ກາຣຂ້າສັຕເຈາະຈົງພຣະຕະຖາຄົຕ ຫລືສາວົກຂອງພຣະຕະຖາຄົຕ ຜູ້ນັ້ນຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກ
ພຣົມວິຫານ 4
ສມັຍໜຶ່ງພຣະຜູ້ມີພຣະພາຄປະທັບຢູ່ທີ່ອັມພະວັນຂອງໝໍຊີວົກໂກມາຣະພັຈ ເຂດພຣະນະຄອຣຣາຊະຄຶ ຄັ້ງນັ້ນແລ ໝໍຊີວົກໂກມາຣະພັຈເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົົງຄ໌ຜູ້ຈະເຣີນ! ຂ້ານ້ອຍໄດ້ຟັງຄຳນີ້ມາວ່າ ຊົນທັງຫລາຍຍ່ອມຂ້າສັຕເຈາະຈົງພຣະສະມະນະໂຄດົມ ພຣະສະມະນະໂຄດົມຊົງຊາບຂໍ້ນັ້ນຢູ່ ຍັງສເວີຍເນື້ອທີ່ເຂົາທຳສະເພາະຕົນ ອາສັຍຕົນທຳ ດັ່ງນີ້,
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຊົນເຫລົ່າໃດກ່າວຢ່າງນີ້ວ່າ ຊົນທັງຫລາຍຍ່ອມຂ້າສັຕເຈາະຈົງພຣະສະມະນະໂຄດົມ ພຣະສະມະນະໂຄດົມຊົງຊາບຂໍ້ນັ້ນຢູ່ ຍັງສເວີຍເນື້ອທີ່ເຂົາທຳສະເພາະຕົນ ອາສັຍຕົນທຳດັ່ງນີ້ ຊົນເຫລົ່ານັ້ນຊື່ວ່າ ກ່າວຕົງກັບທີ່ພຣະຜູ້ມີພຣະພາຄຕຣັສ ບໍ່ຊື່ວ່າກ່າວຕູ່ພຣະຜູ້ມີພຣະພາຄດ້ວຍຄຳອັນບໍ່ເປັນຈິງ ຊື່ວ່າຢືນຢັນທັມອັນສົມຄວນແກ່ທັມ ກາຣກ່າວແລະກ່າວຕາມຄຳກ່າວເຊັ່ນນັ້ນ ຈະບໍ່ເຖິງຂໍ້ຕິຕຽນຫລືໜໍ?
ຊີວົກ! ຊົນເຫລົ່າໃດກ່າວຢ່າງນີ້ວ່າ ຊົນທັງຫລາຍຍ່ອມຂ້າສັຕເຈາະຈົງພຣະສະມະນະໂຄດົມ ພຣະສະມະນະໂຄດົມຊົງຊາບຂໍ້ນັ້ນຢູ່ ຍັງສເວີຍເນື້ອທີ່ເຂົາທຳສະເພາະຕົນ ອາສັຍຕົນທຳ ດັ່ງນີ້ ຊົນເຫລົ່ານັ້ນບໍ່ຊື່ວ່າກ່າວຕົງຕາມຄຳທີ່ເຮົາກ່າວ ຊື່ວ່າກ່າວຕູ່ເຮົາດ້ວຍຄຳອັນບໍ່ເປັນຈິງ.
ຊີວົກ! ເຮົາກ່າວເນື້ອວ່າເປັນຂອງບໍ່ຄວນບໍຣິໂພຄດ້ວຍເຫຕ ໓ ປະກາຣ ຄື ເນື້ອທີ່ຕົນເຫັນ, ເນື້ອທີ່ຕົນໄດ້ຍິນ, ເນື້ອທີ່ຕົນສົງສັຍ(ໂຂ ອະຫັງ ຊີວະກະ ຖາເນຫິ ມັງສັງ ອັປປະຣິ-ໂພຄັນຕິ ວະທາມິ ທິຕຖັງ ສຸຕັງ ປະຣິສັງກິຕັງ). ຊີວົກ ເຮົາກ່າວເນື້ອວ່າເປັນຂອງບໍ່ຄວນບໍຣິໂພຄດ້ວຍເຫຕ ໓ ປະກາຣນີ້ແລ.
ຊີວົກ! ເຮົາກ່າວເນື້ອວ່າເປັນຂອງຄວນບໍຣິໂພຄດ້ວຍເຫຕ ໓ ປະກາຣ ຄື ເນື້ອທີ່ຕົນບໍ່ໄດ້ເຫັນ, ເນື້ອທີ່ຕົນບໍ່ໄດ້ຍິນ, ເນື້ອທີ່ຕົນບໍ່ໄດ້ສົງສັຍ(ໂຂ ອະຫັງ ຊີວະກະ ຖາເນຫິ ມັງສັງ ປະຣິໂພຄັນຕິ ວະທາມິ ອະທິຕຖັງ ອະສຸຕັງ ອະປະຣິສັງກິຕັງ). ຊີວົກ ເຮົາກ່າວເນື້ອວ່າເປັນຂອງຄວນບໍຣິໂພຄດ້ວຍເຫຕ ໓ ປະກາຣນີ້ແລ.
ຊີວົກ! ພິກຂຸໃນທັມວິນັຍນີ້ ອາສັຍບ້ານຫລືນິຄົມແຫ່ງໃດແຫ່ງໜຶ່ງຢູ່ ເຂົາມີໃຈປະກອບດ້ວຍເມຕຕາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍ ເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ຄະຫະບໍດີຫລືບຸຕຂອງຄະຫະບໍດີເຂົ້າໄປຫາເຂົາແລ້ວ ນິມົນສັນອາຫາຣໃນຕອນເຊົ້າມື້ອື່ນ.
ຊີວົກ! ເມື່ອພິກຂຸຫວັງຢູ່ ກໍຮັບນິມົນ ພໍຜ່ານຣາຕຣີນັ້ນໄປ ເວລາເຊົ້າພິກຂຸນັ້ນນຸ່ງຫົ່ມແລ້ວຖືບາຕແລະຈີວອຣເຂົ້າໄປຍັງນິເວສນ໌ຂອງຄະຫະບໍດີຫລືບຸຕຂອງຄະຫະບໍດີ ແລ້ວນັ່ງລົງໃນອາສະນະທີ່ເຂົາປູໄວ້ ຄະຫະບໍດີຫລືບຸຕຂອງຄະຫະບໍດີນັັ້ນ ຖວາຍອາຫາຣເຂົາດ້ວຍບິນທະບາຕອັນປະນີຕ ຄວາມຄິດວ່າ ດີໜໍ ຄະຫະບໍດີຫລືບຸຕຂອງຄະຫະບໍດີຜູ້ນີ້ ຖວາຍອາຫາຣເຮົາດ້ວຍບິນທະບາຕອັນປະນີຕ ດັ່ງນີ້ ຍ່ອມບໍ່ມີແກ່ເຂົາ ແມ່ນແຕ່ຄວາມຄິດວ່າ ໂອໜໍ ຄະຫະບໍດີຫລືບຸຕຂອງຄະຫະບໍດີຜູ້ນີ້ ຄວນຖວາຍອາຫາຣເຮົາດ້ວຍບິນທະບາຕອັນປະນີຕເຊັ່ນນີ້ໃນຄັ້ງຕໍ່ໄປ ດັ່ງນີ້ ກໍບໍ່ມີແກ່ເຂົາ ເຂົາບໍ່ກຳນັດ ບໍ່ມົວເມົາ ບໍ່ຟ້າວກືນບິນທະບາຕນັ້ນ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ບໍຣິໂພຄຢູ່.
ຊີວົກ! ທ່ານຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ? ສມັຍນັ້ນ ພິກຂຸນັ້ນ ຍ່ອມຄິດເພື່ອບຽດບຽນຕົນ ຄິດເພື່ອບຽດບຽນຜູ້ອຶື່ນ ຫລືຄິດເພື່ອບຽດບຽນທັງສອງຝ່າຍຫລືໜໍ?
ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ຊີວົກ! ສມັຍນັ້ນ ພິກຂຸນັ້ນຊື່ວ່າ ສັນອາຫາຣອັນບໍ່ມີໂທສບໍ່ແມ່ນຫລື?
ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍໄດ້ຟັງມາວ່າ ພຣົມມີປົກກະຕິຢູ່ດ້ວຍເມຕຕາ ຄຳນັ້ນເປັນຄຳທີ່ຂ້ານ້ອຍໄດ້ຟັງມາ ຄຳນີິ້ພຣະຜູ້ມີພຣະພາຄເປັນອົງຄ໌ພະຍານປາກົຕແລ້ວ ດ້ວຍວ່າ ພຣະຜູ້ມີພຣະພາຄຊົງມີປົກກະຕິຢູ່ດ້ວຍເມຕຕາ.
ຊີວົກ! ບຸຄຄົລຍ່ອມມີຄວາມພະຍາບາທ ເພາະຣາຄະ ໂທສະ ໂມຫະໃດ, ຣາຄະ ໂທສະ ໂມຫະນັ້ນ ຕະຖາຄົຕລະໄດ້ແລ້ວ ມີມູລອັນຂາດແລ້ວ ເປັນເໝືອນຕານຍອດດ້ວນ ເຖິງຄວາມບໍ່ມີ ມີອັນບໍ່ເກີດອີກຕໍ່ໄປເປັນທັມມະດາ.
ຊີວົກ! ຖ້າທ່ານກ່າວໂດຍໝາຍເອົາກາຣລະຣາຄະ ໂທສະ ໂມຫະເປັນຕົ້ນນີ້ ເຮົາອະນຸຍາດກາຣກ່າວເຊັ່ນນັ້ນແກ່ທ່ານ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍກ່າວໂດຍໝາຍເອົາກາຣລະຣາຄະ ໂທສະ ໂມຫະ ເປັນຕົ້ນນີ້.
ຊີວົກ! ພິກຂຸໃນທັມວິນັຍນີ້ ອາສັຍບ້ານຫລືນິຄົມແຫ່ງໃດແຫ່ງໜຶ່ງຢູ່ ເຂົາມີໃຈປະກອບດ້ວຍກະຣຸນາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍ ເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍກະຣຸນາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ຄະຫະບໍດີຫລືບຸຕຂອງຄະຫະບໍດີເຂົ້າໄປຫາເຂົາແລ້ວ ນິມົນສັນອາຫາຣໃນຕອນເຊົ້າມື້ອື່ນ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍໄດ້ຟັງມາວ່າ ພຣົມມີປົກກະຕິຢູ່ດ້ວຍກະຣຸນາ ຄຳນັ້ນເປັນຄຳທີ່ຂ້ານ້ອຍໄດ້ຟັງມາ ຄຳນີິ້ພຣະຜູ້ມີພຣະພາຄເປັນອົງຄ໌ພະຍານປາກົຕແລ້ວ ດ້ວຍວ່າ ພຣະຜູ້ມີພຣະພາຄຊົງມີປົກກະຕິຢູ່ດ້ວຍກະຣຸນາ.

ຊີວົກ! ພິກຂຸໃນທັມວິນັຍນີ້ ອາສັຍບ້ານຫລືນິຄົມແຫ່ງໃດແຫ່ງໜຶ່ງຢູ່ ເຂົາມີໃຈປະກອບດ້ວຍມຸທິຕາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍ ເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍມຸທິຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ຄະຫະບໍດີຫລືບຸຕຂອງຄະຫະບໍດີເຂົ້າໄປຫາເຂົາແລ້ວ ນິມົນສັນອາຫາຣໃນຕອນເຊົ້າມື້ອື່ນ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍໄດ້ຟັງມາວ່າ ພຣົມມີປົກກະຕິຢູ່ດ້ວຍມຸທິຕາ ຄຳນັ້ນເປັນຄຳທີ່ຂ້ານ້ອຍໄດ້ຟັງມາ ຄຳນີິ້ພຣະຜູ້ມີພຣະພາຄເປັນອົງຄ໌ພະຍານປາກົຕແລ້ວ ດ້ວຍວ່າ ພຣະຜູ້ມີພຣະພາຄຊົງມີປົກກະຕິຢູ່ດ້ວຍມຸທິຕາ.

ຊີວົກ! ພິກຂຸໃນທັມວິນັຍນີ້ ອາສັຍບ້ານຫລືນິຄົມແຫ່ງໃດແຫ່ງໜຶ່ງຢູ່ ເຂົາມີໃຈປະກອບດ້ວຍອຸເປກຂາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍ ເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈອັນປະກອບດ້ວຍອຸເປກຂາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ຄະຫະບໍດີຫລືບຸຕຂອງຄະຫະບໍດີ ເຂົ້າໄປຫາເຂົາແລ້ວ ນິມົນສັນອາຫາຣໃນຕອນເຊົ້າມື້ອື່ນ.
ຊີວົກ! ເມື່ອພິກຂຸຫວັງຢູ່ ກໍຮັບນິມົນ ພໍຜ່ານຣາຕຣີນັ້ນໄປ ເວລາເຊົ້າພິກຂຸນັ້ນນຸ່ງຫົ່ມແລ້ວຖືບາຕແລະຈີວອຣເຂົ້າໄປຍັງນິເວສນ໌ຂອງຄະຫະບໍດີຫລືບຸຕຂອງຄະຫະບໍດີ ແລ້ວນັ່ງລົງໃນອາສະນະທີ່ເຂົາປູໄວ້ ຄະຫະບໍດີຫລືບຸຕຂອງຄະຫະບໍດີນັັ້ນ ຖວາຍອາຫາຣເຂົາດ້ວຍບິນທະບາຕອັນປະນີຕ ຄວາມຄິດວ່າ ດີໜໍ ຄະຫະບໍດີຫລືບຸຕຂອງຄະຫະບໍດີຜູ້ນີ້ ຖວາຍອາຫາຣເຮົາດ້ວຍບິນທະບາຕອັນປະນີຕ ດັ່ງນີ້ ຍ່ອມບໍ່ມີແກ່ເຂົາ ແມ່ນແຕ່ຄວາມຄິດທີ່ວ່າ ໂອໜໍ ຄະຫະບໍດີຫລືບຸຕຂອງຄະຫະບໍດີຜູ້ນີ້ ຄວນຖວາຍອາຫາຣເຮົາດ້ວຍບິນທະບາຕອັນປະນີຕເຊັ່ນນີ້ໃນຄັ້ງຕໍ່ໄປ ດັ່ງນີ້ ກໍບໍ່ມີແກ່ເຂົາ ເຂົາບໍ່ກຳນັດ ບໍ່ມົວເມົາ ບໍ່ຟ້າວກືນບິນທະບາຕນັ້ນ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ບໍຣິໂພຄຢູ່.
ຊີວົກ! ທ່ານຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ສມັຍນັ້ນ ພິກຂຸນັ້ນຍ່ອມຄິດເພື່ອບຽດບຽນຕົນ ຄິດເພື່ອບຽດບຽນຜູ້ອຶື່ນ ຫລືຄິດເພື່ອບຽດບຽນທັງສອງຝ່າຍຫລືໜໍ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍໄດ້ຟັງມາວ່າ ພຣົມມີປົກກະຕິຢູ່ດ້ວຍອຸເປກຂາ ຄຳນັ້ນເປັນຄຳທີ່ຂ້ານ້ອຍໄດ້ຟັງມາ ຄຳນີິ້ພຣະຜູ້ມີພຣະພາຄເປັນອົງຄ໌ພະຍານປາກົຕແລ້ວ ດ້ວຍວ່າພຣະຜູ້ມີພຣະພາຄຊົງມີປົກກະຕິຢູ່ດ້ວຍອຸເປກຂາ.
ຊີວົກ! ບຸຄຄົລຍ່ອມມີຄວາມພະຍາບາທ ເພາະຣາຄະ ໂທສະ ໂມຫະໃດ, ຣາຄະ ໂທສະ ໂມຫະນັ້ນ ຕະຖາຄົຕລະໄດ້ແລ້ວ ເປັນເໝືອນຕານຍອດດ້ວນ ມີມູລອັນຂາດແລ້ວ ເຖິງຄວາມບໍ່ມີ ມີອັນບໍ່ເກີດອີກຕໍ່ໄປເປັນທັມມະດາ.
ຊີວົກ! ຖ້າທ່ານກ່າວໂດຍໝາຍເອົາກາຣລະຣາຄະ ໂທສະ ໂມຫະ ເປັນຕົ້ນນີ້ ເຮົາອະນຸຍາດກາຣກ່າວເຊັ່ນນັ້ນແກ່ທ່ານ.

ຊີວົກ! ຜູ້ໃດຂ້າສັຕເຈາະຈົງຕະຖາຄົຕ ຫລືສາວົກຂອງຕະຖາຄົຕ ຜູ້ນັ້ນຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກດ້ວຍເຫຕ ໕ ປະກາຣຄື:
ຜູ້ນັ້ນກ່າວຢ່າງນີ້ວ່າ ທ່ານທັງຫລາຍຈົ່ງໄປນຳສັຕຊື່ນັ້ນມາດັ່ງນີ້ ຊື່ວ່າຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກດ້ວຍເຫຕປະກາຣທີ ໑ ນີ້
ສັຕນັ້ນເມື່ອຖືກເຂົາຜູກຄໍນຳມາ ໄດ້ສເວີຍທຸກຂ໌ ໂທມະນັສ ຊື່ວ່າຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກດ້ວຍເຫຕປະກາຣທີ ໒ ນີ້
ຜູ້ນັ້ນກ່າວຢ່າງນີ້ວ່າ ທ່ານທັງຫລາຍຈົ່ງໄປຂ້າສັຕນີ້ ຊື່ວ່າຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກດ້ວຍເຫຕປະກາຣທີ ໓ ນີ້
ສັຕນັ້ນເມື່ອຖືກເຂົາກຳລັງຂ້າຢູ່ ຍ່ອມສເວີຍທຸກຂ໌ ໂທມະນັສ ຊື່ວ່າຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກດ້ວຍເຫຕປະກາຣທີ ໔ ນີ້
ຜູ້ນັ້ນຍ່ອມຍັງຕະຖາຄົຕແລະສາວົກຂອງຕະຖາຄົຕໃຫ້ຍິນດີດ້ວຍເນື້ອອັນເປັນອະກັປປິຍະ ຊື່ວ່າຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກດ້ວຍເຫຕປະກາຣທີ ໕ ນີ້
ຊີວົກ! ຜູ້ໃດຂ້າສັຕເຈາະຈົງຕະຖາຄົຕ ຫລືສາວົກຂອງຕະຖາຄົຕ ຜູ້ນັ້ນຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກດ້ວຍເຫຕ ໕ ປະກາຣນີ້ແລ.
ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ຊີວົກໂກມາຣະພັຈໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໜ້າອັສສະຈັນຍ໌!
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ບໍ່ເຄີຍມີ!
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພິກຂຸທັງຫລາຍຍ່ອມສັນອາຫາຣອັນບໍ່ມີໂທສໜໍ.
ຂ້າແຕ່ພຣະອົງ໌ຜູ້ຈະເຣີນ! ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ຂ້າແຕ່ພຣະອົງ໌ຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ປຽບເໝືອນບຸຄຄົລຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໃນທີ່ມືດ ດ້ວຍຄິດວ່າ ຜູ້ມີຈັກຂຸຈັກເຫັນຣູປ ສັນໃດ; ພຣະຜູ້ມີພຣະພາຄຊົງປະກາສທັມໂດຍອະເນກປະຣິຍາຍ ສັນນັ້ນເໝືອນກັນ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຂໍເຖິງພຣະຜູ້ມີພຣະພາຄ ພຣະທັມ ແລະພຣະພິກຂຸສົງຄ໌ວ່າເປັນສະຣະນະ ຂໍພຣະຜູ້ມີພຣະພາຄຊົງຈຳຂ້ານ້ອຍວ່າ ເປັນອຸປາສົກຜູ້ເຖິງສະຣະນະຕະຫລອດຊີວິຕຕັ້ງແຕ່ວັນນີ້ເປັນຕົ້ນໄປ ດັ່ງນີ້.
ມັຊຊິມະນິກາຍ ມັຊຊິມະປັນນາສກ໌ ໑໓/໔໒-໔໕/໕໖-໖໑