ກາມປຽບດ້ວຍຂອງໃນຄວາມຝັນ

ສັງໂຍດ

0:00/0:00
ຄະຫະດໍດີ ! ປຽບເໝືອນບຸຣຸສຜູ້ໜຶ່ງ ຝັນເຫັນສວນ ອັນຮົ່ມເຢັນໃຈແດ່ ປ່າໄມ້ ອັນຮົ່ມເຢັນໃຈແດ່ ພູມພາກ ອັນຮົ່ມເຢັນໃຈແດ່ ຫຼືສະໂບກຂະລະນີ ອັນໜ້າພິຣົມໃຈແດ່, ຄັນບຸຣຸສນັ້ນ ຕື່ນຂຶ້ນມາ ກໍບໍ່ໄດ້ພົບເຫັນອັນໃດເລີຍ.

ຄະຫະດໍດີ ! ດ້ວຍເຫຕນີ້ແຫຼະ ສາວົກຂອງພຣະອະຣິຍະເຈົ້າ ຍ່ອມພິຈາຣະນາເຫັນ ໂດຍແຈ່ມແຈ້ງດັ່ງນີ້ວ່າ “ກາມທັງຫຼາຍ ອັນພຣະຜູ້ມີພຣະພາຄເຈົ້າ ຕຣັດແລ້ວ ວ່າມີອຸປະມາດ້ວຍຂອງໃນຄວາມຝັນ ເປັນສິ່ງທີ່ໃຫ້ເກີດແຫ່ງທຸກຂ໌ຫຼາຍ ເຮັດໃຫ້ຄັບແຄ້ນໃຈຫຼາຍ ແລະມີໂທດຢ່າງຍິ່ງ” ດັ່ງນີ້. ຄັນເຫັນກາມນັ້ນ ດ້ວຍປັນຍາອັນຖືກຕ້ອງ ຕາມທີ່ເປັນຈິງເຊັ່ນນີ້ແລ້ວ ກໍເວັ້ນເສຍໂດຍເດັດຂາດ ຊຶ່ງຄວາມເພັ່ງມີປະການຕ່າງໆ ອັນອາໄສອາຣົມຕ່າງໆ (ກາມະຄຸນທັງຫ້າ) ແລ້ວຈະເຣີນ ຊຶ່ງຄວາມເພັ່ງອັນດຽວ ອັນອາໄສອາຣົມອັນດຽວ (ເຊັ່ນອຸເປກຂາ ທີ່ເປັນອົງຄ໌ຂອງຈະຕຸຕຖະຊານ) ອັນເປັນສິ່ງທີ່ດັບສະນິດ ບໍ່ມີສ່ວນເຫຼືອຂອງອຸປາທານ ອັນມີຢູ່ໃນເຫຍື່ອໂລກ ໂດຍປະການທັງປວງ ແລ.

- ມ. ມ. ໑໓/໔໓/໕໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ