ສາມັນຍະຜົນໃນພຸດທະສາສະໜາ ທຽບກັນບໍ່ໄດ້ ກັບໃນລັດທິອື່ນ

ອານິສົງ

0:00/0:00
ພິກຂຸທັງຫຼາຍ ! ປຽບເໝືອນບຸຣຸສຍ່ອມໂຍນຫິນແຮ່ມີປະມານເທົ່າເມັດຖົ່ວຂຽວເຈັດເມັດ ເຂົ້າໄປທີ່ພູເຂົາຫຼວງ ຊື່ສິເນຣຸ. ພິກຂຸທັງຫຼາຍ ! ພວກເຈົ້າທັງຫຼາຍຈະສຳຄັນຄວາມຂໍ້ນີ້ ວ່າຈັ່ງໃດ: ຫິນແຮ່ມີປະມານເທົ່າເມັດຖົ່ວຂຽວເຈັດເມັດ ທີ່ບຸຣຸສໂຍນເຂົ້າໄປ (ທີ່ພູເຂົາຫຼວງຊື່ສິເນຣຸ) ເປັນສິ່ງທີ່ຫຼາຍກວ່າ ຫຼືວ່າພູເຂົາຫຼວງຊື່ສິເນຣຸ ເປັນສິ່ງທີ່ຫຼາຍກວ່າ ?
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພູເຂົາຫຼວງຊື່ສິເນຣຸນັ້ນແຫຼະ ເປັນສິ່ງທີ່ຫຼາຍກວ່າ. ຫິນແຮ່ມີປະມານເທົ່າເມັດຖົ່ວຂຽວເຈັດເມັດ ທີ່ບຸຣຸສໂຍນເຂົ້າໄປ (ທີ່ພູເຂົາຫຼວງຊື່ສິເນຣຸ) ມີປະມານໜ້ອຍ. ຫິນແຮ່ນີ້ ເມື່ອນຳເຂົ້າໄປ ທຽບກັບພູເຂົາຫຼວງຊື່ສິເນຣຸ ຍ່ອມບໍ່ເຂົ້າເຖິງສ່ວນໜຶ່ງໃນຮ້ອຍ ສ່ວນໜຶ່ງໃນພັນ ສ່ວນໜຶ່ງໃນແສນ”.
ພິກຂຸທັງຫຼາຍ ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ:
ການບັນລຸຄຸນວິເສດ ແຫ່ງສະມະນະພຣາມແລະປະຣິບພາຊົກຜູ້ເປັນເດຍຣະຖີເຫຼົ່າອື່ນ ເມື່ອນຳເຂົ້າໄປທຽບກັບການບັນລຸຄຸນວິເສດ ຂອງອະຣິຍະສາວົກ ຊຶ່ງເປັນບຸກຄົນຜູ້ເຖິງພ້ອມດ້ວຍ (ສັມມາ) ທິຕຖິ ຍ່ອມບໍ່ເຂົ້າເຖິງ ສ່ວນໜຶ່ງໃນຮ້ອຍ ສ່ວນໜຶ່ງໃນພັນ ສ່ວນໜຶ່ງໃນແສນ.
ພິກຂຸທັງຫຼາຍ ! ບຸກຄົນຜູ້ເຖິງພ້ອມດ້ວຍ (ສັມມາ) ທິຕຖິເປັນຜູ້ມີການບັນລຸອັນໃຫຍ່ຫຼວງຢ່າງນີ້ ເປັນຜູ້ມີຄວາມຮູ້ຍິ່ງອັນໃຫຍ່ຫຼວງຢ່າງນີ້, ດັ່ງນີ້ ແລ.

- ບາລີ ນິທານ. ສັງ. ໑໖/໑໖໘-໑໖໙/໓໓໑-໓໓໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ