ພຣະພຸທທະເຈົ້າສອນເດັກ

ສິນ

0:00/0:00
ວັນໜຶ່ງ... ພຣະບໍຣົມສາສດາທຣົງສເດັຈບິນທະບາຕໄປໃນນະຄອນສາວັຕຖີ ເຫັນເດັກຈຳນວນມາກ ມີປະມານ 500 ເອົາໄມ້ລຸມຕີງູໂຕໜຶ່ງ ໃນຣະຫວ່າງທາງ ພຣະອົງຄ໌ຕຣັດຖາມວ່າ " ນີ້ນ່າ ເດັກນ້ອຍທັງຫຼາຍ ສູເຈົ້າເຮັດຫຍັງກັນ ? "
ເມື່ອເດັກເຫຼົ່ານັ້ນຂາບທູນວ່າ " ກຳລັງເອົາໄມ້ຕີງູ ຂ້ານ້ອຍ "
ຕຣັດຖາມອີກວ່າ "ຕີມັນເພາະເຫຕໃດ ? " ເດັກໆຕອບວ່າ " ເພາະຢ້ານມັນ ຂ້ານ້ອຍ " ຈິ່ງຕຣັດອີກວ່າ " ຫາກສູເຈົ້າຕີງູ ດ້ວຍຄິດວ່າ ຈະນຳສຸຂມາສູ່ຕົນ ສູເຈົ້າຈະບໍ່ໄດ້ຮັບຄວາມສຸກໃນບ່ອນທີ່ຕົນເກີດແລ້ວ ໆ. ແທ້ຈິງ... ບຸກຄົນເມື່ອປາຖນາຄວາມສຸຂແກ່ຕົນ ແຕ່ປະຫານ(ນຳຄວາມທຸກຂ໌)ແກ່ສັຕວ໌ອື່ນ ຍ່ອມບໍ່ຄວນເລີຍ " ດັ່ງນີ້ແລ້ວຕຣັດພາສິຕຄາຖານີ້

" ສຸຂການານິ ພູຕານິ ໂຍ ທັນເດນະ ວິຫິງສຕິ
ອັຕຕະໂນ ສຸຂເມສາໂນ ເປຈຈະໂສ ນະ ລະພະເຕ ສຸຂັງ
ສຸຂການານິ ພູຕານິ ໂຍ ທັນເດນະ ນະ ຫິງສຕິ
ອັຕຕະໂນ ສຸຂເມສາໂນ ເປຈຈະ ລະພະເຕ ສຸຂັງ "

" ສັຕວ໌ຜູ້ເກີດແລ້ວທັງຫຼາຍ... ເປັນຜູ້ໃຄ່ສຸຂ
ບຸກຄົນໃດສແຫວງຫາສຸຂເພື່ອຕົນ, ແຕ່ບຽດບຽນສັຕວ໌ອື່ນ ດ້ວຍທ່ອນໄມ້ ບຸກຄົນລະ(ໂລກນີ້)ໄປແລ້ວ ຍ່ອມບໍ່ໄດ້ສຸຂ
ສັຕວ໌ຜູ້ເກີດແລ້ວທັງຫຼາຍ...ເປັນຜູ້ໃຄ່ສຸຂ, ບຸກຄົນໃດສແຫວງຫາສຸຂເພື່ອຕົນ, ບໍ່ບຽດບຽນ (ຜູ້ອື່ນ) ດ້ວຍທ່ອນໄມ້, ບຸກຄົນນັ້ນລະໄປແລ້ວ ຍ່ອມໄດ້ສຸຂ."

ໃນການຈົບເທສນາ ເດັກນ້ອຍທັງ ໕໐໐ ຄົນ ໄດ້ດວງຕາເຫັນທັມ ຕັ້ງຢູ່ໃນໂສຕາປັຕຕິຜົນ ຢ່າງໜ້າອັດສະຈັນ ດັ່ງນີ້ແລ...

ນັຍ ອັຖກະຖາ ໔໒, ສຸຕັນຕະປິດົກ ຂຸທທະກະນິກາຍ
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ