ປັຈຈັຍແຫ່ງພະວະຕັນຫາ

ສັງໂຍດ

0:00/0:00
ພິກຂຸ ທ. ! ທີ່ສຸດໃນເບື້ອງຕົ້ນ ຂອງພະວະຕັນຫາ ຍ່ອມບໍ່ປາກົດ; ກ່ອນແຕ່ນີ້ ພະວະຕັນຫາບໍ່ໄດ້ມີ; ແຕ່ວ່າພະວະຕັນຫາ ຫາກໍມີຕໍ່ພາຍຫຼັງ. ພິກຂຸ ທ. ! ຄໍາກ່າວເຊັ່ນນີ້ແຫຼະ ເປັນຄໍາທີ່ໃຜໆຄວນກ່າວ ແລະຄວນກ່າວດ້ວຍວ່າ “ພະວະຕັນຫາ ຍ່ອມປາກົດ ເພາະມີສິ່ງນີ້ ສິ່ງນີ້ ເປັນປັຈຈັຍ” ດັ່ງນີ້.

ພິກຂຸ ທ. ! ເຮົາກ່າວວ່າ ເຖິງແມ່ນພະວະຕັນຫານັ້ນ ກໍເປັນທັມມະຊາດ ມີອາຫາຣ ຫາກແມ່ນເປັນທັມມະຊາດທີ່ບໍ່ມີອາຫາຣກໍບໍ່. ກໍອັນໃດໜໍ ເປັນອາຫາຣຂອງພະວະຕັນຫາ ? ຄໍາຕອບ ຍ່ອມມີວ່າ “ອະວິຊຊາ ເປັນອາຫາຣຂອງພະວະຕັນຫາ” ດັ່ງນີ້.

ພິກຂຸ ທ. ! ເຮົາກ່າວວ່າ ເຖິງແມ່ນ ອະວິຊຊາ ກໍເປັນທັມມະຊາດມີອາຫາຣຫາກແມ່ນເປັນທັມມະຊາດທີ່ບໍ່ມີອາຫາຣກໍບໍ່. ກໍອັນໃດໜໍ ເປັນອາຫາຣຂອງ ອະວິຊຊາ ? ຄໍາຕອບຍ່ອມມີວ່າ “ນິວະຣະທັງຫຼາຍ ໕ ປະການ ເປັນອາຫາຣຂອງ ອະວິຊຊາ” ດັ່ງນີ້.

ພິກຂຸ ທ. ! ເຮົາກ່າວວ່າ ເຖິງແມ່ນນິວອນທັງຫຼາຍ ໕ ປະການ ກໍເປັນທັມມະຊາດມີອາຫາຣ ຫາກແມ່ນເປັນທັມມະຊາດທີ່ບໍ່ມີອາຫາຣກໍບໍ່. ກໍອັນໃດໜໍ ເປັນອາຫາຣຂອງນິວອນທັງຫຼາຍ ໕ ປະການ ? ຄໍາຕອບຍ່ອມມີວ່າ “ທຸຈະຣິຕ ທັງຫຼາຍ ໓ ປະການ” ດັ່ງນີ້.

......ຯລຯ........ ......ຯລຯ........

ການບໍ່ສັງລວມອິນຊີບໍລິບູນແລ້ວ ຍ່ອມເຮັດທຸຈະຣິຕ ໓ ປະການໃຫ້ບໍລິບູນ;
ທຸຈະຣິຕ ໓ ປະການບໍລິບູນແລ້ວ ຍ່ອມເຮັດນິວອນ ໕ ປະການໃຫ້ບໍລິບູນ;
ນິວອນ ໕ ປະການບໍລິບູນແລ້ວ ຍ່ອມເຮັດ ອະວິຊຊາ ໃຫ້ບໍຣິບູນ;
ອະວິຊຊາ ບໍຣິບູນແລ້ວ ຍ່ອມເຮັດ ພະວະຕັນຫາ ໃຫ້ບໍລິບູນ.

ພິກຂຸ ທ. ! ອາຫາຣແຫ່ງ ພະວະຕັນຫານີ້ ຍ່ອມມີໄດ້ດ້ວຍອາການດັ່ງນີ້ແລະ ບໍລິບູນແລ້ວດ້ວຍອາການດັ່ງນີ້.

- ທສກ. ອັງ. ໒໔/໑໒໔/໖໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ