ເຮັດແລ້ວແກ່ພວກເຈົ້າ.

ພິກຂຸທັງຫຼາຍ !
ນັ້ນກ້ອງຕົ້ນໄມ້, ນັ້ນເຮືອນວ່າງ.
ພວກເຈົ້າຈົ່ງພຽນເຜົາກິເລສ,
ຢ່າໄດ້ປະມາດ,
ຢ່າເປັນຜູ້ທີ່ຕ້ອງຮ້ອນໃຈ ໃນພາຍຫຼັງເລີຍ.
ນີ້ແລ ເປັນວາຈາເຄື່ອງພໍ່າສອນຂອງເຮົາ
ແກ່ພວກເຈົ້າທັງຫຼາຍ.

ສະລາ. ສັງ. ໑໘/໑໖໖/໒໒໗-໒໓໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ