ຄວາມເປັນໂສດາບັນປະເສີດກວ່າເປັນພຣະເຈົ້າຈັກກະພັດ
ໂສດາບັນ
ພິກຂຸ ທ. ! ເຖິງແມ່ນວ່າ ພຣະເຈົ້າຈັກກະພັດ ໄດ້ຄອງຄວາມເປັນໃຫຍ່ຍິ່ງແຫ່ງທະວີບທັງສີ່ ເບື້ອງໜ້າຈາກການຕາຍ ເພາະຮ່າງກາຍແຕກດັບ ອາດໄດ້ເຂົ້າເຖິງສຸຄະຕິ ໂລກສະຫວັນ ເປັນສະຫາຍຢູ່ຮ່ວມກັບເຫຼົ່າເທວະດາຊັ້ນດາວະດຶງ ຖືກຫຸ້ມລ້ອມຢູ່ດ້ວຍໝູ່ນາງອັບປະສອບ ໃນສວນນັນທະວັນ ທ້າວເຈົ້າເປັນຜູ້ເອີບອີ່ມ ພຽບພ້ອມດ້ວຍກາມະຄຸນທັງຫ້າ ອັນເປັນຂອງທິບດັ່ງນີ້ກໍຕາມ, ແຕ່ເຖິງຢ່າງນັ້ນ ທ້າວເຈົ້າກໍຍັງ ລອດພົ້ນໄປບໍ່ໄດ້ຈາກ ນະຣົກ ຈາກກໍາເນີດເດຣັດສານ ຈາກວິສັຍແຫ່ງເປຕ ແລະຈາກອະບາຍ ທຸຄະຕິ ວິນິບາຕ.
ພິກຂຸ ທ. ! ສ່ວນອະຣິຍະສາວົກໃນທັມວິນັຍນີ້ ເຖິງແມ່ນເປັນຜູ້ຍັງອັຕຕະພາບ ໃຫ້ພໍເປັນໄປດ້ວຍຄໍາເຂົ້າ ທີ່ໄດ້ມາຈາກບິນທະບາຕ ດ້ວຍສັນແຂ່ງຂອງຕົນເອງ ພັນກາຍດ້ວຍການນຸ່ງຫົ່ມຜ້າເກົ່າໆບໍ່ມີຊາຍ, ຫາກແຕ່ວ່າ ເປັນຜູ້ປະກອບພ້ອມແລ້ວດ້ວຍທັມ ໔ ປະການ ເຂົາກໍຍັງສາມາດ ລອດພົ້ນເສຍໄດ້ ຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິສັຍແຫ່ງເປຕ ແລະຈາກອະບາຍ ທຸຄະຕິວິນິບາຕ.
ພິກຂຸ ທ. ! ທັມ ໔ ປະການນັ້ນເປັນແນວໃດ ? ສີ່ປະການຄື ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະພຸດທະເຈົ້າ... ໃນອົງຄ໌ພຣະທັມ ... ໃນອົງຄ໌ພຣະສົງຄ໌... ເປັນຜູ້ປະກອບພ້ອມແລ້ວ ດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າອະຣິຍະເຈົ້າ ຯລຯ ດັ່ງນີ້.
ພິກຂຸ ທ. ! ລະຫວ່າງ ການໄດ້ທະວີບທັງສີ່ ກັບການໄດ້ທັມ ໔ ປະການນີ້ນັ້ນ ການໄດ້ທະວີບທັງສີ່ ມີຄ່າບໍ່ເຖິງສ້ຽວທີສິບຫົກ ຂອງການໄດ້ທັມ ໔ ປະການນີ້ເລີຍ.
- ມຫາວາຣ. ສັງ. ໑໙/໔໒໘-໔໒໙/໑໔໑໑-໑໔໑໓.
ຜົລແຫ່ງຄວາມເປັນໂສດາບັນ
ພິກຂຸ ທ. ! ອານິສົງສ໌ ແຫ່ງການເຮັດໃຫ້ແຈ້ງ ຊຶ່ງໂສດາປັຕຕິຜົລ ໖ ຢ່າງເຫຼົ່ານີ້ ມີຢູ່, ຫົກຢ່າງເຫຼົ່າໃດໜໍ ? ຫົກຢ່າງຄື :-
ເປັນບຸຄຄົລຜູ້ ທ່ຽງແທ້ຕໍ່ສັດທັມ (ສັດທັມມະນິຢະໂຕ);
ເປັນບຸຄຄົລຜູ້ ມີທັມອັນບໍ່ຮູ້ເສື່ອມ (ອະປະຣິຫານະທັມໂມ);
ທຸກຂ໌ດັບໄປ ທຸກຂັ້ນຕອນແຫ່ງການປະພຶດ ທີ່ປະພຶດແລ້ວ;
ເປັນບຸຄຄົລຜູ້ ປະກອບດ້ວຍອະສາທາຣະນະຍານ (ທີ່ບໍ່ທົ່ວໄປແກ່ພວກອື່ນ) ;
ເປັນບຸຄຄົລຜູ້ ເຫັນທັມທີ່ເປັນເຫຕ; ແລະ
ເຫັນທັມທັງຫຼາຍ ທີ່ເກີດມາແຕ່ເຫຕ.
ພິກຂຸ ທ. ! ເຫຼົ່ານີ້ແລ ອານິສົງສ໌ ໖ ປະການ ແຫ່ງການເຮັດໃຫ້ແຈ້ງ ຊຶ່ງໂສດາປັຕຕິຜົລ.
- ສັກກ. ອັງ. ໒໒/໔໙໐/໓໖໘.