ອາການເກີດແຫ່ງຄວາມທຸກ (ອີກປະຣິຍາຍໜຶ່ງ) (ຊົງສະແດງດ້ວຍນັນທິ)

ປະຕິຈະສະມຸບາດ

0:00/0:00
ພິກຂຸ ທ. ! ພິກຂຸນັ້ນ ຍ່ອມເພີດເພີນ ຍ່ອມພໍ່າສັນເສີນ ຍ່ອມເມົາມົກຢູ່ຊຶ່ງ ຮູບ. ເມື່ອພິກຂຸນັ້ນເພີດເພີນ ພໍ່າສັນເສີນ ເມົາມົກຢູ່ຊຶ່ງ ຮູບ, ນັນທິ (ຄວາມເພີນ) ຍ່ອມເກີດຂຶ້ນ. ຄວາມເພີນໃດໃນຮູບ, ຄວາມເພີນນັ້ນຄື ອຸປາທານ. ເພາະອຸປາທານຂອງພິກຂຸນັ້ນເປັນປັຈຈັຍ ຈຶ່ງມີພົບ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາດ; ເພາະມີຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນພ້ອມ : ຄວາມເກີດຂຶ້ນແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການ ດັ່ງນີ້.
(ໃນກໍລະນີ ແຫ່ງ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍມີຂໍ້ຄວາມ ທີ່ຕຣັດເຊັ່ນດຽວກັບ ໃນກໍລະນີແຫ່ງຮູບ).

- ຂັນທະ. ສັງ. ໑໗/໑໘/໒໘.

ອາການເກີດແຫ່ງຄວາມທຸກຂ໌ (ອີກປະຣິຍາຍໜຶ່ງ)
(ຊົງສະແດງດ້ວຍສັນທະຣາຄະ)

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂ້ານ້ອຍ ຂໍໂອກາດ ຂໍພຣະຜູ້ມີພຣະພາຄ ຈົ່ງຊົງສະແດງຊຶ່ງຄວາມເກີດ ແລະຄວາມດັບໄປ ແຫ່ງທຸກຂ໌ ແກ່ຂ້ານ້ອຍເຖີ້ນ.”

ຄາມະນິ ! ຖ້າເຮົາຈະສະແດງ ຄວາມເກີດ ແລະຄວາມດັບແຫ່ງທຸກຂ໌ແກ່ທ່ານ ປາຣົບອະດີຕະກາລະຍາວໄກ ວ່າມັນໄດ້ມີແລ້ວເຊັ່ນນີ້ ໃນອະດີຕະກາລດັ່ງນີ້ແລ້ວ, ຄວາມສົງໄສ ຄຸ້ມຄິດ ໃນຂໍ້ນັ້ນ ກໍຈະຍ່ອມມີແກ່ທ່ານ. ຖ້າເຮົາຈະສະແດງຄວາມເກີດ ແລະຄວາມດັບແຫ່ງທຸກຂ໌ ປາຣົບອະນາຄົຕຕະກາລະຍາວໄກ ວ່າມັນໄດ້ມີແລ້ວເຊັ່ນນີ້ ໃນອະນາຄົຕຕະກາລດັ່ງນີ້ແລ້ວ, ຄວາມສົງໄສ ຄຸ້ມຄິດ ເຖິງແມ່ນໃນຂໍ້ນັ້ນ ກໍຈະຍ່ອມມີແກ່ທ່ານ. ເອົາລະ ຄາມະນິ ! ເຮົານັ່ງຢູ່ບ່ອນນີ້ ຈະສະແດງຄວາມເກີດ ແລະຄວາມດັບແຫ່ງທຸກຂ໌ ແກ່ທ່ານຜູ້ນັ່ງຢູ່ບ່ອນນີ້ດ້ວຍກັນ, ທ່ານຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ, ເຮົາຈະກ່າວ.

ຄາມະນິ ! ທ່ານຈະສໍາຄັນ ຄວາມຂໍ້ນີ້ວ່າແນວໃດ : ມີບໍ່ ມະນຸສສ໌ໃນໝູ່ບ້ານອຸຣຸເວລະກັບປະນີ້ ທີ່ຖືກຂ້າ ຖືກຈັບຂັງ ຖືກເຮັດໃຫ້ເສື່ອມເສຍ ຖືກຕິຕຽນແລ້ວ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະ ຈະເກີດຂຶ້ນແກ່ທ່ານ ? “ມີຂ້ານ້ອຍ !”

ຄາມະນິ ! ມີບໍ່ ມະນຸສສ໌ໃນໝູ່ບ້ານອຸຣຸເວລະກັບປະນີ້ ທີ່ຖືກຂ້າ ຖືກຈັບຂັງຖືກເຮັດໃຫ້ເສື່ອມເສຍ ຖືກຕິຕຽນແລ້ວ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະ ຈະບໍ່ເກີດຂຶ້ນແກ່ທ່ານ ? “ມີ ຂ້ານ້ອຍ !”

ຄາມະນິ ! ອັນໃດເປັນເຫຕ ອັນໃດເປັນປັຈຈັຍ ທີ່ຄວາມໂສກ (ເປັນຕົ້ນ)ເກີດຂຶ້ນແກ່ທ່ານ ເພາະມະນຸສສ໌ພວກໜຶ່ງ ແລະບໍ່ເກີດຂຶ້ນແກ່ທ່ານ ເພາະມະນຸສສ໌ພວກໜຶ່ງ ?

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເພາະວ່າ ສັນທະຣາຄະຂອງຂ້ານ້ອຍມີຢູ່ ໃນໝູ່ມະນຸສສ໌ ທີ່ເຮັດໃຫ້ຄວາມໂສກ (ເປັນຕົ້ນ) ເກີດຂຶ້ນແກ່ຂ້ານ້ອຍ ແລະສັນທະຣາຄະຂອງຂ້ານ້ອຍ ບໍ່ມີຢູ່ ໃນໝູ່ມະນຸສສ໌ ທີ່ບໍ່ເຮັດໃຫ້ຄວາມໂສກ (ເປັນຕົ້ນ) ເກີດຂຶ້ນແກ່ຂ້ານ້ອຍ.

ຄາມະນິ ! ດ້ວຍທັມນີ້ ອັນທ່ານເຫັນແລ້ວ ຮູ້ແຈ້ງແລ້ວ ບັນລຸແລ້ວ ຢັ່ງລົງທົ່ວເຖິງແລ້ວ ອັນບໍ່ຂຶ້ນຢູ່ກັບເວລາ ທ່ານຈົ່ງນໍາໄປ ຊຶ່ງນັຍຍະນີ້ສູ່ທັມ ໃນອະດີຕ ແລະອະນາຄົຕວ່າ “ທຸກຂ໌ໃດໆ ທີ່ເກີດຂຶ້ນແລ້ວໃນອະດີຕ ທຸກຂ໌ທັງໝົດນັ້ນ ມີສັນທະເປັນມູນ ມີສັນທະເປັນເຫຕ ເພາະວ່າ ສັນທະເປັນມູນເຫຕແຫ່ງທຸກຂ໌; ແລະທຸກຂ໌ໃດໆ ອັນຈະເກີດຂຶ້ນໃນອະນາຄົຕ ທຸກຂ໌ທັງໝົດນັ້ນ ກໍມີສັນທະເປັນມູນ ມີສັນທະເປັນເຫຕເພາະວ່າ ສັນທະເປັນມູນເຫຕແຫ່ງທຸກຂ໌,” ດັ່ງນີ້.

- ສະລາ. ສັງ. ໑໘/໔໐໓/໖໒໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ