ອະນຸໄສທັງສາມເກີດໄດ້ແມ່ນແຕ່ເມື່ອສະເຫວີຍທຸກຂະເວທະນາ

ຂັນ 5

0:00/0:00
ພິກຂຸ ທ. ! ປຸຖຸຊົນ ຜູ້ບໍ່ມີການສະດັບ ກໍສະເຫວີຍສຸຂະເວທະນາແດ່ທຸກຂະ ເວທະນາແດ່ ອະທຸກຂະມະສຸຂະເວທະນາແດ່. ເຖິງແມ່ນອະຣິຍະສາວົກ ຜູ້ມີການສະດັບ ກໍສະເຫວີຍສຸຂະເວທະນາແດ່ ທຸກຂະເວທະນາແດ່ ອະທຸກຂະມະສຸຂະເວທະນາແດ່. ພິກຂຸ ທ. ! ເມື່ອເປັນເຊັ່ນນັ້ນ ໃນລະຫວ່າງອະຣິຍະສາວົກຜູ້ມີການສະດັບ ກັບປຸຖຸຊົນຜູ້ບໍ່ມີການສະດັບ ດັ່ງທີ່ກ່າວມານີ້ ອັນໃດ ເປັນຄວາມຜິດແປກແຕກຕ່າງກັນ ອັນໃດເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ອັນໃດເປັນເຫຕທີ່ແຕກຕ່າງກັນ ລະຫວ່າງອະຣິຍະສາວົກຜູ້ມີການສະດັບ ຈາກປຸຖຸຊົນຜູ້ບໍ່ມີການສະດັບ ?

ພິກຂຸທັງຫຼາຍເຫຼົ່ານັ້ນ ຂາບທູນໄຫວ້ວອນວ່າ “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທັມທັງຫຼາຍຂອງພວກຂ້ານ້ອຍ ມີພຣະຜູ້ມີພຣະພາຄເປັນມູນ ມີພຣະຜູ້ມີພຣະພາຄເປັນຜູ້ນໍາ ມີພຣະຜູ້ມີພຣະພາຄເປັນທີ່ເພິ່ງ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເປັນການອັນຄວນແລ້ວໜໍ ຂໍໃຫ້ອັຕຖະແຫ່ງພາສິຕນັ້ນ ຈົ່ງແຈ່ມແຈ້ງ ຈາກພຣະຜູ້ມີພຣະພາຄເອງເຖີ້ນ ພິກຂຸທັງຫຼາຍ ໄດ້ຟັງຈາກພຣະຜູ້ມີພຣະພາຄແລ້ວ ຈະຊົງຈໍາໄວ້” ດັ່ງນີ້.

ພິກຂຸ ທ. ! ປຸຖຸຊົນຜູ້ບໍ່ມີການສະດັບ ອັນທຸກຂະເວທະນາຖືກຕ້ອງຢູ່ ຍ່ອມເສົ້າໂສກ ຍ່ອມກະວົນກະວາຍ ຍ່ອມຮໍ່າໄຮລໍາພັນ ເປັນຜູ້ຕີເອິກຮ້ອງໄຫ້ ເຖິງຄວາມມີສະຕິຟັ່ນເຟືອນ; ເຂົາຍ່ອມສະເຫວີຍຊຶ່ງເວທະນາທັງ ໒ ຝ່າຍຄື ເວທະນາທັງທາງກາຍ ແລະທາງຈິຕ.

ພິກຂຸ ທ. ! ປຽບເໝືອນບຸຣຸສ ຍ່ອມຍິງບຸຣຸສດ້ວຍລູກສອນ ແລ້ວຍ່ອມຍິງຊ້ຳຊຶ່ງບຸຣຸສນັ້ນ ດ້ວຍລູກສອນທີສອງອີກ ບຸຣຸສຜູ້ຖືກຍິງ ດ້ວຍລູກສອນສອງລູກເຊັ່ນນີ້ ຍ່ອມສະເຫວີຍເວທະນາ ທາງກາຍດ້ວຍ ທາງຈິຕດ້ວຍ, ແມ່ນວ່າເຊັ່ນໃດ; ພິກຂຸ ທ. ! ປຸຖຸຊົນ ຜູ້ບໍ່ມີການສະດັບ ກໍເປັນເຊັ່ນນັ້ນ ຄືເມື່ອທຸກຂະເວທະນາຖືກຕ້ອງຢູ່ ຍ່ອມເສົ້າໂສກ ຍ່ອມກະວົນກະວາຍ ຍ່ອມຮໍ່າໄຮລໍາພັນ ເປັນຜູ້ຕີເອິກຮ້ອງໄຫ້ ເຖິງຄວາມມີສະຕິຟັ່ນເຟືອນຢູ່; ຊື່ວ່າເຂົາຍ່ອມສະເຫວີຍຊຶ່ງເວທະນາທັງສອງຢ່າງ ຄືທັງທາງກາຍ ແລະທາງຈິຕ. ເຂົາເປັນຜູ້ມີປະຕິຄະ ເພາະທຸກຂະເວທະນານັ້ນນັ້ນເອງ. ປະຕິຄານຸໄສ ອັນໃດ ອັນເກີດຈາກທຸກຂະເວທະນາ, ປະຕິຄານຸໄສອັນນັ້ນ ກໍຍ່ອມນອນຕາມຊຶ່ງປຸຖຸຊົນນັ້ນ ຜູ້ມີປະຕິຄະດ້ວຍທຸກຂະເວທະນາ. ປຸຖຸຊົນນັ້ນ ອັນທຸກຂະເວທະນາຖືກຕ້ອງຢູ່ ຍ່ອມຈະ (ນ້ອມນຶກ) ພໍໃຈຊຶ່ງກາມະສຸຂ. ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະເຫຕວ່າ ປຸຖຸຊົນ ຜູ້ບໍ່ມີການສະດັບ ຍ່ອມບໍ່ຮູ້ແຈ່ມແຈ້ງອຸບາຍເຄື່ອງປົດປ່ອຍ ຊຶ່ງທຸກຂະເວທະນາອື່ນ ນອກໄປຈາກກາມະສຸຂ. ເມື່ອປຸຖຸຊົນນັ້ນ ພໍໃຈຍິ່ງຢູ່ ຊຶ່ງກາມະສຸຂ, ຣາຄານຸໄສອັນໃດ ອັນເກີດຈາກສຸຂະເວທະນາ, ຣາຄານຸໄສອັນນັ້ນ ຍ່ອມນອນຕາມ ຊຶ່ງປຸຖຸຊົນນັ້ນ. ປຸຖຸຊົນນັ້ນ ຍ່ອມບໍ່ຮູ້ແຈ່ມແຈ້ງ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງເວທະນາ ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ ຊຶ່ງສະເໜ່ ຊຶ່ງໂທດອັນຕໍ່າຊາມ ແລະຊຶ່ງອຸບາຍ ເປັນເຄື່ອງອອກຫວິດພົ້ນແຫ່ງເວທະນາທັງຫຼາຍເຫຼົ່ານັ້ນ ຕາມທີ່ເປັນຈິງ. ເມື່ອປຸຖຸຊົນນັ້ນ ບໍ່ຮູ້ແຈ່ມແຈ້ງຢູ່ ຊຶ່ງເຫຕໃຫ້ເກີດຂຶ້ນ ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ ຊຶ່ງສະເໜ່ ຊຶ່ງໂທດອັນຕໍ່າຊາມ ແລະຊຶ່ງອຸບາຍເປັນເຄື່ອງອອກຫວິດພົ້ນ ແຫ່ງເວທະນາທັງຫຼາຍເຫຼົ່ານັ້ນ ຕາມທີ່ເປັນຈິງຢູ່. ອະວິຊຊານຸໄສອັນໃດ ອັນເກີດຈາກອະທຸຂະມະສຸຂະເວທະນາ. ອະວິຊຊານຸໄສອັນນັ້ນ ຍ່ອມນອນຕາມຊຶ່ງປຸຖຸຊົນນັ້ນ. ປຸຖຸຊົນນັ້ນ ຖ້າສະເຫວີຍສຸຂະເວທະນາ ຍ່ອມເປັນຜູ້ຕິດພັນ (ໃນເວທະນາ) ສະເຫວີຍເວທະນານັ້ນ; ຖ້າສະເຫວີຍທຸກຂະເວທະນາ ກໍເປັນຜູ້ຕິດພັນສະເຫວີຍເວທະນານັ້ນ; ຖ້າສະເຫວີຍອະທຸກຂະມະສຸຂະເວທະນາ ກໍເປັນຜູ້ຕິດພັນ ສະເຫວີຍເວທະນານັ້ນ.

ພິກຂຸ ທ. ! ປຸຖຸຊົນຜູ້ບໍ່ມີການສະດັບນີ້ ເຮົາກ່າວວ່າ ເປັນຜູ້ຕິດພັນແລ້ວດ້ວຍຊາດ ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ; ເຮົາກ່າວວ່າ ເປັນຜູ້ຕິດພັນແລ້ວ ດ້ວຍທຸກຂ໌ດັ່ງນີ້.

- ສລາ. ສັງ. ໑໘/໒໕໗-໒໕໘/໓໖໙-໓໗໐.

ລາຍລະອຽດທີ່ຄວນສຶກສາ ກ່ຽວກັບອາສະວະ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໓໕໒)

ພິກຂຸ ທ. ! ທີ່ເຮົາກ່າວວ່າ “ອາສະວະ ນິທານສັມພະວະແຫ່ງອາສະວະ ເວມັຕຕະຕາແຫ່ງອາສະວະ ວິບາກແຫ່ງອາສະວະ ນິໂຣດແຫ່ງອາສະວະ ປະຕິປະທາໃຫ້ເຖິງຊຶ່ງນິໂຣດແຫ່ງອາສະວະ ເປັນສິ່ງທີ່ຄວນຮູ້ແຈ້ງ” ນັ້ນເຮົາກ່າວໝາຍເຖິງ ອາສະວະໃດໜໍ ? ພິກຂຸ ທ. ! ອາສະວະ ໓ ຢ່າງເຫຼົ່ານີ້ ມີຢູ່ຄື : ກາມາສະວະ ພະວາສະວະ ອະວິຊຊາສະວະ.

ພິກຂຸ ທ. ! ນິທານສັມພະວະ (ເຫຕເປັນແດນເກີດ) ແຫ່ງອາສະວະ ເປັນແນວໃດໜໍ ? ພິກຂຸ ທ. ! ອະວິຊຊາ ເປັນນິທານສັມພະວະແຫ່ງ ອາສະວະ.

ພິກຂຸ ທ. ! ເວມັຕຕະຕາ (ປະມານຕ່າງໆ) ແຫ່ງອາສະວະເປັນແນວໃດໜໍ ? ພິກຂຸ ທ. ! ອາສະວະນໍາໄປສູ່ນະຣົກກໍມີ ອາສະວະນໍາໄປສູ່ກໍາເນີດເດຣັດສານກໍມີ ອາສະວະນໍາໄປສູ່ເປຕະວິໄສກໍມີ ອາສະວະນໍາໄປສູ່ມະນຸສສ໌ສະໂລກກໍມີ ອາສະວະນໍາໄປສູ່ເທວະໂລກກໍມີ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ເວມັຕຕະຕາແຫ່ງອາສະວະ.

ພິກຂຸ ທ. ! ວິບາກແຫ່ງອາສະວະ ເປັນແນວໃດໜໍ ? ພິກຂຸ ທ. ! ຂໍ້ທີ່ບຸຄຄົລເຖິງຊຶ່ງອະວິຊຊາແລ້ວ ເຂົາເຮັດອັຕຕະພາບ ອັນເກີດຈາກອະວິຊຊານັ້ນໆ ໃຫ້ເກີດຂຶ້ນ໑ ເປັນອັຕຕະພາບ ມີສ່ວນແຫ່ງບຸນຍ໌ກໍດີ ມີສ່ວນແຫ່ງອະບຸນຍ໌ກໍດີ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ວິບາກແຫ່ງອາສະວະ.

ພິກຂຸ ທ. ! ນິໂຣດ (ຄວາມດັບ) ແຫ່ງອາສະວະ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມດັບແຫ່ງອາສະວະ ມີເພາະຄວາມດັບແຫ່ງ ອະວິຊຊາ. ອະຣິຍະອັຕຖັງຄິກະມັຄຄະນີ້ ນັ້ນແລ ເປັນປະຕິປະທາໃຫ້ເຖິງຊຶ່ງນິໂຣດແຫ່ງອາສະວະ; ປະຕິປະທານັ້ນໄດ້ແກ່ ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.

ພິກຂຸ ທ. ! ໃນກາລະໃດແລ ອະຣິຍະສາວົກ ຍ່ອມຮູ້ແຈ່ມແຈ້ງ ຊຶ່ງອາສະວະເຊັ່ນນີ້, ຮູ້ແຈ່ມແຈ້ງ ຊຶ່ງນິທານສັມພະວະ ແຫ່ງອາສະວະເຊັ່ນນີ້, ຮູ້ແຈ່ມແຈ້ງ ຊຶ່ງເວມັຕຕະຕາແຫ່ງອາສະວະເຊັ່ນນີ້ ຮູ້ແຈ່ມແຈ້ງ ຊຶ່ງວິບາກແຫ່ງອາສະວະເຊັ່ນນີ້, ຮູ້ແຈ່ມແຈ້ງ ຊຶ່ງນິໂຣດ ແຫ່ງອາສະວະເຊັ່ນນີ້,

໑. ຂໍ້ຄວາມນີ້ໃຊ້ໄດ້ທັງພາສາຄົນ ແລະພາສາທັມ : ພາສາຄົນ ກໍຄືເກີດໃໝ່ຫຼັງຈາກຕາຍແລ້ວດັ່ງທີ່ຮູ້ກັນຢູ່;
ຖ້າເປັນພາສາທັມ ກໍຄືອັຕຕະພາບປັຈຈຸບັນຂອງເຂົານັ້ນ ເກີດປ່ຽນເປັນບຸນຍ໌ຫຼືບາບ ຕາມສົມຄວນແກ່
ອຸປາທານ ທີ່ເກີດຂຶ້ນຈາກອະວິຊຊານັ້ນໆ ໂດຍທີ່ຍັງບໍ່ຕ້ອງຕາຍ; ທັງໝົດນີ້ແລ້ວແຕ່ຜູ້ສຶກສາ ຈະຖືເອົາຄວາມໝາຍໃດ.
ແຈ່ມແຈ້ງ ຊຶ່ງປະຕິປະທາໃຫ້ເຖິງຊຶ່ງນິໂຣດແຫ່ງອາສະວະເຊັ່ນນີ້; ໃນກາລະນັ້ນ ອະຣິຍະສາວົກນັ້ນ ຍ່ອມຮູ້ແຈ່ມແຈ້ງຊຶ່ງພຣົມມະຈັນຣຍ໌ນີ້ ອັນເປັນເຄື່ອງເຈາະແທງກິເລສ ວ່າເປັນນິໂຣດແຫ່ງອາສະວະ.

- ສັກກ. ອັງ. ໒໒/໔໖໒-໔໖໓/໓໓໔.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ