ພົບ ເປັນແນວໃດ

ພົບພູມ

0:00/0:00
ພິກຂຸທັງຫຼາຍ ! ພົບ໑ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ພົບທັງຫຼາຍ ໓ ຢ່າງເຫຼົ່ານີ້ຄື
ກາມະພົບ ຮູບພົບ ອະຮູບພົບ.໒
ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ພົບ .
ຄວາມກໍ່ຂຶ້ນພ້ອມແຫ່ງພົບ ຍ່ອມມີ
ເພາະຄວາມກໍ່ຂຶ້ນພ້ອມແຫ່ງອຸປາທານ
ມັກຄະອັນປະກອບດ້ວຍອົງແປດອັນປະເສີດນັ້ນເອງ
ເປັນປະຕິປະທາໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງພົບ
ໄດ້ແກ່ສິ່ງເຫລົ່ານີ້ຄື
ຄວາມເຫັນຖືກຕ້ອງ ຄວາມດໍາຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິດຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.

- ບາລີ ນິທານ. ສັງ. ໑໖/໕໑/໙໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ