ບໍ່ພົ້ນທຸກເພາະມົວເພີນໃນອາຍະຕະນະ
ອະຣິຍະສັດ 4
ພິກຂຸ ທ. ! ຜູ້ໃດ ເພີດເພີນຢູ່ກັບຕາ, ເພີດເພີນຢູ່ກັບຫູ, ເພີດເພີນຢູ່ກັບດັງ,ເພີດເພີນຢູ່ກັບລີ້ນ, ເພີດເພີນຢູ່ກັບກາຍ, ແລະເພີດເພີນຢູ່ກັບໃຈ; ຜູ້ນັ້ນ ຊື່ວ່າເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດ ເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌ ຜູ້ນັ້ນ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້.
ພິກຂຸ ທ. ! ຜູ້ໃດ ເພີດເພີນຢູ່ກັບຮູບ, ເພີດເພີນຢູ່ກັບສຽງ, ເພີດເພີນຢູ່ກັບກິ່ນ, ເພີດເພີນຢູ່ກັບຣົສ, ເພີດເພີນຢູ່ກັບໂຜຕຖັພພະ, ເພີດເພີນຢູ່ກັບທັມມາຣົມ; ຜູ້ນັ້ນ ຊື່ວ່າເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌. ເຮົາກ່າວວ່າ “ຜູ້ໃດ ເພີດເພີນຢູ່ໃນສິ່ງທີ່ເປັນທຸກຂ໌ ຜູ້ນັ້ນ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້ ແລ.
- ສະລາ. ສັງ. ໑໘/໑໖/໑໙,໒໐.