ນັກເລງການພະນັນ
ຄາຣະວາດຊັ້ນເລີດ
ພິກຂຸທັງຫລາຍ! ເໝືອນນັກເລງການພະນັນ ເພາະເຄາະຮ້າຍຄັ້ງທຳອິດເທົ່ານັ້ນ ຈຶ່ງຕ້ອງເສຍລູກແດ່ ເສຍເມຍແດ່ ເສຍສົມບັດທຸກຢ່າງແດ່ ຍິ່ງຂຶ້ນໄປອີກ ຕ້ອງຖືກຈອງຈຳ ເຄາະຮ້າຍຂອງນັກເລງການພະນັນທີ່ຕ້ອງເສຍໄປນັ້ນ ເປັນພຽງເລັກນ້ອຍ ຄວາມເຄາະຮ້າຍອັນໃຫຍ່ຫລວງກວ່ານັ້ນ ຄື ຄົນພານນັ້ນປະພຶດກາຍທຸຈະຣິດ ວະຈີທຸຈະຣິດ ມະໂນທຸຈະຣິດ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ ນັ້ນເອງ.
ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໒໔໖/໔໘໓
ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໒໔໖/໔໘໓








