ການນອບນ້ອມຕໍ່ທິດທັງ 6

ຄູ່ສົມຣົດ

0:00/0:00
ສິງຄາລະກະຕອບວ່າ ໄດ້ເຮັດຕາມຄຳສັ່ງຂອງບິດາຕົນທີ່ໄດ້ສັ່ງໄວ້ກ່ອນຕາຍວ່າໃຫ້ນອບນ້ອມທິດທັງຫຼາຍ ພະຜູ້ມີພະພາກຈຶ່ງຊົງສະແດງທຳແກ່ສິງຄາລະກະ ເລື່ອງການນອບນ້ອມທິດ ໖ ຕາມວິໄນຂອງພະອະລິຍະເຈົ້າ ດັ່ງນີ້ ເມື່ອອະລິຍະສາວົກລະກຳກິເລດທັງ ໔ ບໍ່ເຮັດບາບກຳໂດຍຖານະ ໔ ແລະບໍ່ເສບທາງເສື່ອມແຫ່ງໂພຄະ ໖ ເປັນຜູ້ປາສະຈາກກຳອັນລາມົກ ໑໔ ນີ້ແລ້ວ ຍ່ອມເປັນຜູ້ປົກປິດທິດ ໖ ປະຕິບັດເພື່ອຊະນະທັງໂລກນີ້ແລະໂລກໜ້າ ເມື່ອຕາຍຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ

**ກຳກິເລດ** ໔ ຄື ປານາຕິບາດ ອະທິນນາທານ ກາເມສຸມິຈຉາຈານ ແລະມຸສາວາດ

**ການເຮັດບາບກຳໂດຍຖານະ ໔** ຄື ປຸຖຸຊົນຊຶ່ງເຖິງສັນທາຄະຕິ ໂທສາຄະຕິ ໂມຫາຄະຕິ ແລະພະຍາຄະຕິຍ່ອມເຮັດກຳອັນລາມົກ ສ່ວນອະລິຍະສາວົກຍ່ອມບໍ່ເຖິງສັນທາຄະຕິ ໂທສາຄະຕິ ໂມຫາຄະຕິ ແລະພະຍາຄະຕິ ຍ່ອມບໍ່ເຮັດກຳອັນລາມົກໂດຍຖານະ ໔

ຜູ້ໃດປະພຶດລ່ວງທຳ ເພາະຄວາມຮັກ ຄວາມຊັງ ຄວາມກັວ ຄວາມຫຼົງ ຍົດຂອງຜູ້ນັ້ນຍ່ອມເສື່ອມ ສ່ວນຜູ້ໃດບໍ່ປະພຶດລ່ວງທຳເພາະຄວາມຮັກ ຄວາມຊັງ ຄວາມກັວ ຄວາມຫຼົງ ຍົດຍ່ອມເຈີນແກ່ຜູ້ນັ້ນ

**ອ້າງອີງ**
ສິງຄາລະກະສູດ ພະໄຕປິດົກ ສະບັບຫຼວງ ຫຼັ້ມທີ່ ໑໑ ຂໍ້ [໑໗໒] ເຖິງຂໍ້ [໒໐໖]
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ