ຂັນ 5
ຂັນ 5
ເລື່ອງເກີດຂຶ້ນທີ່ເມືອງສາວັດຖີ
ພຣະຜູ້ມີພຣະພາກເຈົ້າຕັດວ່າ ພິກຂຸທັງຫຼາຍ ສະມະນະຫຼືພຣາມ ພວກໃດ ພວກໜຶ່ງ ເມື່ອລະລຶກ ກໍລະລຶກເຖິງຊາດກ່ອນໄດ້ເປັນຈໍານວນຫຼາຍ ສະມະນະຫຼືພຣາມ ພວກນັ້ນ ທັງໝົດລະລຶກເຖິງອຸປາທານຂັນ ທັງ ໕ ປະການ ຫຼືອຸປາທານຂັນ ປະການໃດປະການໜຶ່ງ
ອຸປາທານຂັນ ໕ ປະການ ເປັນແນວໃດໜໍ
ຄື ເມື່ອລະລຶກກໍລະລຶກເຖິງຮູບຢ່າງນີ້ວ່າ ໃນອະດີດຕະການ ເຮົາມີຮູບຢ່າງນີ້ ເມື່ອລະລຶກ ກໍລະລຶກເຖິງເວທະນາ ຢ່າງນີ້ວ່າ ໃນອະດີດຕະການ ເຮົາມີເວທະນາຢ່າງນີ້ ເມື່ອລະລຶກກໍລະລຶກເຖິງ ສັນຍາ ຢ່າງນີ້ວ່າ ໃນອະດີດຕະການ ເຮົາມີສັນຍາຢ່າງນີ້ ເມື່ອລະລຶກກໍລະລຶກເຖິງສັງຂານ ຢ່າງນີ້ວ່າ ໃນອະດີດຕະການ ເຮົາມີສັງຂານຢ່າງນີ້ ເມື່ອລະລຶກກໍລະລຶກເຖິງວິນຍານ ຢ່າງນີ້ວ່າ ໃນອະດີດຕະການ ເຮົາມີວິນຍານຢ່າງນີ້
ພິກຂຸທັງຫຼາຍ ເພາະຫຍັງໜໍຈຶ່ງເອີ້ນວ່າ ຮູບ ເພາະສະຫຼາຍໄປ ຈຶ່ງເອີ້ນວ່າ ຮູບ ສະລາຍໄປເພາະຫຍັງໜໍ ສະຫຼາຍໄປເພາະໜາວແດ່ ຮ້ອນແດ່ ຫິວເຂົ້າແດ່ ຫິວນໍ້າແດ່ ເພາະສັມຜັດແຫ່ງເຫຼືອກ ຍຸງ ລົມ ແດດ ແລະສັດເລືອຄານແດ່ ເພາະສະຫຼາຍໄປຈຶ່ງເອີ້ນວ່າ ຮູບ
ເພາະຫຍັງໜໍຈຶ່ງເອີ້ນວ່າ ເວທະນາ ເພາະສະເຫວີຍ ຈຶ່ງເອີ້ນວ່າ ເວທະນາ ສະເຫວີຍອິຫຍັງໜໍ ສະເຫວີຍອາລົມສຸກແດ່ ທຸກແດ່ ບໍ່ແມ່ນທຸກບໍ່ແມ່ນສຸກແດ່ ເພາະສະເຫວີຍຈຶ່ງເອີ້ນວ່າ ເວທະນາ
ເພາະຫຍັງໜໍຈຶ່ງເອີ້ນວ່າ ສັນຍາ ເພາະຈໍາໄດ້ໝາຍຮູ້ ຈຶ່ງເອີ້ນວ່າ ສັນຍາ ຈໍາໄດ້ໝາຍຮູ້ຫຍັງໜໍ ຈໍາໄດ້ໝາຍຮູ້ສີຂຽວແດ່ ສີເຫຼືອງແດ່ ສີແດງແດ່ ສີຂາວແດ່ ເພາະຈໍາໄດ້ໝາຍຮູ້ຈຶ່ງເອີ້ນວ່າ ສັນຍາ
ເພາະຫຍັງໜໍຈຶ່ງເອີ້ນວ່າ ສັງຂານ ເພາະປຸງແຕ່ງສັງຂະຕະທັມ ຈຶ່ງເອີ້ນວ່າ ສັງຂານ ປຸງແຕ່ງສັງຂະຕະທັມຫຍັງໜໍ ປຸງແຕ່ງສັງຂະຕະທັມ ຄື ຮູບໂດຍຄວາມເປັນຮູບ ເວທະນາໂດຍຄວາມເປັນເວທະນາ ສັນຍາໂດຍຄວາມເປັນສັນຍາ ສັງຂານໂດຍຄວາມເປັນສັງຂານ ວິນຍານໂດຍຄວາມເປັນວິນຍານ ເພາະປຸງແຕ່ງສັງຂະຕະທັມຈຶ່ງເອີ້ນວ່າ ສັງຂານ
ເພາະຫຍັງໜໍຈຶ່ງເອີ້ນວ່າ ວິນຍານ ເພາະຮູ້ແຈ້ງ ຈຶ່ງເອີ້ນວ່າ ວິນຍານ ຮູ້ແຈ້ງຫຍັງໜໍ ຮູ້ແຈ້ງລົດສົ້ມແດ່ ລົດຂົມແດ່ ລົດເຜັດແດ່ ລົດຫວານແດ່ ລົດຂື່ນແດ່ ລົດບໍ່ຂື່ນແດ່ ລົດເຄັມແດ່ ລົດບໍ່ເຄັມແດ່ ເພາະຮູ້ແຈ້ງຈຶ່ງເອີ້ນວ່າ ວິນຍານ
ພິກຂຸທັງຫຼາຍ ໃນຂໍ້ນັ້ນ ອະຣິຍະສາວົກຜູ້ໄດ້ສະດັບຟັງ ພິຈາລະນາເຫັນຢ່າງນີ້ວ່າ ບັດນີ້ ເຮົາຖືກຮູບຄ້ຽວກິນຢູ່ ແມ່ນໃນອະດີດຕະການ ເຮົາກໍຖືກຮູບຄ້ຽວກິນແລ້ວ ເໝືອນກັບທີ່ຖືກຮູບທີ່ເປັນປັດຈຸບັນ ຄ້ຽວກິນຢູ່ໃນເວລານີ້ ກໍເຮົາເອງຖ້າຍິນດີຮູບທີ່ເປັນອະນາຄົດ ແມ່ນໃນອະນາຄົດຕະການ ເຮົາກໍຍ່ອມຈະຖືກຮູບຄ້ຽວກິນ ເໝືອນກັບທີ່ຖືກຮູບທີ່ເປັນປັດຈຸບັນ ຄ້ຽວກິນຢູ່ໃນເວລານີ້ ເຂົາພິຈາລະນາເຫັນຢ່າງນີ້ແລ້ວ ບໍ່ມີຄວາມອາໄລໃນຮູບທີ່ເປັນອະດີດ ບໍ່ຍິນດີຮູບທີ່ເປັນອະນາຄົດ ປະຕິບັດເພື່ອຄວາມເບື່ອໜ່າຍ ເພື່ອຄາຍກໍາໜັດ ເພື່ອດັບຮູບທີ່ເປັນປັດຈຸບັນ
ບັດນີ້ ເຮົາຖືກເວທະນາຄ້ຽວກິນຢູ່ ແມ່ນໃນອະດີດຕະການ ເຮົາກໍຖືກເວທະນາຄ້ຽວກິນແລ້ວ ເໝືອນກັບທີ່ຖືກເວທະນາທີ່ເປັນປັດຈຸບັນຄ້ຽວກິນຢູ່ໃນເວລານີ້ ກໍເຮົາເອງຖ້າຍິນດີເວທະນາທີ່ເປັນອະນາຄົດ ແມ່ນໃນອະນາຄົດຕະການ ເຮົາກໍຍ່ອມຈະຖືກເວທະນາຄ້ຽວກິນ ເໝືອນກັບທີ່ຖືກເວທະນາ ທີ່ເປັນປັດຈຸບັນຄ້ຽວກິນຢູ່ໃນເວລານີ້ ເຂົາພິຈາລະນາເຫັນຢ່າງນີ້ແລ້ວ ບໍ່ມີຄວາມອາໄລໃນເວທະນາທີ່ເປັນອະດີດ ບໍ່ຍິນດີເວທະນາທີ່ເປັນອະນາຄົດ ປະຕິບັດເພື່ອຄວາມເບື່ອໜ່າຍ ເພື່ອຄາຍກໍາໜັດ ເພື່ອດັບເວທະນາທີ່ເປັນປັດຈຸບັນ
ບັດນີ້ ເຮົາຖືກສັນຍາຄ້ຽວກິນຢູ່ ແມ່ນໃນອະດີດຕະການ ເຮົາກໍຖືກສັນຍາຄ້ຽວກິນແລ້ວ ເໝືອນກັບທີ່ຖືກສັນຍາທີ່ເປັນປັດຈຸບັນຄ້ຽວກິນຢູ່ໃນເວລານີ້ ກໍເຮົາເອງຖ້າຍິນດີສັນຍາທີ່ເປັນອະນາຄົດ ແມ່ນໃນອະນາຄົດຕະການ ເຮົາກໍຍ່ອມຈະຖືກສັນຍາຄ້ຽວກິນ ເໝືອນກັບທີ່ຖືກສັນຍາ ທີ່ເປັນປັດຈຸບັນຄ້ຽວກິນຢູ່ໃນເວລານີ້ ເຂົາພິຈາລະນາເຫັນຢ່າງນີ້ແລ້ວ ບໍ່ມີຄວາມອາໄລໃນສັນຍາທີ່ເປັນອະດີດ ບໍ່ຍິນດີສັນຍາທີ່ເປັນອະນາຄົດ ປະຕິບັດເພື່ອຄວາມເບື່ອໜ່າຍ ເພື່ອຄາຍກໍາໜັດ ເພື່ອດັບສັນຍາທີ່ເປັນປັດຈຸບັນ
ບັດນີ້ ເຮົາຖືກສັງຂານຄ້ຽວກິນຢູ່ ແມ່ນໃນອະດີດຕະການ ເຮົາກໍຖືກສັງຂານຄ້ຽວກິນແລ້ວ ເໝືອນກັບທີ່ຖືກສັງຂານທີ່ເປັນປັດຈຸບັນ ຄ້ຽວກິນຢູ່ໃນເວລານີ້ ກໍເຮົາເອງຖ້າຍິນດີສັງຂານທີ່ເປັນອະນາຄົດ ແມ່ນໃນອະນາຄົດຕະການ ເຮົາກໍຍ່ອມຈະຖືກສັງຂານຄ້ຽວກິນ ເໝືອນກັບທີ່ຖືກສັງຂານທີ່ເປັນປັດຈຸບັນ ຄ້ຽວກິນຢູ່ໃນເວລານີ້ ເຂົາພິຈາລະນາເຫັນຢ່າງນີ້ແລ້ວ ບໍ່ມີຄວາມອາໄລໃນສັງຂານທີ່ເປັນອະດີດ ບໍ່ຍິນດີສັງຂານທີ່ເປັນອະນາຄົດ ປະຕິບັດເພື່ອຄວາມເບື່ອໜ່າຍ ເພື່ອຄາຍກໍາໜັດ ເພື່ອດັບສັງຂານທີ່ເປັນປັດຈຸບັນ
ບັດນີ້ ເຮົາຖືກວິນຍານຄ້ຽວກິນຢູ່ ແມ່ນໃນອະດີດຕະການ ເຮົາກໍຖືກວິນຍານຄ້ຽວກິນແລ້ວ ເໝືອນກັບທີ່ຖືກວິນຍານທີ່ເປັນປັດຈຸບັນຄ້ຽວກິນຢູ່ໃນເວລານີ້ ກໍເຮົາເອງຖ້າຍິນດີວິນຍານທີ່ເປັນອະນາຄົດ ແມ່ນໃນອະນາຄົດຕະການ ເຮົາກໍຍ່ອມຈະຖືກວິນຍານຄ້ຽວກິນ ເໝືອນກັບທີ່ຖືກວິນຍານທີ່ເປັນປັດຈຸບັນຄ້ຽວກິນຢູ່ໃນເວລານີ້ ເຂົາພິຈາລະນາເຫັນຢ່າງນີ້ແລ້ວ ບໍ່ມີຄວາມອາໄລໃນວິນຍານທີ່ເປັນອະດີດ ບໍ່ຍິນດີວິນຍານທີ່ເປັນອະນາຄົດ ປະຕິບັດເພື່ອຄວາມເບື່ອໜ່າຍ ເພື່ອຄາຍກໍາໜັດ ເພື່ອດັບວິນຍານທີ່ເປັນປັດຈຸບັນ
ພິກຂຸທັງຫຼາຍ ເຈົ້າທັງຫຼາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ຮູບທ່ຽງ ຫຼືບໍ່ທ່ຽງ
ບໍ່ທ່ຽງ ຂ້ານອ້ຍ
ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຫຼືເປັນສຸກໜໍ
ເປັນທຸກ ຂ້ານອ້ຍ
ກໍສິ່ງໃດບໍ່ທ່ຽງ ເປັນທຸກ ມີຄວາມປ່ຽນແປງເປັນທໍາມະດາ ຄວນຫຼືທີ່ຈະຕາມເຫັນສິ່ງນັ້ນວ່າ ນັ້ນຂອງເຮົາ ເຮົາເປັນນັ້ນ ນັ້ນເປັນອັດຕາຂອງເຮົາ
ຂໍ້ນັ້ນບໍ່ຄວນເລີຍ ຂ້ານອ້ຍ
ເວທະນາ ... ສັນຍາ ... ສັງຂານ ... ວິນຍານທ່ຽງ ຫຼືບໍ່ທ່ຽງ

ພິກຂຸທັງຫຼາຍເພາະເຫດນັ້ນ ຮູບຢ່າງໃດຢ່າງໜຶ່ງ ທັງທີ່ເປັນອະດີດ ອະນາຄົດ ແລະປັດຈຸບັນ ພາຍໃນຫຼືພາຍນອກ ຫຍາບຫຼືລະອຽດ ຕໍ່າຊາມຫຼືປານີດ ໄກ ຫຼືໃກ້ກໍຕາມ ຮູບທັງໝົດນັ້ນ ເຈົ້າທັງຫຼາຍ ຈົ່ງເຫັນດ້ວຍປັນຍາອັນຖືກຕອ້ງຕາມຄວາມເປັນຈິງຢ່າງນີ້ວ່າ ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເຮົາ ນັ້ນບໍ່ແມ່ນອັດຕາຂອງເຮົາ
ເວທະນາຢ່າງໃດຢ່າງໜຶ່ງ ທັງທີ່ເປັນອະດີດ ອະນາຄົດ ແລະປັດຈຸບັນ ພາຍໃນຫຼືພາຍນອກ ຫຍາບຫຼືລະອຽດ ຕໍ່າຊາມຫຼືປານີດ ໄກ ຫຼືໃກ້ກໍຕາມ ເວທະນາທັງໝົດນັ້ນ ທ່ານທັງຫຼາຍ ຈົ່ງເຫັນດ້ວຍປັນຍາອັນຖືກຕອ້ງຕາມຄວາມເປັນຈິງ ຢ່າງນີ້ວ່າ ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເຮົາ ນັ້ນບໍ່ແມ່ນອັດຕາຂອງເຮົາ
ສັນຍາຢ່າງໃດຢ່າງໜຶ່ງ ທັງທີ່ເປັນອະດີດ ອະນາຄົດ ແລະປັດຈຸບັນ ພາຍໃນຫຼືພາຍນອກ ຫຍາບຫຼືລະອຽດ ຕໍ່າຊາມຫຼືປານີດ ໄກ ຫຼືໃກ້ກໍຕາມ ສັນຍາທັງໝົດນັ້ນ ເຈົ້າທັງຫຼາຍ ຈົ່ງເຫັນດ້ວຍປັນຍາອັນຖືກຕອ້ງຕາມຄວາມເປັນຈິງ ຢ່າງນີ້ວ່າ ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເຮົາ ນັ້ນບໍ່ແມ່ນອັດຕາຂອງເຮົາ
ສັງຂານເຫຼົ່າໃດ ເຫຼົ່າໜຶ່ງ ທັງທີ່ເປັນອະດີດ ອະນາຄົດ ແລະປັດຈຸບັນ ພາຍໃນຫຼືພາຍນອກ ຫຍາບຫຼືລະອຽດ ຕໍ່າຊາມຫຼືປານີດ ໄກ ຫຼືໃກ້ກໍຕາມ ສັງຂານທັງໝົດນັ້ນ ເຈົ້າທັງຫຼາຍ ຈົ່ງເຫັນດ້ວຍປັນຍາອັນຖືກຕອ້ງຕາມຄວາມເປັນຈິງ ຢ່າງນີ້ວ່າ ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເຮົາ ນັ້ນບໍ່ແມ່ນອັດຕາຂອງເຮົາ
ວິນຍານຢ່າງໃດຢ່າງໜຶ່ງ ທັງທີ່ເປັນອະດີດ ອະນາຄົດ ແລະປັດຈຸບັນ ພາຍໃນຫຼືພາຍນອກ ຫຍາບຫຼືລະອຽດ ຕໍ່າຊາມຫຼືປານີດ ໄກ ຫຼືໃກ້ກໍຕາມ ວິນຍານທັງໝົດນັ້ນ ເຈົ້າທັງຫຼາຍ ຈົ່ງເຫັນດ້ວຍປັນຍາອັນຖືກຕອ້ງຕາມຄວາມເປັນຈິງຢ່າງນີ້ວ່າ ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ແມ່ນເຮົາ ນັ້ນບໍ່ແມ່ນອັດຕາຂອງເຮົາ
ພິກຂຸທັງຫຼາຍ ອະຣິຍະສາວົກ ນີ້ ເຮົາເອີ້ນວ່າ ເຮັດໃຫ້ວິນາດ ບໍ່ກໍ່ ລະຖິ້ມ ບໍ່ຖືໝັ້ນ ຊະຢາຍອອກ ບໍ່ລວບລວມໄວ້ ເຮັດໃຫ້ມອດ ບໍ່ກໍ່ໃຫ້ລຸກແຮງຂຶ້ນ
ອະຣິຍະສາວົກເຮັດຫຍັງໃຫ້ວິນາດ ບໍ່ກໍ່ຫຍັງໜໍ
ຄື ເຮັດຮູບໃຫ້ວິນາດ ບໍ່ກໍ່ຮູບ ... ເວທະນາ ... ສັນຍາ ... ສັງຂານ ... ເຮັດວິນຍານໃຫ້ວິນາດ ບໍ່ກໍ່ວິນຍານ
ລະຖິ້ມຫຍັງ ບໍ່ຖືໝັ້ນຫຍັງໜໍ
ຄື ລະຖິ້ມຮູບ ບໍ່ຖືໝັ້ນຮູບ ... ເວທະນາ ... ສັນຍາ ... ສັງຂານ ... ລະຖິ້ມວິນຍານ ບໍ່ຖືໝັ້ນວິນຍານ
ຊະຢາຍອອກຊຶ່ງຫຍັງ ບໍ່ລວບລວມຫຍັງໄວ້ໜໍ
ຄື ຊະຢາຍອອກຊຶ່ງຮູບ ບໍ່ລວບລວມຮູບໄວ້ ... ເວທະນາ ... ສັນຍາ ... ສັງຂານ ... ຊະຢາຍອອກຊຶ່ງວິນຍານ ບໍ່ລວບລວມວິນຍານໄວ້
ເຮັດຫຍັງໃຫ້ມອດ ບໍ່ກໍ່ຫຍັງໃຫ້ລຸກແຮງຂຶ້ນໜໍ
ຄື ເຮັດຮູບໃຫ້ມອດ ບໍ່ກໍ່ຮູບໃຫ້ລຸກແຮງຂຶ້ນ ... ເວທະນາ ... ສັນຍາ ... ສັງຂານ ... ເຮັດວິນຍານໃຫ້ມອດ ບໍ່ກໍ່ວິນຍານໃຫ້ລຸກແຮງຂຶ້ນ
ພິກຂຸທັງຫຼາຍ ອະຣິຍະສາວົກຜູ້ໄດ້ສະດັບຟັງເຫັນຢູ່ຢ່າງນີ້ ຍອມເບື່ອໜ່າຍແມ່ນໃນຮູບ ... ແມ່ນໃນເວທະນາ ... ແມ່ນໃນສັນຍາ ... ແມ່ນໃນສັງຂານ ຍອມເບື່ອໜ່າຍແມ່ນໃນວິນຍານ ເມື່ອເບື່ອໜ່າຍ ຍອມຄາຍກໍາໜັດ ເພາະຄາຍກໍາໜັດ ຈິດຍ່ອມຫຼຸດພົ້ນ ເມື່ອຈິດຫຼຸດພົ້ນແລ້ວ ກໍຮູ້ວ່າ ຫຼຸດພົ້ນແລ້ວ ຮູ້ແຈ້ງວ່າ ຊາດສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ເຮັດກິດທີ່ຄວນເຮັດສໍາເລັດແລ້ວ ບໍ່ມີກິດອື່ນເພື່ອຄວາມເປັນຢ່າງນີ້ອີກຕໍ່ໄປ
ພິກຂຸທັງຫຼາຍ ພິກຂຸນີ້ ເຮົາເອີ້ນວ່າ ບໍ່ກໍ່ ບໍ່ເຮັດໃຫ້ວິນາດ ແຕ່ເປັນຜູ້ເຮັດໃຫ້ວິນາດໄດ້ແລ້ວດໍາລົງຢູ່ ບໍ່ລະຖິ້ມ ບໍ່ຖືໝັ້ນ ແຕ່ເປັນຜູ້ລະຖິ້ມໄດ້ແລ້ວດໍາລົງຢູ່ ບໍ່ຊະຢາຍອອກ ບໍ່ລວບລວມໄວ້ ແຕ່ເປັນຜູ້ຊະຢາຍອອກໄດ້ແລ້ວດໍາລົງຢູ່ ບໍ່ເຮັດໃຫ້ມອດ ບໍ່ກໍ່ໃຫ້ລຸກແຮງຂຶ້ນ ແຕ່ເປັນຜູ້ເຮັດໃຫ້ມອດໄດ້ແລ້ວດໍາລົງຢູ່
ອະຣິຍະສາວົກບໍ່ກໍ່ຫຍັງ ບໍ່ເຮັດຫຍັງໃຫ້ວິນາດ ແຕ່ເປັນຜູ້ເຮັດໃຫ້ວິນາດໄດ້ແລ້ວດໍາລົງຢູ່ ຄື ບໍ່ກໍ່ຮູບ ບໍ່ເຮັດຮູບໃຫ້ວິນາດ ແຕ່ເປັນຜູ້ເຮັດໃຫ້ວິນາດໄດ້ແລ້ວດໍາລົງຢູ່ ... ເວທະນາ ... ສັນຍາ ... ສັງຂານ ... ບໍ່ກໍ່ວິນຍານ ບໍ່ເຮັດວິນຍານໃຫ້ວິນາດ ແຕ່ເປັນຜູ້ເຮັດໃຫ້ວິນາດໄດ້ແລ້ວດໍາລົງຢູ່
ບໍ່ລະຖິ້ມ ບໍ່ຖືໝັ້ນຫຍັງ ແຕ່ເປັນຜູ້ລະຖິ້ມໄດ້ແລ້ວດໍາລົງຢູ່ ຄື ບໍ່ລະຖິ້ມຮູບ ບໍ່ຖືໝັ້ນຮູບ ແຕ່ເປັນຜູ້ລະຖິ້ມໄດ້ແລ້ວດໍາລົງຢູ່ ... ເວທະນາ ... ສັນຍາ ... ສັງຂານ ... ບໍ່ລະຖິ້ມວິນຍານ ບໍ່ຖືໝັ້ນວິນຍານ ແຕ່ເປັນຜູ້ລະຖິ້ມໄດ້ແລ້ວດໍາລົງຢູ່
ບໍ່ຊະຢາຍອອກຫຍັງ ບໍ່ລວບລວມຫຍັງໄວ້ ແຕ່ເປັນຜູ້ຊະຢາຍອອກໄດ້ແລ້ວດໍາລົງຢູ່ ຄື ບໍ່ຊະຢາຍອອກຊຶ່ງຮູບ ບໍ່ລວບລວມຮູບໄວ້ ແຕ່ເປັນຜູ້ຊະຢາຍອອກໄດ້ແລ້ວດໍາລົງຢູ່ ... ເວທະນາ ... ສັນຍາ ... ສັງຂານ ... ບໍ່ຊະຢາຍອອກຊຶ່ງວິນຍານ ບໍ່ລວບລວມວິນຍານໄວ້ ແຕ່ເປັນຜູ້ຊະຢາຍອອກໄດ້ແລ້ວດໍາລົງຢູ່
ບໍ່ເຮັດຫຍັງໃຫ້ມອດ ບໍ່ກໍ່ຫຍັງໃຫ້ລຸກແຮງຂຶ້ນ ແຕ່ເປັນຜູ້ເຮັດໃຫ້ມອດໄດ້ແລ້ວອາໃສຢູ່ ຄື ບໍ່ເຮັດຮູບໃຫ້ມອດ ບໍ່ກໍ່ຮູບໃຫ້ລຸກແຮງຂຶ້ນ ແຕ່ເປັນຜູ້ເຮັດໃຫ້ມອດໄດ້ແລ້ວດໍາລົງຢູ່ ... ເວທະນາ ... ສັນຍາ ... ສັງຂານ ... ບໍ່ເຮັດວິນຍານໃຫ້ມອດ ບໍ່ກໍ່ວິນຍານໃຫ້ລຸກແຮງຂຶ້ນ ແຕ່ເປັນຜູ້ເຮັດໃຫ້ມອດໄດ້ແລ້ວດໍາລົງຢູ່
ພິກຂຸທັງຫຼາຍ ເທບທັງຫຼາຍ ພ້ອມທັງອິນ ພຣົມ ແລະທ້າວປະຊາບໍດີ ຍ່ອມນະມັດສະການພິກຂຸ ຜູ້ມີຈິດຫຼຸດພົ້ນແລ້ວຢ່າງນີ້ ແຕ່ທີ່ໄກ ນີ້ແລວ່າ
ຂ້າແຕ່ທ່ານຜູ້ເປັນບຸຣຸດອາຊາໄນ ຂໍຄວາມນອບນ້ອມຈົ່ງມີແກ່ທ່ານ
ຂ້າແຕ່ທ່ານຜູ້ເປັນບຸຣຸດສູງສຸດ ຂໍຄວາມນອບນ້ອມຈົ່ງມີແກ່ທ່ານ
ທີ່ພວກເຮົາບໍ່ຮູ້ວ່າ ທ່ານອາໄສອາລົມຫຍັງໜໍ ເພັ່ງຢູ່.
ຂັດຊະນີຍະສູຕທີ ໗ ຈົບ
ພຣະໄຕຣປິດົກສັງຍຸດຕະນິກາຍ ຂັນທະວະຣະວັກຄະ ເຫຼັ້ມທີ ໑໗ ຂໍ້ທີ ໗໙ (ບາລີ ໑໕໘).