ເຫດທີ່ເຮັດໃຫ້ສັດຈະເຫຼົ່ານີ້ໄດ້ນາມວ່າ “ອະຣິຍະ”

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ຄວາມຈິງອັນປະເສີດເຫຼົ່ານີ້ ມີຢູ່ ໔ ຢ່າງ. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມຈິງອັນປະເສີດເລື່ອງທຸກຂ໌ ຄວາມຈິງອັນປະເສີດ ເລື່ອງເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ຄວາມຈິງອັນປະເສີດເລື່ອງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຄວາມຈິງອັນປະເສີດເລື່ອງທາງດໍາເນີນ ໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ. ! ຄວາມຈິງອັນປະເສີດ ໔ ຢ່າງເຫຼົ່ານີ້ແລ ເປັນຕະຖາ ຄືມີຄວາມເປັນເຊັ່ນນັ້ນ, ເປັນ ອະວິຕະຖາ ຄືບໍ່ຜິດໄປຈາກຄວາມເປັນເຊັ່ນນັ້ນ, ເປັນອະນັນຍະຖາ ຄືບໍ່ເປັນໄປໂດຍປະການອື່ນຈາກຄວາມເປັນເຊັ່ນນັ້ນ ; ເພາະເຫຕນັ້ນ ເຮົາ ຈຶ່ງກ່າວສັຈຈະເຫຼົ່ານັ້ນ ວ່າເປັນ “ອະຣິຍະ (ອັນປະເສີດ)” ດັ່ງນີ້.

ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າ ຕ້ອງປະກອບໂຍຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້”, ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໔໕/໑໗໐໗.

(ອີກນັຍໜຶ່ງ)

ພິກຂຸ ທ. ! ຄວາມຈິງອັນປະເສີດ ໔ ຢ່າງເຫຼົ່ານີ້ ມີຢູ່. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມຈິງອັນປະເສີດເລື່ອງທຸກຂ໌ ຄວາມຈິງອັນປະເສີດເລື່ອງເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ຄວາມຈິງອັນປະເສີດເລື່ອງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຄວາມຈິງອັນປະເສີດເລື່ອງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ຜູ້ກ່າວສັຈຈະເຫຼົ່ານັ້ນ ຄືຕະຖາຄົຕຜູ້ເປັນອະຣິຍະ ໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມ ພ້ອມທັງເທວະດາ ແລະມະນຸສສ໌ ; ເພາະເຫຕນັ້ນ ເຮົາ ຈຶ່ງກ່າວສັຈຈະເຫຼົ່ານັ້ນວ່າເປັນ “ອະຣິຍະ” ດັ່ງນີ້.

ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າ ຕ້ອງປະກອບໂຍຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້”, ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໔໕/໑໗໐໘.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ