ສິ່ງທີ່ຊົງນໍາມາສອນ ກໍສະເພາະເລື່ອງຄວາມພົ້ນທຸກ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ກໍສິ່ງໃດ ທີ່ເຮົາບອກສອນແກ່ພວກເຈົ້າໜໍ ? ສິ່ງທີ່ເຮົາບອກສອນແກ່ພວກເຈົ້າ ຄືຄວາມຈິງອັນປະເສີດວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້. ເພາະເຫຕໃດ ເຮົາຈຶ່ງສອນສິ່ງນີ້ແກ່ພວກເຈົ້າໜໍ ? ເພາະວ່າສິ່ງໆນີ້ ຍ່ອມປະກອບດ້ວຍປະໂຍຊນ໌ ເປັນເງື່ອນຕົ້ນຂອງພຣົມມະຈັນຣຍ໌ ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ ; ເພາະເຫຕນັ້ນ ເຮົາຈຶ່ງສອນສິ່ງນີ້ແກ່ພວກເຈົ້າທັງຫຼາຍ.

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າ ຈົ່ງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໔໘/໑໗໑໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ