ເປຣດ 21 ແບບ

ພົບພູມ

0:00/0:00
໑. ອັດຖິສັງຂະລິກະເປຕະ

ທ່ານພຣະໂມກຄັນລານະກ່າວວ່າ
ອາວຸໂສ ! ຂ້ານ້ອຍລົງຈາກຄິຊຊະກູດບັນພົດ ເຂດພຣະນະຄອນຣາຊະຄຶ ໄດ້ເຫັນອັດຖິສັງຂະລິກະເປຕະ ມີແຕ່ຮ່າງກະດູກ ລອຍໄປໃນເວຫາ ຝູງແຮ້ງ ຕອດສັບໂດຍແຮງ ຍາດແຍ້ງຕາມຫວ່າງໂຄງກະດູກ ກະຝຶດຊຶ່ງເປຕະນັ້ນຢູ່ໄປມາ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ.
ອາວຸໂສ ! ຂ້ານ້ອຍນັ້ນໄດ້ຄິດເຊັ່ນນີ້ວ່າ ໜ້າອັດສະຈັນແທ້ໜໍ ເປັນຕາງຶດແທ້ໜໍ ທີ່ສັຕແມ່ນວ່າເຫັນປານນີ້ ຍັກແມ່ນວ່່າເຫັນປານນີ້ ເປຕະແມ່ນວ່າເຫັນປານນີ້ ການໄດ້ອັຕຕະພາບແມ່ນວ່າເຫັນປານນີ້ ກໍມີຢູ່.

ພິກຂຸທັງຫຼາຍ ! ພາກັນເພັ່ງໂທດ ຕິຕຽນ ຈົ່ມໃຫ້ວ່າ ທ່ານພຣະໂມກຄັນລະນະ ອວດອຸດຕະຣິມະນຸສະທັມ.

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ

ພິກຂຸທັງຫຼາຍ ! ສາວົກທັງຫຼາຍຍ່ອມເປັນຜູ້ມີຈັກຂຸຢູ່ ຍ່ອມເປັນຜູ້ມີຍານຢູ່ ເພາະສາວົກໄດ້ຮູ້ໄດ້ເຫັນ ຫຼືໄດ້ເຮັດສັຕ ເຊັ່ນນີ້ ໃຫ້ເປັນພະຍານແລ້ວ.

ພິກຂຸທັງຫຼາຍ ! ເມື່ອກາລກ່ອນເຮົາກໍໄດ້ເຫັນສັຕນັ້ນ ແຕ່ເຮົາບໍ່ໄດ້ພະຍາກອນ ຖ້າເຮົາພະຍາກອນສັຕນັ້ນແລະຄົນອື່ນບໍ່ເຊື່ອເຮົາ ຂໍ້ນັ້ນກໍຈະຍ່ອມເປັນໄປເພື່ອບໍ່ເປັນປະໂຍຊນ໌ເກື້ອກູນ ເພື່ອທຸກຂ໌ແກ່ເຂົາເຫຼົ່ານັ້ນຊົ່ວສິ້ນກາລະນານ.

ພິກຂຸທັງຫຼາຍ ! ສັຕນັ້ນເຄີຍເປັນຄົນຂ້າງົວຢູ່ໃນພຣະນະຄອນຣາຊະຄຶນີ້ເອງ ດ້ວຍວິບາກແຫ່ງກັມນັ້ນ ເຂົາໝົກໄໝ້ຢູ່ໃນນະຣົກຫຼາຍປີ ຫຼາຍຮ້ອຽປີ ຫຼາຍພັນປີ ຫຼາຍແສນປີ ແລ້ວໄດ້ປະສົບອັຕຕະພາບເຊັ່ນນີ້ ດ້ວຍວິບາກແຫ່ງກັມນັ້ນແຫຼະ ທີ່ຍັງເປັນສ່ວນເຫຼືອຢູ່.
ພິກຂຸທັງຫຼາຍ ! ໂມກຄັນລານະກ່າວຄໍາຈິງ
ໂມກຄັນລານະບໍ່ຕ້ອງອາບັດ.
.... .... .... ....

໒. ມັງສະເປສິເປຕະ

...ໄດ້ເຫັນ ມັງສະເປສິເປຕະ ມີແຕ່ຊີ້ນເນື້ອ ລອຍໄປໃນເວຫາ ຝູງແຮ້ງ ແຫຼວ ແລະນົກກະຕຸມພາກັນບິນເຈີດເຫວີ່ນຢູ່ເລື້ອຍລ້າຍໆ ຕອດສັບໂດຍແຮງ ຈີກດຶງ ຍາດແຍ້ງ ກະຝຶດຊຶ່ງເປຕະນັ້ນຢູ່ໄປມາ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສັຕນັ້ນເຄີຍເປັນຄົນຂ້າງົວ ຢູ່ໃນພຣະນະຄອນຣາຊະຄຶນີ້ເອງ... .
.... .... .... ....

໓. ມັງສະປິນດະເປຕະ

...ໄດ້ເຫັນ ມັງສະປິນດະເປຕະ ມີແຕ່ຕ່ອນຊີ້ນ ລອຍໄປໃນເວຫາ ຝູງແຮ້ງ ແຫຼວ ແລະນົກກະຕຸມພາກັນບິນເຈີດເຫວີ່ນຢູ່ເລື້ອຍລ້າຍໆ ຕອດສັບໂດຍແຮງ ຈີກດຶງ ຍາດແຍ້ງ ກະຝຶດຊຶ່ງເປຕະນັ້ນຢູ່ໄປມາ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສັຕນັ້ນເຄີຍເປັນຄົນຂ້ານົກ ຢູ່ໃນພຣະນະຄອນຣາຊະຄຶນີ້ເອງ... .
.... .... .... ....

໔. ນິດສະວິເປຕະ

...ໄດ້ເຫັນ ນິດສະວິເປຕະຊາຍ ບໍ່ມີຜິວໜັງ ລອຍໄປໃນເວຫາ ຝູງແຮ້ງ ແຫຼວ ແລະນົກກະຕຸມ ພາກັນບິນເຈີດເຫວີ່ນຢູ່ເລື້ອຍລ້າຍໆ ຕອດສັບໂດຍແຮງ ຈີກດຶງ ຍາດແຍ້ງ ກະຝຶດຊຶ່ງເປຕະນັ້ນຢູ່ໄປມາ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສັຕນັ້ນເຄີຍເປັນຄົນຂ້າແກະ ຢູ່ໃນພຣະນະຄອນຣາຊະຄຶນີ້ເອງ... .
.... .... .... ....

໕. ອະສິໂລມະເປຕະ

...ໄດ້ເຫັນ ອະສິໂລມະເປຕະຊາຍ ມີຂົນເປັນດາບ ລອຍໄປໃນເວຫາ ດາບເຫຼົ່ານັ້ນຂອງມັນ ຫຼຸດລອຍຂຶ້ນໄປແລ້ວຕົກລົງທີ່ກາຍຂອງມັນເອງ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສັຕນັ້ນເຄີຍເປັນຄົນຂ້າໝູ ຢູ່ໃນພຣະນະຄອນຣາຊະຄຶນີ້ເອງ... .
.... .... .... ....

໖. ສັຕຕິໂລມະເປຕະ

...ໄດ້ເຫັນ ສັຕຕິໂລມະເປຕະຊາຍ ມີຂົນເປັນຫອກ ລອຍໄປໃນເວຫາ ຫອກເຫຼົ່ານັ້ນຂອງມັນ ຫຼຸດລອຍຂຶ້ນໄປແລ້ວຕົກລົງທີ່ກາຍຂອງມັນເອງ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສັຕນັ້ນເຄີຍເປັນຄົນຂ້າສັຕ ຢູ່ໃນພຣະນະຄອນຣາຊະຄຶນີ້ເອງ... .
.... .... .... ....

໗. ອຸສຸໂລມະເປຕະ

...ໄດ້ເຫັນ ອຸສຸໂລມະເປຕະຊາຍ ມີຂົນເປັນລູກສອນ ລອຍໄປໃນເວຫາ ລູກສອນເຫຼົ່ານັ້ນຂອງມັນ ຫຼຸດລອຍຂຶ້ນໄປແລ້ວຕົກລົງທີ່ກາຍຂອງມັນເອງ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສັຕນັ້ນເຄີຍເປັນເພັດຊະຄາຕ ຢູ່ໃນພຣະນະຄອນຣາຊະຄຶນີ້ເອງ... .
.... .... .... ....

໘. ສຸຈິໂລມະເປຕະ

...ໄດ້ເຫັນ ສຸຈິໂລມະເປຕະຊາຍ ມີຂົນເປັນເຂັມ ລອຍໄປໃນເວຫາ ເຂັມເຫຼົ່ານັ້ນຂອງມັນ ຫຼຸດລອຍຂຶ້ນໄປແລ້ວ ຕົກລົງທີ່ກາຍຂອງມັນເອງ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສັຕນັ້ນເຄີຍເປັນຄົນຝຶກມ້າ ຢູ່ໃນພຣະນະຄອນຣາຊະຄຶນີ້ເອງ... .
.... .... .... ....

໙. ສູຈະກະເປຕະ

...ໄດ້ເຫັນ ສູຈະກະໂລມະເປຕະຊາຍ ມີຂົນເປັນເຂັມ ລອຍໄປໃນເວຫາ ເຂັມເຫຼົ່ານັ້ນຂອງມັນສຽບແທງເຂົ້າໄປໃນຫົວ ແລ້ວອອກທາງປາກ ສຽບແທງເຂົ້າໄປໃນປາກ ແລ້ວອອກທາງເອິກ ສຽບແທງເຂົ້າໄປໃນເອິກ ແລ້ວອອກທາງປາກ ສຽບແທງເຂົ້າໄປໃນປາກ ແລ້ວອອກທາງເອິກ ສຽບແທງເຂົ້າໄປໃນເອິກ ແລ້ວອອກທາງທ້ອງ ສຽບແທງເຂົ້າໄປໃນທ້ອງ ແລ້ວອອກທາງຂາທັງສອງ ສຽບແທງເຂົ້າໄປໃນຂາທັງສອງ ແລ້ວອອກທາງແຂ່ງທັງສອງ ສຽບແທງເຂົ້າໄປໃນແຂ່ງທັງສອງ ແລ້ວອອກທາງຕີນທັງສອງ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .


ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສັຕນັ້ນເຄີຍເປັນຄົນມັກເວົ້າຈາສໍ່ສຽດ ຢູ່ໃນພຣະນະຄອນຣາຊະຄຶນີ້ເອງ... .
.... .... .... ....

໑໐. ກຸມພັນດະເປຕະ

...ໄດ້ເຫັນກຸມພັນດະເປຕະຊາຍ ມີອັນທະໃຫຍ່ສໍ່າໝໍ້ ລອຍໄປໃນເວຫາ ເປຕະນັ້ນແມ່ນເມື່ອຍ່າງໄປ ຍ່ອມຍົກອັນທະເຫຼົ່ານັ້ນແຫຼະ ຂຶ້ນພາດບ່າຍ່າງໄປ ແມ່ນເມື່ອນັ່ງກໍຍ່ອມນັ່ງເທິງອັນທະເຫຼົ່ານັ້ນແຫຼະ ຝູງແຮ້ງ ແຫຼວ ແລະນົກກະຕຸມພາກັນບິນເຈີດເຫວີ່ນຢູ່ເລື້ອຍລ້າຍໆ ຕອດສັບໂດຍແຮງ ຈີກດຶງ ຍາດແຍ້ງ ກະຝຶດຊຶ່ງເປຕະນັ້ນຢູ່ໄປມາ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສັຕນັ້ນເຄີຍເປັນໄອຍະການຕັດສິນຄະດີບໍ່ເປັນທັມ ຢູ່ໃນພຣະນະຄອນຣາຊະຄຶນີ້ເອງ... .
.... .... .... ....

໑໑. ຄູຖະນິມຸກຄະເປຕະ

...ໄດ້ເຫັນ ຄູຖະນິມຸກຄະເປຕະຊາຍ ຜູ້ຈົມຢູ່ໃນຂຸມຄູດຖ້ວມຫົວ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສັຕນັ້ນເຄີຍເປັນຊູ້ກັບພັນຣະຍາຜູ້ອື່ນ ຢູ່ໃນພຣະນະຄອນຣາຊະຄຶນີ້ເອງ... .
.... .... .... ....

໑໒. ຄູຖະຂາດິເປຕະ

...ໄດ້ເຫັນ ຄູຖະຂາດິເປຕະຊາຍ ຜູ້ຈົມຢູ່ໃນຂຸມຄູດຖ້ວມຫົວ ກໍາລັງເອົາມືທັງສອງກອບຟາຍຄູດກິນຢູ່... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສັຕນັ້ນເຄີຍເປັນພຣາມຜູ້ຊົ່ວຮ້າຍ ຢູ່ໃນພຣະນະຄອນຣາຊະຄຶນີ້ເອງ ຄັ້ງສາສນາພຣະກັສສະປະສັມມາສັມພຸດທະເຈົ້າ ພຣາມນັ້ນນິມົນພຣະພິກຂຸສົງຄ໌ດ້ວຍພັຕຕາຫານແລ້ວ ຖອກຄູດລົງໃນຮາງຈົນເຕັມ ສັ່ງຄົນໃຫ້ໄປບອກພັຕຕະກາລະ ແລ້ວໄດ້ກ່າວຄໍານີ້ວ່າ “ຂໍທ່ານຜູ້ຈະເຣີນທັງຫຼາຍ ! ຈົ່ງສັນອາຫານ ແລະຕັກເອົາໄປໃຫ້ພໍແກ່ຄວາມຕ້ອງການຈາກສະຖານທີ່ນີ້” ດ້ວຍວິບາກແຫ່ງກັມນັ້ນ ເຂົາໝົກ ໄໝ້ຢູ່ໃນນະຣົກຫຼາຍປີ ຫຼາຍຮ້ອຽປີ ຫຼາຍພັນປີ ຫຼາຍແສນປີ ແລ້ວໄດ້ປະສົບອັຕຕະພາບເຊັ່ນນີ້ ດ້ວຍວິບາກແຫ່ງກັມນັ້ນແຫຼະ ທີ່ຍັງເປັນສ່ວນເຫຼືອຢູ່... .
.... .... .... ....
ພຸດທະວະຈະນະ - ໝວດທັມ

໑໓. ນິດສາວິຕະຖີເປຕະ

...ໄດ້ເຫັນ ນິດສາວິຕະຖີເປຕະຍິງ ບໍ່ມີຜິວໜັງ ລອຍໄປໃນເວຫາ ຝູງແຮ້ງ ແຫຼວ ແລະນົກກະຕຸມ ພາກັນບິນເຈີດເຫວີ່ນຢູ່ເລື້ອຍລ້າຍໆ ຕອດສັບໂດຍແຮງ ຈີກດຶງ ຍາດແຍ້ງ ກະຝຶດຊຶ່ງເປຕະຍິງນັ້ນຢູ່ໄປມາ ເປຕະຍິງນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ເປຕະຍິງນັ້ນເຄີຍເປັນຍິງປະພຶດນອກໃຈສາມີ ຢູ່ໃນພຣະນະຄອນຣາຊະຄຶນີ້ເອງ ດ້ວຍວິບາກແຫ່ງກັມນັ້ນ ເຂົາໝົກໄໝ້ຢູ່ໃນນະຣົກຫຼາຍປີ ຫຼາຍຮ້ອຽປີ ຫຼາຍພັນປີ ຫຼາຍແສນປີ ແລ້ວໄດ້ປະສົບອັຕຕະພາບເຊັ່ນນີ້ ດ້ວຍວິບາກແຫ່ງກັມນັ້ນແຫຼະ ທີ່ຍັງເປັນສ່ວນເຫຼືອຢູ່... .
.... .... .... ....

໑໔. ມັງຄຸລິຕະຖີເປຕະ

...ໄດ້ເຫັນ ມັງຄຸລິຕະຖີເປຕະຍິງ ມີຮູບຮ່າງໜ້າກຽດ ມີກິ່ນເໝັນ ລອຍໄປໃນເວຫາ ຝູງແຮ້ງ ແຫຼວ ແລະນົກກະຕຸມ ພາກັນບິນເຈີດເຫວີ່ນຢູ່ເລື້ອຍລ້າຍໆ ຕອດສັບໂດຍແຮງ ຈີກດຶງ ຍາດແຍ້ງ ກະຝຶດຊຶ່ງເປຕະຍິງນັ້ນຢູ່ໄປມາ ເປຕະຍິງນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ເປຕະຍິງນັ້ນເຄີຍເປັນຍິງໝໍດູ (ອັກຂະນິກາ) ຢູ່ໃນພຣະນະຄອນຣາຊະຄຶນີ້ເອງ... .
.... .... .... ....

໑໕. ໂອກິລິນີເປຕະ

...ໄດ້ເຫັນ ໂອກິລິນີເປຕະຍິງ ມີຮ່າງກາຍຖືກໄຟລວກ ມີນໍ້າເຫື່ອໄຫຼຍ້ອຍ ມີຖ່ານໄຟໂຮຍລົງ ລອຍໄປໃນເວຫາ ເປຕະຍິງນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ເປຕະຍິງນັ້ນເຄີຍເປັນອັກຄະຣະມະເຫສີຂອງພຣະເຈົ້າກາລິງຄະ ນາງເປັນຄົນຂີ້ຫຶງ ໄດ້ເອົາໝໍ້ກະທະເຕັມດ້ວຍຖ່ານໄຟ ຖອກງວມສະຕຣີຮ່ວມສາມີ... .
.... .... .... ....

໑໖. ອະສິສະກະພັນດະເປຕະ

...ໄດ້ເຫັນ ອະສິສະກະພັນດະເປຕະ ມີຫົວກຸດ ລອຍໄປໃນເວຫາ ຕາແລະປາກຂອງມັນຢູ່ທີ່ເອິກ ຝູງແຮ້ງ ແຫຼວ ແລະນົກກະຕຸມພາກັນບິນເຈີດເຫວີ່ນຢູ່ເລື້ອຍລ້າຍໆ ຕອດສັບໂດຍແຮງ ຈີກດຶງ ຍາດແຍ້ງ ກະຝຶດຊຶ່ງເປຕະນັ້ນຢູ່ໄປມາ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສັຕນັ້ນເຄີຍເປັນເພັດຊະຄາຕ ຜູ້ຂ້າໂຈຣ ຊື່ທາມະຣິກະ ຢູ່ໃນເມືອງຣາຊະຄຶນີ້ເອງ ... .
.... .... .... ....

໑໗. ພິກຂຸເປຕະ

...ໄດ້ເຫັນ ພິກຂຸເປຕະ ລອຍໄປໃນເວຫາ ສັງຄາຕິ ບາຕ ສາຍປະຄົດ ແລະຮ່າງກາຍຂອງມັນຖືກໄຟໄໝ້ລຸກຮຸ່ງ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ພິກຂຸເປຕະນັ້ນເຄີຍເປັນພິກຂຸຜູ້ຊົ່ວຮ້າຍ ໃນສາສນາຂອງພຣະກັສສະປະສັມມາສັມພຸດທະເຈົ້າ ... .
.... .... .... ....

໑໘. ພິກຂຸນີເປຕະ

...ໄດ້ເຫັນ ພິກຂຸນີເປຕະ ລອຍໄປໃນເວຫາ ສັງຄາຕິ ບາຕ ສາຍປະຄົດ ແລະຮ່າງກາຍຂອງມັນຖືກໄຟໄໝ້ລຸກຮຸ່ງ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ພິກຂຸນີເປຕະນັ້ນເຄີຍເປັນພິກຂຸນີຜູ້ຊົ່ວຮ້າຍ ໃນສາສນາຂອງພຣະກັສສະປະສັມມາສັມພຸດທະເຈົ້າ ... .
.... .... .... ....
ເປີດທັມທີ່ຖືກປົກປິດ : ພົບພູມ

໑໙. ສິກຂະມານາເປຕະ

...ໄດ້ເຫັນ ສິກຂະມານາເປຕະ ລອຍໄປໃນເວຫາ ສັງຄາຕິ ບາຕ ສາຍປະຄົດ ແລະຮ່າງກາຍຂອງມັນຖືກໄຟໄໝ້ລຸກຮຸ່ງ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສິກຂະມານາເປຕະນັ້ນເຄີຍເປັນສິກຂະມານາຜູ້ຊົ່ວຮ້າຍ ໃນສາສນາຂອງພຣະກັສສະປະສັມມາສັມພຸດທະເຈົ້າ ... .
.... .... .... ....
໒໐. ສາມະເນຣະເປຕະ

...ໄດ້ເຫັນ ສາມະເນຣະເປຕະ ລອຍໄປໃນເວຫາ ສັງຄາຕິ ບາຕ ສາຍປະຄົດ ແລະຮ່າງກາຍຂອງມັນຖືກໄຟໄໝ້ລຸກຮຸ່ງ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສາມະເນຣະເປຕະນັ້ນເຄີຍເປັນສາມະເນຣະຜູ້ຊົ່ວຮ້າຍ ໃນສາສນາຂອງພຣະກັສສະປະສັມມາສັມພຸດທະເຈົ້າ ... .
.... .... .... ....

໒໑. ສາມະເນຣີເປຕະ

...ໄດ້ເຫັນ ສາມະເນຣີເປຕະ ລອຍໄປໃນເວຫາ ສັງຄາຕິ ບາຕ ສາຍປະຄົດ ແລະຮ່າງກາຍຂອງມັນຖືກໄຟໄໝ້ລຸກຮຸ່ງ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ... .

ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ... ສາມະເນຣີເປຕະນັ້ນເຄີຍເປັນສາມະເນຣີຜູ້ຊົ່ວຮ້າຍ ໃນສາສນາຂອງພຣະກັສສະປະສັມມາສັມພຸດທະເຈົ້າ ... .
.... .... .... ....
(ໃນສູຕອື່ນກໍມີຕຣັດເຖິງເລື່ອງນີ້ເຊັ່ນກັນ ແຕ່ມີຕ່າງກັນບ່ອນທີ່ໃນບາລີບໍ່ມີຄໍາວ່າ ເປໂຕ (ເປຕະ) ນິທານ. ສັງ. ໑໖/໒໙໘/໖໓໗.)

- ບາລີ ມຫາວິ. ວິ. ໑/໒໑໐/໒໙໕.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ