ຜູ້ບໍ່ສໍາຄັນໝັ້ນໝາຍແລ້ວບໍ່ເກີດນັນທິ (ຄວາມເພີນ)

ທໍາໃນທີສຸດ

0:00/0:00
ພິກຂຸ ທ. ! ພິກຂຸໃດ ເປັນພຣະອໍຣະຫັນຕ໌ ມີອາສະວະດັບສິ້ນແລ້ວ ຢູ່ຈົບ ພຣົມມະຈັນຣຍ໌ ເຮັດກິຈທີ່ຕ້ອງເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ຂອງຕົນ ອັນຕາມເຖິງແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນໄປຮອບແລ້ວ ເປັນຜູ້ຫຼຸດພົ້ນແລ້ວເພາະຮູ້ໂດຍຖືກຕ້ອງ ; ພິກຂຸນັ້ນ ຍ່ອມຮູ້ຍິ່ງຊຶ່ງດິນ ໂດຍຄວາມເປັນດິນ ; ຄັນຮູ້ຍິ່ງ (ອະພິນຍາ) ຊຶ່ງດິນໂດຍຄວາມເປັນດິນແລ້ວ,

ຍ່ອມບໍ່ສໍາຄັນໝັ້ນໝາຍ ຊຶ່ງດິນ (ປະຖະວິງ ນະ ມັນຍະຕິ) ;
ຍ່ອມບໍ່ສໍາຄັນໝັ້ນໝາຍ ໃນດິນ (ປະຖະວິຢາ ນະ ມັນຍະຕິ) ;
ຍ່ອມບໍ່ສໍາຄັນໝັ້ນໝາຍ ໂດຍຄວາມເປັນດິນ (ປະຖະວິໂຕນະ ມັນຍະຕິ) ;
ຍ່ອມບໍ່ສໍາຄັນໝັ້ນໝາຍ ວ່າດິນຂອງເຮົາ (ປະຖະວິມເມຕິ ນະ ມັນຍະຕິ) ;
ຍ່ອມບໍ່ເພີນຢ່າງຍິ່ງ ຊຶ່ງດິນ (ປະຖະວິງ ນາພິນັນທະຕິ).

ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນເຮົາກ່າວວ່າ ເພາະດິນເປັນສິ່ງທີ່ເຂົານັ້ນ ກໍານົດຮູ້ຮອບ (ປະຣິນຍາຕະ) ແລ້ວ.

(ໃນກໍລະນີ ແຫ່ງທັມອື່ນອີກ ໒໒ ຢ່າງຄື ນໍ້າ ໄຟ ລົມ ພູຕະ ສັຕ ເທບ ປະຊາບໍດີ ພຣົມ ອາພັດສະຣະພຣົມ ສຸພະກິນຫະພຣົມ ເວຫັບຜະລະພຣົມ ອະພິພູ ອາກາສານັນຈາຢະຕະນະ ວິນຍານັນຈາຢະຕະນະ ອາກິນຈັນຍາຢະຕະນະ ເນວະສັນຍານາສັນຍາຢະຕະນະ ຮູບທີ່ເຫັນແລ້ວ ສຽງທີ່ໄດ້ຍິນແລ້ວ ສິ່ງທີ່ຮູ້ສຶກແລ້ວທາງດັງ, ລີ້ນ, ຜິວກາຍ ສິ່ງທີ່ຮູ້ແຈ້ງແລ້ວ ເອກະພາວະ ນານາພາວະ ແລະສິ່ງທັງປວງ, ແຕ່ລະຢ່າງໆ ພຣະຜູ້ມີພຣະພາຄ ໄດ້ຕຣັດໄວ້ໂດຍລະບຽບແຫ່ງຖ້ອຍຄໍາ ເຊັ່ນດຽວກັນກັບໃນກໍລະນີແຫ່ງດິນ ຈົນກະທັ່ງເຖິງ ກໍລະນີແຫ່ງນິພພານ ຊຶ່ງຈະໄດ້ບັນຍາຍດ້ວຍຂໍ້ຄວາມເຕັມອີກຄັ້ງໜຶ່ງ ດັ່ງຕໍ່ໄປນີ້ :-)

ພິກຂຸ ທ. ! ພິກຂຸໃດ ເປັນພຣະອໍຣະຫັນຕ໌ ມີອາສະວະດັບສິ້ນແລ້ວ ຢູ່ຈົບ ພຣົມມະຈັນຣຍ໌ ເຮັດກິດທີ່ຕ້ອງເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ ຂອງຕົນອັນຕາມເຖິງແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນໄປຮອບແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະຮູ້ໂດຍຖືກຕ້ອງ ; ພິກຂຸນັ້ນຍ່ອມຮູ້ຍິ່ງຊຶ່ງນິພພານ ໂດຍຄວາມເປັນນິພພານ ; ຄັນຮູ້ຍິ່ງ (ອະພິນຍາ) ຊຶ່ງນິພພານ ໂດຍຄວາມເປັນນິພພານແລ້ວ,

ຍ່ອມບໍ່ສໍາຄັນໝັ້ນໝາຍ ຊຶ່ງນິພພານ (ນິບພານັງ ນ ມັນຍະຕິ) ;
ຍ່ອມບໍ່ສໍາຄັນໝັ້ນໝາຍ ໃນນິພພານ (ນິບພານັສສິງ ນະ ມັນຍະຕິ) ;
ຍ່ອມບໍ່ສຳຄັນໝັ້ນໝາຍ ໂດຍຄວາມເປັນນິພພານ (ນິພພານະໂຕ ນະ ມັນຍະຕິ) ;
ຍ່ອມບໍ່ສໍາຄັນໝັ້ນໝາຍ ວ່ານິພພານຂອງເຮົາ (ນິບພານັມເມຕິ ນະ ມັນຍະຕິ) ;
ຍ່ອມບໍ່ເພີນຢ່າງຍິ່ງ ຊຶ່ງນິພພານ (ນິບພານັງ ນາພິນັນທະຕິ).
ຂໍ້ນັ້ນ ເພາະເຫຕໃດໜໍ ? ຂໍ້ນັ້ນເຮົາກ່າວວ່າ ເພາະນິພພານ ເປັນສິ່ງທີ່ເຂົານັ້ນກໍານົດຮູ້ຮອບ (ປະຣິນຍາຕະ) ແລ້ວ.

- ມູ. ມ. ໑໒/໖/໔.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ