ຜູ້ຫຼຸດພົ້ນແລ້ວມີອຸປະມາ 5 ຢ່າງ

ທໍາໃນທີສຸດ

0:00/0:00
ພິກຂຸ ທ. ! ເມື່ອໃດ ພິກຂຸຫຼຸດພົ້ນແລ້ວ ເປັນເຈໂຕວິມຸຕຕິ ແລະປັນຍາວິມຸຕຕິ ; ພິກຂຸນີ້ເຮົາ :-
ເອີ້ນວ່າເປັນ “ຜູ້ຖອນຫຼິ້ມຂັດໄດ້ແລ້ວ” (ອຸກຂິຕຕະປະລິໂຄ) ດັ່ງນີ້ແດ່ ;
ເອີ້ນວ່າເປັນ “ຜູ້ຮື້ຮົ້ວລ້ອມອອກເສຍໄດ້” (ສັງກິນນະປະຣິກໂຂ) ດັ່ງນີ້ແດ່ ;
ເອີ້ນວ່າເປັນ “ຜູ້ຖອນເສົາລະບຽງຂຶ້ນເສຍໄດ້” (ອັບພຸເລຫະສິໂກ) ດັ່ງນີ້ແດ່ ;
ເອີ້ນວ່າເປັນ “ຜູ້ຖອດກອນປະຕູອອກເສຍໄດ້” (ນິຣັກຄະໂລ) ດັ່ງນີ້ແດ່ ;
ເອີ້ນວ່າເປັນ “ອະຣິຍະຜູ້ລົດທຸງ ປົງພາຣະ ປາສະຈາກເຄື່ອງຜູກພັນ” (ອະຣິໂຢ ປັນນັດດະໂຊ ປັນນະພາໂຣ ວິສັງຢຸຕໂຕ) ດັ່ງນີ້ແດ່.

ພິກຂຸ ທ. ! ພິກຂຸຊື່ວ່າ ຜູ້ຖອນຫຼິ້ມຂັດໄດ້ແລ້ວນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ມີ ອະວິຊຊາອັນລະຂາດແລ້ວ ເປັນອະວິຊຊາມີຮາກອັນຖອນຂຶ້ນແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານມີຂ້ວນຍອດອັນກຸດ ເຖິງຄວາມບໍ່ມີບໍ່ເປັນ ມີອັນບໍ່ເກີດຂຶ້ນໄດ້ອີກຕໍ່ໄປ ເປັນທັມມະດາ. ພິກຂຸ ທ. ! ເຊັ່ນນີ້ແລຊື່ວ່າ ຜູ້ຖອນຫຼິ້ມຂັດໄດ້ແລ້ວ.

ພິກຂຸ ທ. ! ພິກຂຸຊື່ວ່າ ຜູ້ຮື້ຮົ້ວລ້ອມອອກມາເສຍໄດ້ນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ມີຊາດສັງສາຣະ ເຄື່ອງນຳໄປສູ່ພົບໃໝ່ອັນລະຂາດແລ້ວ ເປັນຊາດສັງສາຣະມີຮາກອັນຖອນຂຶ້ນແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານ ມີຂ້ວນຍອດອັນກຸດ ເຖິງຄວາມບໍ່ມີບໍ່ເປັນ ມີອັນບໍ່ເກີດຂຶ້ນໄດ້ອີກຕໍ່ໄປເປັນທັມມະດາ. ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າ ຜູ້ຮື້ຮົ້ວລ້ອມອອກມາເສຍໄດ້.

ພິກຂຸ ທ. ! ພິກຂຸຊື່ວ່າ ຜູ້ຖອນເສົາລະບຽງຂຶ້ນໄດ້ນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ມີ ຕັນຫາອັນລະຂາດແລ້ວ ເປັນຕັນຫາມີຮາກອັນຖອນຂຶ້ນແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານ ມີຂ້ວນຍອດອັນກຸດ ເຖິງຄວາມບໍ່ມີບໍ່ເປັນ ມີອັນບໍ່ເກີດຂຶ້ນໄດ້ອີກຕໍ່ໄປເປັນທັມມະດາ. ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າ ຜູ້ຖອນເສົາລະບຽງຂຶ້ນເສຍໄດ້.

ພິກຂຸ ທ. ! ພິກຂຸຊື່ວ່າ ຜູ້ຖອດກອນປະຕູອອກເສຍໄດ້ນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ມີ ໂອຣັມພາຄິຍະສັນໂຍຊນ໌ທັງຫ້າ ອັນລະຂາດແລ້ວ ເປັນສັນໂຍຊນ໌ ມີຮາກອັນຖອນຂຶ້ນແລ້ວ, ເຮັດໃຫ້ເປັນເໝືອນຕົ້ນຕານມີຂ້ວນຍອດອັນກຸດ ເຖິງຄວາມບໍ່ມີບໍ່ເປັນ ມີອັນບໍ່ເກີດຂຶ້ນອີກຕໍ່ໄປເປັນທັມມະດາ. ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າ ຜູ້ຖອດກອນປະຕູອອກເສຍໄດ້.

ພິກຂຸ ທ. ! ພິກຂຸຊື່ວ່າ ເປັນອະຣິຍະ ຜູ້ລົດທຸງ ປົງພາຣະ ປາສະຈາກເຄື່ອງຜູກພັນນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍຣະນີນີ້ ມີ ອັສສະມິມານະອັນລະຂາດແລ້ວ ເປັນອັສສະມິມານະມີຮາກອັນຖອນຂຶ້ນແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານມີຂ້ວນຍອດອັນກຸດ ເຖິງຄວາມບໍ່ມີບໍ່ເປັນ ມີອັນບໍ່ເກີດຂຶ້ນອີກຕໍ່ໄປເປັນທັມມະດາ. ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າ ເປັນ ອະຣິຍະຜູ້ລົດທຸງ ປົງພາຣະ ປາສະຈາກເຄື່ອງຜູກພັນແລ.
- ປັນຈກ. ອັງ. ໒໒/໙໖/໗໑, ໗໒.

໑. ໃຫ້ຜູ້ສຶກສາປະຕິບັຕພິຈາຣະນາປຽບທຽບ “ປະຕິປະທາອັນສົມຄວນແກ່ການຮື້ຖອນ ຄວາມໝັ້ນໝາຍທັງປວງ” (ໃນອຣິຍະ.ໂອ.ຕົ້ນໜ້າ ໕໑໐) ກັບປະຕິປະທາ ໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງສັກກາຍະ (ໃນປະຕິຈຈ.ໂອ.ໜ້າ ໔໙໒) ວ່າເປັນປະຕິປະທາທີ່ສໍາຄັນຫຼາຍທີ່ສຸດ ເພາະນໍາເອົາມາໃຊ້ພິຈາຣະນາໄດ້ ທັງພາວະຂອງສົມມຸດ ແລະພາວະນິພພານ (ເບິ່ງຕົວຢ່າງໃນອຣິຍະ.ໂອ.ຕົ້ນ ໜ້າ ໕໑໐, ໖໔໖, ໖໔໗ ແລະປະຕິຈຈ.ໂອ. ໜ້າ ໔໑໖-໔໒໑/໖໕໔-໖໕໕) ອີກຢ່າງໜຶ່ງຄືໃຈຄວາມຂອງປະຕິປະທາເຊື່ອມໂຍງກັນ ໒ ຈຸດ ໂດຍບົດພະຍັນຊະນະຄື- ຂອງເຮົາກັບເປັນເຮົາ ແຕ່ໂດຍຄວາມໝາຍ ແລ້ວສາມາດເຊື່ອມໂຍງ ສອດຮັບກັນທັງໝົດ ຊຶ່ງສະແດງເຖິງຄວາມ ທີ່ຈະບໍ່ຢຶດຖືທັງລະບົບສົມມຸດ ແລະລະບົບວິມຸຕຕິ.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ