ກາມປຽບດ້ວຍຂອງທີ່ຢືມມາ
ສັງໂຍດ
ຄະຫະດໍດີ ! ປຽບເໝືອນບຸຣຸສຜູ້ໜຶ່ງ ຂໍຢືມຊັບຈາກຜູ້ອື່ນໄດ້ແລ້ວ ເອົາລົງໃສ່ກວຽນນ້ອຍ ມີຕຸ້ມຫູ ແກ້ວມະນີອັນລໍ້າຄ່າເປັນຕົ້ນ. ບຸຣຸສຜູ້ນັ້ນ ວາງຂອງຢືມເຫຼົ່ານັ້ນ ໄວ້ເບື້ອງໜ້າໂຕແດ່ ຮອບໆໂຕແດ່ ຂັບຜ່ານໄປຕາມໝູ່ຊາວຮ້ານຄ້າ. ໝູ່ຊົນເຫັນບຸຣຸສຜູ້ນັ້ນ ແລ້ວກໍຈະຍ່ອມກ່າວກັນແນ່ວ່າ “ທ່ານຜູ້ຈະເຣີນທັງຫຼາຍເອີ໋ຍ ! ບຸຣຸສຜູ້ນີ້ ຮັ່ງມີແທ້ໜໍ ! ເບິ່ງແມ, ພວກຄົນລວຍ ເຂົາໃຊ້ສອຍໂພຄະກັນເຊັ່ນນີ້ເອງ” ດັ່ງນີ້,
ຄັນເຈົ້າຂອງຊັບພໍ້ບຸຣຸສ ຊຶ່ງເຮັດຢູ່ດັ່ງນັ້ນໃນບ່ອນໃດໆ ເຂົາກໍຈະທວງເອົາຊັບຂອງເຂົາຄືນໄປເສຍ ໃນບ່ອນນັ້ນໆ ນັ້ນເອງ.
ຄະຫະດໍດີ ! ທ່ານຈະສຳຄັນ ຄວາມຂໍ້ນັ້ນວ່າແນວໃດ ? ຄືຄວນຈະເຮັດເຍື່ອງອື່ນ ແກ່ບຸຣຸສນັ້ນບໍໜໍ ?
“ຫາບໍ່ໄດ້ ຂ້ານ້ອຍ !” ເພາະເຫຕໃດ ? “ເພາະເຫຕວ່າ ທຳມະດາເຈົ້າຂອງຊັບ ກໍຕ້ອງທວງເອົາຊັບຂອງເຂົາຄືນໄປ” ດັ່ງນີ້.
ຄະຫະດໍດີ ! ດ້ວຍເຫຕນີ້ແຫຼະ ສາວົກຂອງພຣະອະຣິຍະເຈົ້າ ຍ່ອມພິຈາຣະນາເຫັນ ໂດຍແຈ່ມແຈ້ງດັ່ງນີ້ວ່າ “ກາມທັງຫຼາຍ ອັນພຣະຜູ້ມີພຣະພາຄເຈົ້າ ຕຣັດແລ້ວວ່າມີອຸປະມາດ້ວຍຂອງຢືມ ເປັນສິ່ງທີ່ໃຫ້ເກີດແຫ່ງທຸກຂ໌ຫຼາຍ ເຮັດໃຫ້ຄັບແຄ້ນໃຈຫຼາຍ ແລະມີໂທດຢ່າງຍິ່ງ” ດັ່ງນີ້, ຄັນເຫັນກາມນັ້ນ ດ້ວຍປັນຍາອັນຖືກຕ້ອງ ຕາມທີ່ເປັນຈິງຢ່າງນີ້ແລ້ວ ກໍເວັ້ນເສຍໂດຍເດັດຂາດ ຊຶ່ງຄວາມເພັ່ງມີປະການຕ່າງໆ ອັນອາໄສອາຣົມຕ່າງໆ (ກາມະຄຸນທັງຫ້າ), ແລ້ວຈະເຣີນຊຶ່ງຄວາມເພັ່ງອັນດຽວ ອັນອາໄສອາຣົມອັນດຽວ (ເຊັ່ນອຸເປກຂາ ທີ່ເປັນອົງຄ໌ຂອງຈະຕຸຕຖະຊານ) ອັນເປັນທີ່ດັບສະນິດ ບໍ່ມີສ່ວນເຫຼືອຂອງອຸປາທານ ອັນມີຢູ່ໃນເຫຍື່ອໂລກ ໂດຍປະການທັງປວງ ແລ.
- ມ. ມ. ໑໓/໔໓/໕໒.