ຄວາມລັບຂອງທາດສີ່
ອະຣິຍະສັດ 4
ພິກຂຸ ທ. ! ຖ້າຫາກ ສະເໜ່ ໃນປະຖະວີທາຕກໍດີ ອາໂປທາຕກໍດີ ເຕໂຊທາຕກໍດີ ແລະວາໂຍທາຕກໍດີ ນີ້ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ກໍາໜັດຍິນດີຍິ່ງ ໃນປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕນີ້.ພິກຂຸ ທ. ! ແຕ່ເພາະເຫຕທີ່ສະເໜ່ໃນ ປະຖະວີທາຕກໍດີ ອາໂປທາຕກໍດີ ເຕໂຊທາຕກໍດີ ແລະວາໂຍທາຕກໍດີ ມີຢູ່ແລ ສັຕທັງຫຼາຍຈຶ່ງກໍາໜັດຍິນດີຍິ່ງ ໃນປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ.
ພິກຂຸ ທ. ! ຖ້າຫາກ ໂທດ ໃນ ປະຖະວີທາຕກໍດີ ອາໂປທາຕກໍດີ ເຕໂຊທາຕກໍດີ ແລະວາໂຍທາຕກໍດີ ນີ້ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ເບື່ອໜ່າຍ ໃນປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕນີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ໂທດໃນ ປະຖະວີທາຕກໍດີ ອາໂປທາຕກໍດີ ເຕໂຊທາຕກໍດີ ແລະວາໂຍທາຕກໍດີ ມີຢູ່ແລ ສັຕທັງຫຼາຍຈຶ່ງເບື່ອໜ່າຍ ໃນປະຖະວີທາຕ ອາໂປທາຕເຕໂຊທາຕ ແລະວາໂຍທາຕ.
ພິກຂຸ ທ. ! ຖ້າຫາກ ອຸບາຍເຄື່ອງອອກພົ້ນໄປໄດ້ ຈາກປະຖະວີທາຕກໍດີ ອາໂປທາຕກໍດີ ເຕໂຊທາຕກໍດີ ແລະວາໂຍທາຕກໍດີ ນີ້ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ອອກພົ້ນໄປໄດ້ຈາກ ປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕນີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ອຸບາຍ ເຄື່ອງອອກພົ້ນໄປໄດ້ຈາກ ປະຖະວີທາຕກໍດີ ອາໂປທາຕກໍດີ ເຕໂຊທາຕກໍດີ ແລະວາໂຍທາຕກໍດີ ມີຢູ່ແລ ສັຕທັງຫຼາຍຈຶ່ງອອກພົ້ນໄປໄດ້ຈາກ ປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ.
- ນີທານ. ສັງ. ໑໖/໒໐໕/໔໐໘.