ອະຣິຍະສັດສີ່ໂດຍສັງເຂບ (ໄນຍະທົ່ວໄປ)
ອະຣິຍະສັດ 4
ພິກຂຸ ທ. ! ນີ້ແລຄື ຄວາມຈິງອັນປະເສີດ ເລື່ອງຄວາມທຸກຂ໌ ຄື ຄວາມເກີດກໍເປັນທຸກຂ໌, ຄວາມແກ່ກໍເປັນທຸກຂ໌ ຄວາມເຈັບໄຂ້ກໍເປັນທຸກຂ໌ ຄວາມຕາຍກໍເປັນທຸກຂ໌, ຄວາມປະຈວບພໍ້ກັບສິ່ງທີ່ບໍ່ຮັກເປັນທຸກຂ໌ ຄວາມພັດພາກຈາກສິ່ງທີ່ຮັກເປັນທຸກຂ໌ ຄວາມປາຖະໜາສິ່ງໃດແລ້ວ ບໍ່ໄດ້ສິ່ງນັ້ນເປັນທຸກຂ໌, ກ່າວໂດຍຫຍໍ້ຂັນທ໌ຫ້າ ທີ່ປະກອບດ້ວຍອຸປາທານເປັນທຸກຂ໌.
ພິກຂຸ ທ. ! ນີ້ແລຄື ຄວາມຈິງອັນປະເສີດ ເລື່ອງແດນເກີດຂອງຄວາມທຸກຂ໌ ຄືຕັນຫາ ອັນເປັນເຄື່ອງເຮັດໃຫ້ມີການເກີດອີກ ອັນປະກອບຢູ່ດ້ວຍຄວາມກໍາໜັດ ດ້ວຍອໍານາດຄວາມເພີນ ອັນເປັນເຄື່ອງໃຫ້ເພີດເພີນຢ່າງຍິ່ງ ໃນອາຣົມນັ້ນໆ, ໄດ້ແກ່ຕັນຫາໃນກາມ ຕັນຫາໃນຄວາມມີຄວາມເປັນ ຕັນຫາໃນຄວາມບໍ່ມີບໍ່ເປັນ.
ພິກຂຸ ທ. ! ນີ້ແລຄື ຄວາມຈິງອັນປະເສີດ ເລື່ອງຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌ ຄືຄວາມດັບສະນິດ ເພາະຈາງໄປໂດຍບໍ່ມີເຫຼືອ ຂອງຕັນຫານັ້ນນັ້ນເອງ ຄືຄວາມສະລະຖິ້ມ ຄວາມສະລັດຄືນ ຄວາມປ່ອຍ ຄວາມເຮັດບໍ່ໃຫ້ມີທີ່ອາໄສຊຶ່ງຕັນຫານັ້ນ.
ພິກຂຸ ທ. ! ນີ້ແລຄື ຄວາມຈິງອັນປະເສີດ ເລື່ອງຂໍ້ປະຕິບັຕອັນເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌ ຄື ຂໍ້ປະຕິບັຕອັນເປັນຫົນທາງອັນປະເສີດ ອັນປະກອບດ້ວຍອົງຄ໌ແປດປະການນີ້ ໄດ້ແກ່ຄວາມເຫັນທີ່ຖືກຕ້ອງ ຄວາມດໍາຣິທີ່ຖືກຕ້ອງ ການເວົ້າຈາທີ່ຖືກຕ້ອງ ການທໍາການງານທີ່ຖືກຕ້ອງ ການລ້ຽງຊີບທີ່ຖືກຕ້ອງ ຄວາມພາກພຽນທີ່ຖືກຕ້ອງ ຄວາມລະນຶກທີ່ຖືກຕ້ອງ ຄວາມຕັ້ງໃຈໝັ້ນທີ່ຖືກຕ້ອງ.
- ມະຫາ. ວິ. ໔/໑໘/໑໔.