ປັດໃຈ 4 ຢ່າງນີ້ ທັງນ້ອຍ ຫາໄດ້ງ່າຍ ແລະບໍ່ມີໂທດ
ທາງສາຍກາງ
ພິກຂຸທັງຫລາຍ! ປັຈຈັຍ ໔ ຢ່າງນີ້ ທັງນ້ອຍ ຫາໄດ້ງ່າຍ ແລະບໍ່ມີໂທສ (ຈັຕຕາຣີມານິ ພິກຂະເວ ອັປປານິ ຈະ ສຸລະພານິ ຈະ ຕານິ ຈະ ອະນະວັຊຊານິ), ປັຈຈັຍ ໔ ຢ່າງເປັນຢ່າງໃດ?
ພິກຂຸທັງຫລາຍ! ບັນດາຈີວອຣ ບັງສຸກຸລຈີວອຣ (ປັງສຸກູລັງ) ທັງນ້ອຍ ຫາໄດ້ງ່າຍ ແລະບໍ່ມີໂທສ.
ພິກຂຸທັງຫລາຍ! ບັນດາໂພຊະນະ ຄຳເຂົ້າທີ່ຫາໄດ້ດ້ວຍບີແຂັ່ງ (ປິນດິຍາໂລໂປ) ທັງນ້ອຍ ຫາໄດ້ງ່າຍ ແລະບໍ່ມີໂທສ.
ພິກຂຸທັງຫລາຍ! ບັນດາເສນາສະນະ ເຫງົ້າໄມ້ (ຣຸກຂະມູລັງ) ທັງນ້ອຍ ຫາໄດ້ງ່າຍ ແລະບໍ່ມີໂທສ.
ພິກຂຸທັງຫລາຍ! ບັນດາເພສັຊ ມູຕເນົ່າ(ປູຕິມຸຕຕັງ) ທັງນ້ອຍ ຫາໄດ້ງ່າຍ ແລະບໍ່ມີໂທສ. ພິກຂຸທັງຫລາຍ ປັຈຈັຍ ໔ ຢ່າງນີ້ແລ ທັງນ້ອຍ ຫາໄດ້ງ່າຍ ແລະບໍ່ມີໂທສ.
ພິກຂຸທັງຫລາຍ! ເພາະເຫຕທີ່ພິກຂຸເປັນຜູ້ສັນໂດດດ້ວຍປັຈຈັຍອັນນ້ອຍແລະຫາໄດ້ງ່າຍ ເຮົາຈຶ່ງກ່າວຂໍ້ນີ້ວ່າ ເປັນອົງຄ໌ແຫ່ງຄວາມເປັນສະມະນະຢ່າງໜຶ່ງຂອງເຂົາ.
ເມື່ອພິກຂຸສັນໂດດດ້ວຍປັຈຈັຍອັນຫາໂທສບໍ່ໄດ້ ທັງນ້ອຍ ແລະຫາໄດ້ງ່າຍ ປຣາຣົພເສນາສະນະ ຈີວອຣ ປານະ ແລະໂພຊະນະ ຈິຕຂອງເຂົາກໍບໍ່ຄັບແຄ້ນ ບໍ່ກະທົບກະເທືອນທຸກທິສ ແລະທັມເຫລົ່າໃດອັນພິກຂຸນັ້ນກ່າວແລ້ວ ອະນຸໂລມແກ່ສະມະນະທັມ ທັມເຫລົ່ານັ້ນອັນພິກຂຸຜູ້ບໍ່ປະມາທ ມີຄວາມສັນໂດດຖືເອົາໂດຍຍິ່ງ.
ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໒໖/໒໗