ສັດຈໍາພວກວິນິບາດກັບການເຫັນຈະຕຸຣາຣິຢະສັດຈະ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ປຽບເໝືອນບຸຣຸສຖິ້ມບອກ (ທ່ອນໄມ້ໄຜ່) ຊຶ່ງມີຮູຢູ່ພຽງຮູດຽວ ລົງໄປໃນມະຫາສະມຸດ. ໃນມະຫາສະມຸດນັ້ນມີເຕົ່າຕາບອດໂຕໜຶ່ງ ຜ່ານໄປຮ້ອຍປີໆ ຈະໂຜ່ຜຸດຂຶ້ນມາຄັ້ງໜຶ່ງໆ. ພິກຂຸ ທ. ! ເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ :
ຈະເປັນໄປໄດ້ບໍ່ ທີ່ເຕົ່າຕາບອດໂຕນັ້ນ ຜ່ານໄປຮ້ອຍປີໆ ຈຶ່ງໂຜ່ຜຸດຂຶ້ນມາຄັ້ງໜຶ່ງໆ ຈະຍ່ອມປ່ອນຄໍສຸບເຂົ້າໄປໃນຮູ ຊຶ່ງມີຢູ່ພຽງຮູດຽວ ໃນໄມ້ນັ້ນ ?

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂໍ້ນັ້ນຈະເປັນໄປໄດ້ແດ່ ກໍຕໍ່ເມື່ອຜ່ານກາລະດົນນານ ໃນບາງເທື່ອ”.

ພິກຂຸ ທ. ! ຂໍ້ທີ່ ເຕົ່າຕາບອດ ໂຕນັ້ນ ຕໍ່ ກາລະຜ່ານໄປຮ້ອຍປີໆ ຈຶ່ງໂຜ່ຜຸດຂຶ້ນມາຈັກຄັ້ງໜຶ່ງໆ ຈະຍ່ອມປ່ອນຄໍສຸບເຂົ້າໄປໃນຮູ ຊຶ່ງມີຢູ່ພຽງຮູດຽວ ໃນໄມ້ນັ້ນ ຍັງຈະ ໄວເສຍກວ່າການທີ່ຄົນພາລ ຊຶ່ງເຂົ້າເຖິງການເກີດເປັນວິນິບາຕແລ້ວ ຈະໄດ້ຄວາມເປັນມະນຸສສ໌ຈັກຄັ້ງໜຶ່ງ. ຂໍ້ນັ້ນເພາະເຫຕອັນໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະເຫຕວ່າ ໃນໝູ່ສັຕຈໍາພວກວິນິບາຕນັ້ນ ບໍ່ມີທັມມະຈະຣິຍາ ບໍ່ມີສະມະຈະຣິຍາ ບໍ່ມີກຸສະລະກິຣິຍາ ບໍ່ມີປຸນຍະກິຣິຍາ, ມີແຕ່ການກັດຄ້ຽວກິນຊຶ່ງກັນແລະກັນ. ພິກຂຸ ທ. ! ການທີ່ ສັຕມີກໍາລັງຫຼາຍກວ່າ ກັດຄ້ຽວກິນສັຕທີ່ມີກໍາລັງໜ້ອຍກວ່າ ຍ່ອມເປັນໄປເປັນທັມມະດາ ໃນໝູ່ສັຕຈໍາພວກວິນິບາຕນັ້ນ. ຂໍ້ນັ້ນ ເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນ ເພາະຄວາມທີ່ບໍ່ເຫັນອະຣິຍະສັຈຈ໌ທັງສີ່. ອະຣິຍະສັຈຈ໌ສີ່ແນວໃດໜໍ ? ສີ່ຢ່າງຄື ອະຣິຍະສັຈຈ໌ຄືທຸກຂ໌ ອະຣິຍະສັຈຈ໌ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ອະຣິຍະສັຈຈ໌ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ອະຣິຍະສັຈຈ໌ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າ ຕ້ອງປະກອບໂຍຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້” ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໖໘/໑໗໔໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ