ປະພຶດພຣົມມະຈັນນີ້ເພື່ອຮອບຮູ້ທຸກ
ອະຣິຍະສັດ 4
ພິກຂຸ ທ. ! ຖ້າພວກປະຣິພາຊົກ ຜູ້ຖືລັດທິສາສນາອື່ນ ອາດຈະຖາມພວກເຈົ້າ ເຊັ່ນນີ້ວ່າ “ຜູ້ມີອາຍຸ ! ທ່ານປະພຶດພຣົມມະຈັນຣຍ໌ ໃນພຣະສະມະນະໂຄດົມ ເພື່ອປະໂຍຊນ໌ອັນໃດໜໍ ?” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າ ຖືກຖາມດັ່ງນີ້ແລ້ວ ຈະຕ້ອງຕອບແກ່ພວກປະຣິພາຊົກ ເຫຼົ່ານັ້ນວ່າ “ຜູ້ມີອາຍຸ ! ເຮົາປະພຶດພຣົມມະຈັນຣຍ໌ ໃນພຣະຜູ້ມີພຣະພາຄ ເພື່ອຮອບຮູ້ຊຶ່ງທຸກຂ໌” ດັ່ງນີ້.
ພິກຂຸ ທ. ! ຖ້າພວກປະຣິພາຊົກເຫຼົ່ານັ້ນ ຈະຍ່ອມຖາມຕໍ່ໄປວ່າ “ຜູ້ມີອາຍຸ ! ກໍທຸກຂ໌ ຊຶ່ງທ່ານຢູ່ປະພຶດພຣົມມະຈັນຣຍ໌ ໃນພຣະສະມະນະໂຄດົມເພື່ອຈະຮອບຮູ້ນັ້ນ ເປັນແນວໃດໜໍ ?” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າ ຖືກຖາມເຊັ່ນນີ້ອີກແລ້ວ ຈະຕ້ອງຕອບແກ່ພວກປະຣິພາຊົກເຫຼົ່ານັ້ນ ຕໍ່ໄປວ່າ “ຜູ້ມີອາຍຸ ! ຕາ ເປັນທຸກຂ໌. ເຮົາຢູ່ປະພຶດພຣົມມະຈັນຣຍ໌ ໃນພຣະຜູ້ມີພຣະພາຄ ກໍເພື່ອຮອບຮູ້ຕາ ຊຶ່ງເປັນທຸກຂ໌ນັ້ນ. ຮູບ ເປັນທຸກຂ໌. ເຮົາຢູ່ປະພຶດພຣົມມະຈັນຣຍ໌ ໃນພຣະຜູ້ມີພຣະພາຄ ກໍເພື່ອຮອບຮູ້ຮູບ ຊຶ່ງເປັນທຸກຂ໌ນັ້ນ. ຄວາມຮູ້ແຈ້ງທາງຕາ ເປັນທຸກຂ໌. ເຮົາຢູ່ປະພຶດພຣົມມະຈັນຣຍ໌ ໃນພຣະຜູ້ມີພຣະພາຄ ກໍເພື່ອຮອບຮູ້ຄວາມຮູ້ແຈ້ງທາງຕາ ຊຶ່ງເປັນທຸກຂ໌ນັ້ນ. ສັມຜັສທາງຕາ ເປັນທຸກຂ໌ ເຮົາຢູ່ປະພຶດພຣົມມະຈັນຣຍ໌ ໃນພຣະຜູ້ມີພຣະພາຄ ກໍເພື່ອຮອບຮູ້ສັມຜັສທາງຕາ ຊຶ່ງເປັນທຸກຂ໌ນັ້ນ, ເວທະນາທີ່ເກີດຂຶ້ນເພາະສັມຜັສທາງຕາເປັນປັຈຈັຍ ເປັນສຸຂກໍຕາມ ທຸກຂ໌ກໍຕາມ ບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ກໍຕາມ ກໍເປັນທຸກຂ໌. ເຮົາຢູ່ປະພຶດພຣົມມະຈັນຣຍ໌ໃນພຣະຜູ້ມີພຣະພາຄ ກໍເພື່ອຮອບຮູ້ເວທະນາເຊັ່ນນັ້ນ ຊຶ່ງເປັນທຸກຂ໌ນັ້ນ. (ໃນກໍລະນທີ່ກ່ຽວກັບອາຍະຕະນະພາຍໃນ ພາຍນອກ ວິນຍານ ສັມຜັສແລະເວທະນາອີກ ໕ ໝວດນັ້ນ ກໍຕຣັດດັ່ງດຽວກັບໝວດທໍາອິດນີ້). ຜູ້ມີອາຍຸ ! ເຮົາຢູ່ປະພຶດພຣົມມະຈັນຣຍ໌ ໃນພຣະຜູ້ມີພຣະພາຄນີ້ ກໍເພື່ອຮອບຮູ້ຊຶ່ງທຸກຂ໌” ດັ່ງນີ້.
ພິກຂຸ ທ. ! ຖ້າພວກເຈົ້າຖືກຖາມເຊັ່ນນີ້ແລ້ວ ຈະຕ້ອງຕອບແກ່ພວກປະຣິພາຊົກ ຜູ້ຖືລັດທິສາສນາອື່ນເຫຼົ່ານັ້ນ ດ້ວຍອາການດັ່ງນີ້ ແລ.
- ສະລາ. ສັງ. ໑໘/໑໗໒/໒໓໘.