ການລະຂາດເຊິ່ງພົບ
ພົບພູມ
ສັຕໂລກນີ້ເກີດຄວາມເດືອດຮ້ອນແລ້ວ ມີຜັສສະບັງໜ້າ ຍ່ອມກ່າວຊຶ່ງໂຣຄາ (ຄວາມສຽບແທງ) ນັ້ນໂດຍຄວາມເປັນໂຕເປັນຕົນ
ເຂົາສໍາຄັນສິ່ງໃດ ໂດຍຄວາມເປັນເຍື່ອງໃດ ແຕ່ສິ່ງນັ້ນຍ່ອມເປັນ (ຕາມທີ່ເປັນຈິງ) ໂດຍເຍື່ອງອື່ນ ຈາກທີ່ເຂົາສໍາຄັນນັ້ນ
໑. ຄໍາວ່າ “ມີຜັສສະບັງໜ້າ (ຜັສສະປະເຣໂຕ)” ໝາຍຄວາມວ່າ ເມື່ອເຂົາຖືກຕ້ອງຜັສສະໃດ ຈິຕທັງໝົດ
ຂອງເຂົາຢຶດໝັ້ນຢູ່ໃນຜັສສະນັ້ນ ຈົນເບິ່ງບໍ່ເຫັນສິ່ງອື່ນ ແມ່ນວ່າຈະໃຫຍ່ຫຼວງຫຼາຍພາຍມາກພຽງໃດ
ສໍ່າວ່າເສັ້ນຜົມບັງພູເຂົາ ເຂົາຫຼົງໄຫຼຢຶດໝັ້ນແຕ່ໃນອັສສາທະຂອງຜັສສະນັ້ນ ຈົນບໍ່ມອງເຫັນສິ່ງອື່ນ ;
ເຊັ່ນນີ້ ເອີ້ນວ່າມີຜັສສະບັງໜ້າ ຄືບັງໜ່ວຍຕາຂອງເຂົາ ໃຫ້ເຫັນສິ່ງຕ່າງໆຜິດໄປຈາກຕາມທີ່ເປັນຈິງ.
ສັຕໂລກຕິດຂ້ອງຢູ່ໃນພົບ ຖືກພົບບັງໜ້າແລ້ວ ມີພົບໂດຍຄວາມເປັນເຍື່ອງອື່ນ (ຈາກທີ່ມັນເປັນຢູ່ຈິງ) ຈຶ່ງໄດ້ເພີດເພີນຍິ່ງແທ້ໃນພົບນັ້ນ.
ເຂົາເພີດເພີນຍິ່ງໃນສິ່ງໃດ ສິ່ງນັ້ນເປັນພັຍ (ທີ່ເຂົາບໍ່ຮູ້ຈັກ) ; ເຂົາຢ້ານຕໍ່ສິ່ງໃດ ສິ່ງນັ້ນກໍເປັນທຸກຂ໌.
ພຣົມມະຈັນຣຍ໌ນີ້ ອັນບຸຄຄົລຍ່ອມປະພຶດ ກໍເພື່ອການລະຂາດຊຶ່ງພົບ.
ສະມະນະຫຼືພຣາມເຫຼົ່າໃດ ກ່າວຄວາມຫຼຸດພົ້ນຈາກພົບ ວ່າມີໄດ້ເພາະພົບ ; ເຮົາ ກ່າວວ່າ ສະມະນະຫຼືພຣາມທັງປວງນັ້ນ ບໍ່ແມ່ນຜູ້ຫຼຸດພົ້ນຈາກພົບ.
ເຖິງແມ່ນສະມະນະຫຼືພຣາມເຫຼົ່າໃດ ກ່າວຄວາມອອກໄປໄດ້ຈາກພົບ ວ່າມີໄດ້ເພາະ ວິພົບ໑ ; ເຮົາກ່າວວ່າ ສະມະນະຫຼືພຣາມທັງປວງນັ້ນ ກໍຍັງປ່ອຍປະພົບ ອອກໄປບໍ່ໄດ້.
ກໍທຸກຂ໌ນີ້ ມີຂຶ້ນ ເພາະອາໄສຊຶ່ງອຸປະທິທັງປວງ.
ເພາະຄວາມດັບສິ້ນໄປແຫ່ງອຸປາທານທັງປວງ ຄວາມເກີດຂຶ້ນແຫ່ງທຸກຂ໌ຈຶ່ງບໍ່ມີ.
ເຈົ້າຈົ່ງເບິ່ງໂລກນີ້ເຖີ້ນ (ຈະເຫັນວ່າ) ສັຕທັງຫຼາຍ ອັນອະວິຊຊາໜາແໜ້ນບັງໜ້າແລ້ວ ; ແລະວ່າສັຕຜູ້ຍິນດີໃນພົບອັນເປັນແລ້ວນັ້ນ ຍ່ອມບໍ່ເປັນຜູ້ຫຼຸດພົ້ນໄປຈາກພົບໄດ້. ກໍພົບທັງຫຼາຍເຫຼົ່າໜຶ່ງເຫຼົ່າໃດ ອັນເປັນໄປໃນບ່ອນ ຫຼືໃນເວລາທັງປວງ໒ ເພື່ອຄວາມມີແຫ່ງປະໂຍຊນ໌ໂດຍປະການທັງປວງ ;
(໑. ຄໍາວ່າ “ວິພົບ” ໃນບ່ອນນີ້ກົງກັນຂ້າມກັບຄໍາວ່າ “ພົບ” ຄືບໍ່ມີພົບຕາມອໍານາດຂອງນັດຖິກະທິຕຖິ
ຫຼືອຸສເສທະທິຕຖິໂດຍຕົງ ຄືບໍ່ເປັນໄປຕາມກົດຂອງອິທັປປັຈຈະຢະຕາ ; ດັ່ງນັ້ນ ເຖິງແມ່ນເຂົາ
ຈະຮູ້ສຶກວ່າບໍ່ມີອັນໃດ ມັນກໍມີຄວາມບໍ່ມີອັນໃດນັ້ນເອງ ຕັ້ງຢູ່ໃນຖານະເປັນພົບ ຊະນິດທີ່ເອີ້ນວ່າ
“ວິພົບ” ເປັນທີ່ຕັ້ງແຫ່ງວິພະວະຕັນຫາ.
໒. ຄໍາວ່າ “ໃນບ່ອນຫຼືໃນເວລາທັງປວງ” ຈົນເຖິງຄໍາວ່າ “ເພື່ອຄວາມມີແຫ່ງປະໂຍຊນ໌ ໂດຍປະການທັງປວງ”
ເປັນຄຸນນະບົດແຫ່ງຄ່າອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຂອງພົບ.
ຄວາມມີຄວາມເປັນແນວໃດກໍຕາມ ຍ່ອມເນື່ອງດ້ວຍເວລາທີ່ພໍເໝາະ ເນື້ອທີ່ທີ່ພໍດີ
ປະໂຍຊນ໌ທີ່ໜ້າຮັກ ມັນຈຶ່ງຈະເປັນທີ່ຕັ້ງແຫ່ງຄວາມຢຶດຖື ຫຼືຍົວະຍວນໃຫ້ຢຶດຖື ;
ດັ່ງນັ້ນພົບຊະນິດໃດກໍຕາມ ຍ່ອມເນື່ອງຢູ່ດ້ວຍສິ່ງທັງສາມນີ້ ແຕ່ແລ້ວໃນທີ່ສຸດມັນກໍເປັນພຽງສິ່ງທີ່
ບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ດັ່ງທີ່ກ່າວແລ້ວໃນພຸດທະອຸທານນັ້ນ.)
ພົບທັງຫຼາຍທັງປວງນັ້ນບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ.
ເມື່ອບຸຄຄົລເຫັນຢູ່ຊຶ່ງຂໍ້ນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງ ດັ່ງນີ້ຢູ່ ; ເຂົາຍ່ອມລະພະວະຕັນຫາໄດ້ ແລະບໍ່ເພີດເພີນວິພະວະຕັນຫາດ້ວຍ.
ຄວາມດັບເພາະຄວາມປ່ອຍ ຄາຍອອກບໍ່ເຫຼືອ (ແຫ່ງພົບທັງຫຼາຍ) ເພາະຄວາມ ດັບສິ້ນໄປແຫ່ງຕັນຫາ ໂດຍປະການທັງປວງນັ້ນ ຄື ນິພພານ.
ພົບໃໝ່ຍ່ອມບໍ່ມີແກ່ພິກຂຸນັ້ນ ຜູ້ດັບເຢັນສະນິດແລ້ວເພາະບໍ່ມີຄວາມຢຶດໝັ້ນ.
ພິກຂຸນັ້ນ ເປັນຜູ້ຄອບງໍາມາຣໄດ້ແລ້ວ ຊະນະສົງຄາມແລ້ວ ກ້າວຜ່ານພົບທັງຫຼາຍທັງປວງໄດ້ແລ້ວ ເປັນຜູ້ຄົງທີ່ (ຄືບໍ່ປ່ຽນແປງອີກຕໍ່ໄປ), ດັ່ງນີ້ແລ.
- ອຸ. ຂຸ. ໒໕/໑໒໑/໘໔.
(ຂໍ້ຄວາມນີ້ເປັນພຣະພຸດທະອຸທານ ທີ່ຊົງເປັ່ງອອກຢູ່ທີ່ເຫງົ້າຕົ້ນໂພ ທີ່ເປັນບ່ອນຕຣັສຮູ້ ເມື່ອຕຣັສຮູ້ແລ້ວ ໄດ້ ໗ ວັນ)