ສັກກາຍະທິດຖິມີໄດ້ດ້ວຍອາການແນວໃດ
ອະກຸສົນ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສັກກາຢະທິຕຖິ ຍ່ອມມີໄດ້ດ້ວຍອາການ ແນວໃດໜໍແລ ?”
ພິກຂຸ ! ໃນກໍລະນີນີ້ ປຸຖຸຊົນຜູ້ບໍ່ມີການສະດັບ ບໍ່ໄດ້ເຫັນພຣະອະຣິຍະເຈົ້າບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ໄດ້ຮັບການແນະນໍາໃນທັມຂອງພຣະອະຣິຍະເຈົ້າ ບໍ່ໄດ້ເຫັນສັຕບຸຣຸສ ບໍ່ສະຫຼາດໃນທັມຂອງສັຕບຸຣຸສ ບໍ່ໄດ້ຮັບການແນະນໍາໃນທັມຂອງສັຕບຸຣຸສ ເຂົາຍ່ອມຕາມເຫັນຮູບ ໂດຍຄວາມເປັນຕົນແດ່ ຕາມເຫັນຕົນວ່າມີຮູບແດ່ ຕາມເຫັນຮູບວ່າມີຢູ່ໃນຕົນແດ່ ຫຼືຕາມເຫັນຕົນວ່າມີຢູ່ໃນຮູບແດ່; ຍ່ອມຕາມເຫັນເວທະນາ ໂດຍຄວາມເປັນຕົນແດ່ ຕາມເຫັນຕົນວ່າມີເວທະນາແດ່ ຕາມເຫັນເວທະນາວ່າມີຢູ່ໃນຕົນແດ່ ຫຼືຕາມເຫັນຕົນວ່າມີຢູ່ໃນເວທະນາແດ່; ຍ່ອມຕາມເຫັນສັນຍາ ໂດຍຄວາມເປັນຕົນແດ່ ຕາມເຫັນຕົນວ່າມີສັນຍາແດ່ ຕາມເຫັນສັນຍາວ່າມີຢູ່ໃນຕົນແດ່ ຫຼືຕາມເຫັນຕົນວ່າມີຢູ່ໃນສັນຍາແດ່; ຍ່ອມຕາມເຫັນສັງຂາຣ ໂດຍຄວາມເປັນຕົນແດ່ ຕາມເຫັນຕົນວ່າມີສັງຂາຣແດ່ ຕາມເຫັນສັງຂາຣວ່າມີຢູ່ໃນຕົນແດ່ ຫຼືຕາມເຫັນຕົນວ່າມີຢູ່ໃນສັງຂາຣແດ່; ຍ່ອມຕາມເຫັນວິນຍານ ໂດຍຄວາມເປັນຕົນແດ່ ຕາມເຫັນຕົນວ່າມີວິນຍານແດ່ ຕາມເຫັນວິນຍານວ່າມີຢູ່ໃນຕົນແດ່ ຫຼືຕາມເຫັນຕົນວ່າມີຢູ່ໃນວິນຍານແດ່. ພິກຂຸ ! ສັກກາຢະທິຕຖິ ຍ່ອມມີໄດ້ດ້ວຍອາການ ດັ່ງນີ້ ແລ.
(ຕໍ່ໄປນີ້ ໄດ້ຕຣັດອາການ ທີ່ສັກກາຢະທິຕຖິບໍ່ມີ, ໂດຍນັຍກົງກັນຂ້າມ).
- ຂັນທະ. ສັງ. ໑໗/໑໒໔/໑໘໘-໑໘໙.