ສິ່ງທີ່ບໍ່ຊົງນໍາມາສອນມີຫຼາຍຍິ່ງກວ່າຫຼາຍແທ້

ອະຣິຍະສັດ 4

0:00/0:00
ຄັ້ງໜຶ່ງພຣະຜູ້ມີພຣະພາຄເຈົ້າ ຊົງປຣະທັບຢູ່ທີ່ສີສະປາວັນ ໃກ້ເມືອງໂກສັມພີ. ຊົງກໍາໃບສີສະປາຂຶ້ນໜ້ອຍໜຶ່ງ ແລ້ວຕຣັດຖາມໝູ່ພິກຂຸວ່າ ໃບສີສະປາທີ່ຊົງກໍານີ້ ກັບທີ່ຢູ່ເທິງປ່າພຸ້ນ, ອັນໃດຈະຫຼາຍກວ່າກັນ. ເມື່ອພິກຂຸຂາບທູນວ່າ ທີ່ຢູ່ເທິງປ່າພຸ້ນຫຼາຍກວ່າຫຼາຍ ແລ້ວຈຶ່ງຕຣັດວ່າ :-

ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ ສິ່ງທີ່ຍັງຢູ່ຫຼາຍກວ່າຫຼາຍ ກໍຄືສິ່ງທີ່ເຮົາຮູ້ຍິ່ງແລ້ວ ແຕ່ບໍ່ນໍາເອົາມາສອນພວກເຈົ້າທັງຫຼາຍ. ເພາະເຫຕໃດ ເຮົາຈຶ່ງບໍ່ສອນສິ່ງນັ້ນ ແກ່ພວກເຈົ້າໜໍ ? ເພາະວ່າສິ່ງໆນັ້ນ ບໍ່ປະກອບດ້ວຍປະໂຫຍດ

ບໍ່ເປັນເງື່ອນຕົ້ນຂອງພຣົມມະຈັນຣຍ໌ ບໍ່ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ ; ເພາະເຫຕນັ້ນ ເຮົາຈຶ່ງບໍ່ສອນສິ່ງນັ້ນແກ່ພວກເຈົ້າທັງຫຼາຍ.

- ມຫາວາຣ. ສັງ. ໑໙/໕໔໘/໑໗໑໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ