ທຸກທີ່ເກີດຈາກໜີ້
ຄາຣະວາດຊັ້ນເລີດ
ພິກຂຸທັງຫຼາຍ ! ຄວາມຍາກຈົນ ເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
ພິກຂຸທັງຫຼາຍ ! ຄົນຈົນເຂັນໃຈໄຮ້ຊັບສົມບັດຍ່ອມກູ້ໜີ້ ການກູ້ໜີ້ ນັັ້ນເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
ພິກຂຸທັງຫຼາຍ ! ຄົນຈົນເຂັນໃຈໄຮ້ຊັບສົມບັດກູ້ໜີ້ແລ້ວ ຕ້ອງໃຊ້ດອກເບ້ຍ, ການຕ້ອງໃຊ້ດອກເບ້ຍ ນັ້ນເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
ພິກຂຸທັງຫຼາຍ ! ຄົນຈົນເຂັນໃຈໄຮ້ຊັບສົມບັດກູ້ໜີ້ແລ້ວ ຕ້ອງໃຊ້ດອກເບ້ຍ ບໍ່ອາດໃຊ້ດອກເບ້ຍຕາມເວລາ ເຈົ້າໜີ້ກໍຕາມທວງ, ການຖືກທວງໜີ້ ນັ້ນເປັນທຸກຂ໌ຂອງຄົນບໍຣິໂພກ ກາມໃນໂລກ.
ພິກຂຸທັງຫຼາຍ ! ຄົນຈົນເຂັນໃຈໄຮ້ຊັບສົມບັດ ຖືກທວງໜີ້ຢູ່່ ບໍ່ອາດຈະໃຊ້ໃຫ້ ເຈົ້າໜີ້ຍ່ອມຕິດຕາມ ການຖືກຕິດຕາມ ນັ້ນເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
ຄະຣາວາສຊັ້ນເລີດ
ພິກຂຸທັງຫຼາຍ ! ຄົນຈົນເຂັນໃຈໄຮ້ຊັບສົມບັດ ຖືກຕິດ ຕາມຢູ່ບໍ່ອາດຈະໃຊ້ໃຫ້ ເຈົ້າໜີ້ຍ່ອມຈັບກຸມ, ການຖືກຈັບກຸມ ນັ້ນເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
ພິກຂຸທັງຫຼາຍ ! ຄວາມຍາກຈົນກໍດີ, ການກູ້ໜີ້ກໍດີ,ການຕ້ອງໃຊ້ດອກເບ້ຍກໍດີ, ການຖືກທວງໜີ້ກໍດີ, ການຖືກຕິດຕາມກໍດີ, ການຖືກຈັບກຸມກໍດີ ທັງໝົດເປັນທຸກຂ໌ຂອງຄົນບໍຣິໂພກກາມໃນໂລກ.
ພິກຂຸທັງຫຼາຍ ! ເຊັ່ນໃດກໍເຊັ່ນນັ້ນ: ຄວາມບໍ່ມີສັດທາ, ຫິຣິ, ໂອຕຕັບປະ, ວິຣິຍະ, ປັນຍາ ໃນກຸສົລທັມມີຢູ່ແກ່ຜູ້ໃດ;
ເຮົາກ່າວບຸກຄົນຜູ້ນັ້ນວ່າ: ເປັນຄົນຈົນເຂັນໃຈໄຮ້ຊັບສົມບັດ ໃນອະຣິຍະວິນັຍ.
ພິກຂຸທັງຫຼາຍ ! ຄົນຈົນຊະນິດນັ້ນ ເມື່ອບໍ່ມີສັດທາ, ຫິຣິ, ໂອຕຕັບປະ, ວິຣິຍະ, ປັນຍາ ໃນກຸສົລທັມ ເຂົາຍ່ອມປະພຶດກາຍະທຸຈະຣິຕ, ວະຈີທຸຈະຣິຕ, ມະໂນທຸຈະຣິຕ,
ເຮົາກ່າວ ການປະພຶດທຸຈະຣິຕ ຂອງເຂົານີ້ ວ່າເປັນການກູ້ໜີ້.
ຄະຣາວາສຊັ້ນເລີດ
ເພື່ອຈະປົກປິດກາຍະທຸຈະຣິຕ, ວະຈີທຸຈະຣິຕ, ມະໂນທຸຈະຣິຕຂອງເຂົາ ເຂົາຕັ້ງຄວາມປາຖນາຊົ່ວຊ້າ ປາຖນາບໍ່ໃຫ້ໃຜຮູ້ຈັກເຂົາ, ດຳຣິບໍ່ໃຫ້ໃຜຮູ້ຈັກເຂົາ, ເວົ້າຈາເພື່ອບໍ່ໃຫ້ໃຜຮູ້ຈັກເຂົາ ຂົນຂວາຍທຸກຢ່າງເພື່ອບໍ່ໃຫ້ໃຜຮູ້ຈັກເຂົາ,
ເຮົາກ່າວ ການປົກປິດຄວາມທຸຈະຣິຕຢ່າງນີ້ ຂອງເຂົານີ້ ວ່າເປັນດອກເບ້ຍທີ່ເຂົາຕ້ອງໃຊ້.
ເພື່ອນພຣົມມະຈາຣີຜູ້ມີສີລເປັນທີ່ຮັກ ພາກັນກ່າວປາຣົບເຖິງເຂົາດັ່ງນີ້ວ່າ “ທ່ານຜູ້ມີອາຍຸນີ້ເຮັດອັນໃດ (ທຸຈະຣິຕ)ຢ່າງນີ້ ມີປົກກະຕິປະພຶດກະທຳອັນໃດ (ທຸຈະຣິຕ) ຢ່າງນີ້”
ເຮົາກ່າວ ການຖືກກ່າວຢ່າງນີ້ ວ່າເປັນການຖືກທວງໜີ້.
ເຂົາຈະໄປຢູ່ປ່າກໍຕາມ ຢູ່ເຫງົ້າໄມ້ກໍຕາມ ຢູ່ເຮືອນວ່າງກໍຕາມ ອະກຸສົລວິຕົກອັນລາມົກ ປະກອບຢູ່ດ້ວຍຄວາມຮ້ອນໃຈ ຍ່ອມເກີດຂຶ້ນປຸ້ມລຸມຈິຕໃຈເຂົາ,
ເຮົາກ່າວອາການຢ່າງນີ້ວ່າ ການຖືກຕິດຕາມເພື່ອທວງໜີ້.
ຄະຣາວາສຊັ້ນເລີດ
ພິກຂຸທັງຫຼາຍ ! ຄົນຈົນຊະນິດນີ້ ຄັນປະພຶດກາຍ, ວະຈີ, ມະໂນທຸຈະຣິຕແລ້ວ ພາຍຫຼັງແຕ່ການຕາຍເພາະການແຕກທຳລາຍແຫ່ງກາຍ ຍ່ອມຖືກກັກຂັງຢູ່ໃນນະຣົກແດ່ ໃນກຳເນີດເດຣັດສານ ແດ່.
ພິກຂຸທັງຫຼາຍ ! ເຮົາມອງບໍ່ເຫັນວ່າການກັກຂັງອື່ນ ແມ່ນແຕ່ຢ່າງດຽວທີ່ທາລຸນຢ່າງນີ້ ເປັນອັນຕະລາຍຢ່າງນີ້ ຕໍ່ການບັນລຸໂຍຄັກເຂມະທັມອັນບໍ່ມີທັມອື່ນຍິ່ງກວ່າ ເໝືອນການຖືກກັກຂັງໃນນະຣົກ ຫຼືໃນກຳເນີດເດຣັດສານຢ່າງນີ້.
(ຄາຖາເສີມທ້າຍພຣະສູຕ)
ຄວາມຍາກຈົນແລະການກູ້ໜີ້ ທ່ານກ່າວວ່າເປັນຄວາມທຸກຂ໌ໃນໂລກ.
ຄົນຈົນກູ້ໜີ້ມາລ້ຽງຊີວິຕ ຍ່ອມເດືອດຮ້ອນເພາະເຈົ້າໜີ້ຕິດຕາມແດ່ ເພາະຖືກຈັບກຸມແດ່.
ການຖືກຈັບກຸມນັ້ນ ເປັນຄວາມທຸກຂ໌ຂອງຄົນບູຊາການໄດ້ກາມ.
ຄະຣາວາສຊັ້ນເລີດ
ເຖິງແມ່ນວ່າໃນອະຣິຍະວິນັຍນີ້ກໍເໝືອນກັນ:
ຜູ້ໃດບໍ່ມີສັດທາ ບໍ່ມີຫິຣິ ບໍ່ມີໂອຕຕັບປະ ສັ່ງສົມແຕ່ບາບກັມ ກະທຳກາຍະທຸຈະຣິຕ, ວະຈີທຸຈະຣິຕ, ມະໂນທຸຈະຣິຕ
ປົກປິດຢູ່ດ້ວຍການກະທຳທາງກາຍ ທາງວາຈາ ທາງຈິຕ ເພື່ອບໍ່ໃຫ້ຜູ້ໃດຮູ້ຈັກເຂົາ,
ຜູ້ນັ້ນພອກພູນບາບກັມຢູ່ເນື່ອງນິດໃນທີ່ນັ້ນໆ.
ຄົນຊົ່ວທຳບາບກັມ ຮູ້ສຶກແຕ່ກັມຊົ່ວຂອງຕົນເໝືອນດັ່ງຄົນຍາກຈົນ ກູ້ໜີ້ມາບໍຣິໂພກຢູ່ ຍ່ອມເດືອດຮ້ອນ.
ຄວາມຕຶກຕອງທີ່ເກີດຈາກວິບປະຕິສານ ອັນເປັນເຄື່ອງທໍຣະມານໃຈ ຍ່ອມຕິດຕາມເຂົາ ທັງໃນບ້ານແລະໃນປ່າ.
ຄົນຊົ່ວທຳບາບກັມ ຮູ້ສຶກແຕ່ກັມຊົ່ວຂອງຕົນ ໄປສູ່ກຳເນີດເດຣັດສານບາງຢ່າງ ຫຼືວ່າຖືກກັກຂັງຢູ່ໃນນະຣົກ. ການ ຖືກກັກຂັງນັ້ນເປັນທຸກຂ໌ຊະນິດທີ່ທີຣະຊົນບໍ່ເຄີຍປະສົບເລີຍ.
ບາລີ ສັກກ. ອັງ. ໒໒/໓໙໒/໓໑໖.