ສຸກທີ່ສັດໂລກຄວນຢ້ານ ແລະບໍ່ຄວນຢ້ານ
ອະຣິຍະສັດ 4
ກໍຂໍ້ນັ້ນ ອັນເຮົາກ່າວແລ້ວ ວ່າ ບຸຄຄົລຄວນຮູ້ຈັກການວິນິສສັຍ (ຕັດສິນໃຈ) ໃນຄວາມສຸຂ ເມື່ອຮູ້ຈັກການວິນິສສັຍຄວາມສຸຂແລ້ວ ຄວນປະກອບຄວາມສຸຂຊະນິດທີ່ເປັນພາຍໃນ, ຂໍ້ນັ້ນເຮົາກ່າວເພາະອາໄສເຫຕຜົລ ອັນໃດໜໍ ? ພິກຂຸ ທ. ! ກາມະຄຸນມີຫ້າຢ່າງເຫຼົ່ານີ້. ຫ້າຢ່າງນັ້ນອັນໃດໜໍ ? ຫ້າຢ່າງຄື ຮູບ ທີ່ເຫັນດ້ວຍຕາ, ສຽງ ທີ່ຟັງດ້ວຍຫູ, ກິ່ນ ທີ່ດົມດ້ວຍດັງ, ຣົສ ທີ່ຊີມດ້ວຍລີ້ນ, ແລະ ໂຜຕຖັພພະ ທີ່ສັມຜັສດ້ວຍກາຍ, (ແຕ່ລະຢ່າງລ້ວນ) ເປັນສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ໜ້າພໍໃຈ ເປັນສິ່ງທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຊຶ່ງຄວາມໃຄ່
ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ ; ພິກຂຸ ທ. ! ສຸຂໂສມະນັສອັນໃດ ເກີດຂຶ້ນເພາະອາໄສກາມະຄຸນຫ້າເຫຼົ່ານີ້, ສຸຂໂສມະນັສນັ້ນ ເຮົາເອີ້ນວ່າ ກາມະສຸຂ ອັນເປັນສຸຂຂອງປຸຖຸຊົນ ເປັນສຸຂທາງເມຖຸນ (ມິລະຫະສຸຂ) ບໍ່ແມ່ນສຸຂອັນປະເສີດ. ເຮົາກ່າວວ່າ ສຸຂນັ້ນບຸຄຄົລບໍ່ຄວນເສບ ບໍ່ຄວນຈະເຣີນ ບໍ່ຄວນເຮັດໃຫ້ຫຼາຍ, ຄວນຢ້ານ.
ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ເຂົ້າເຖິງຊຶ່ງປະຖົມມະຊານ... ທຸຕິຢະຊານ...ຕະຕິຢະຊານ... ຈະຕຸຕຖະຊານ...໑ ແລ້ວແລຢູ່. ນີ້ເຮົາເອີ້ນວ່າ ສຸຂອາໄສເນກຂັມມະ ເປັນສຸຂເກີດແຕ່ຄວາມສະງົບງຽບ ສຸຂເກີດແຕ່ຄວາມເຂົ້າໄປສະງົບລະງັບ ສຸຂເກີດແຕ່ຄວາມຮູ້ພ້ອມ. ເຮົາກ່າວວ່າ ສຸຂນັ້ນບຸຄຄົລຄວນເສບໃຫ້ທົ່ວເຖິງ ຄວນເຮັດໃຫ້ຈະເຣີນ ຄວນເຮັດໃຫ້ຫຼາຍ, ບໍ່ຄວນຢ້ານ.
ຄໍາໃດທີ່ເຮົາກ່າວແລ້ວ ວ່າບຸຄຄົລຄວນຮູ້ຈັກການວິນິສສັຍ (ຕັດສິນໃຈ) ໃນຄວາມສຸຂ ເມື່ອຮູ້ຈັກການວິນິສສັຍຄວາມສຸຂແລ້ວ ຄວນປະກອບຄວາມສຸຂຊະນິດທີ່ເປັນພາຍໃນ, ນັ້ນ ; ຄໍານັ້ນເຮົາກ່າວແລ້ວ ເພາະອາໄສເຫຕຜົລນີ້.
- ອຸປຣິ. ມ. ໑໔/໔໒໗/໖໕໙.